spot_img
Homeຂ່າວທ້ອງຖິ່ນກຽມລຸ້ນທີມໃດຈະຊະນະ! ຊ່ວງເຮືອຊີງຂັນນາຍົກລັດຖະມົນຕີ ຄັ້ງທໍາອິດ ຈະຈັດຂຶ້ນທ້າຍເດືອນໜ້າ

ກຽມລຸ້ນທີມໃດຈະຊະນະ! ຊ່ວງເຮືອຊີງຂັນນາຍົກລັດຖະມົນຕີ ຄັ້ງທໍາອິດ ຈະຈັດຂຶ້ນທ້າຍເດືອນໜ້າ

Published on

ການ​ແຂ່ງ­ຂັນ​ຊ່ວງ​ເຮືອ​ກີິລາ 12 ສີ­ພາຍ ແລະ 22 ສີ­ພາຍ​ຍິງ-ຊາຍ ຊ່ວງ​ເຮືອ​ຍາວ 55 ສີ­ພາຍ​ຊາຍ, ເຈັດ​ສະ​ກີ, ລົດ​ວິ­ບາກ ແລະ ພາ​ຣາ​ມໍ​ເຕີ ຊີງ​ຂັນ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສປປ ລາວ ຄັ້ງ​ທີ I ຈະ​ຈັດ​ຂຶ້ນ​ທ້າຍ​ເດືອນ ​ມີ­ນາ 2019, ທີ່ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ສ້າງ​ຂະ​ບວນ​ການ​ຕ້ອນ­ຮັບ​ວັນ​ສ້າງ­ຕັ້ງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ຄົບ­ຮອບ 64 ປີ (22 ມີ­ນາ 1955-22 ມີ­ນາ 2019) ທັງ​ເປັນ​ການ​ສົ່ງ­ເສີມ​ປີ​ທ່ອງ​ທ່ຽວ ລາວ-ຈີນ 2019 ໃຫ້​ມີ​ບັນ­ຍາ­ກາດ​ຟົດ­ຟື້ນ​ມ່ວນ­ຊື່ນ.

ສະ­ຫະ­ພັນ​ກິ­ລາ​ເຮືອ​ຊ່ວງ ນະຄອນຫຼວງ ແຈ້ງ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຄະ­ນະ​ຮັບ­ຜິດ­ຊອບ​ເຮືອ​ຊ່ວງ​ບັນ­ດາ​ພະ­ແນກ­ສະ­ໂມ­ສອນ​ກີິລາ ບ້ານ, ເມືອງ, ແຂວງ, ບໍ­ລິ­ສັດ, ພາກ­ສ່ວນ​ຕ່າງໆ​ ທົ່ວ​ປະ­ເທດ ແລະ ເຮືອ​ຕ່າງ­ປະ­ເທດ​ທີ່​ມີ​ເງື່ອນ­ໄຂ ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ດັ່ງ­ກ່າວ ທີ່ເຂດ​ເສດ­ຖະ­ກິດ​ພິ­ເສດ ​ບຶງ​ທາດ­ຫຼວງ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງວຽງຈັນ ແລະ ຈົ່ງຮີບ​ຮ້ອນ​ມາ​ສະ­ໝັກ​ນຳ​ຄະ­ນະ​ກຳ­ມະ­ການ​ຈັດ­ການ​ແຂ່ງ­ຂັນຢູ່​ສະ­ມາ­ຄົມ​ກິ­ລາ-ກາຍ­ຍະ­ກຳ (ສູນ​ກິ­ລາ​ບຶງ​ຂະ​ຫຍອງ ຊັ້ນ 2) ເມືອງ​ ສີ​ສັດ­ຕະ​ນາກ ນະຄອນຫຼວງວຽງຈັນ ໃນ​ໂມງ​ລັດ​ຖະ​ການ ນັບ​ແຕ່​ມື້​ປະ­ກາດເຖິງ​ວັນ​ທີ 19 ມີ­ນາ 2019 ເຊິ່ງ​ຄ່າ​ຂົນ­ສົ່ງ​ເຮືອ​ຍາວ 55 ສີ­ພາຍ​ຊາຍ ໃນນະຄອນຫຼວງວຽງຈັນແມ່ນ 1 ລ້ານ​ກີບ ແລະ ຕ່າງ​ແຂວງ 5 ລ້ານ​ກີບ.

ສ່ວນ​ລາ­ງວັນ​ເຮືອ​ກິ­ລາ 12 ແລະ 22 ສີ­ພາຍ​ຍິງ-ຊາຍ: ຊະ­ນະ​ເລີດແມ່ນຈະໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ​ລາ­ງວັນ 8 ລ້ານ​ກີບ, ຮອງ​ຊະ­ນະ​ເລີດໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ​ລາ­ງວັນ 6 ລ້ານ​ກີບ, ທີ 3 ໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ​ລາ­ງວັນ 4 ລ້ານ​ກີບ ແລະ ທີ 4 ໄດ້​ຮັບ​ເງິນ​ລາ­ງວັນ 2 ລ້ານ​ກີບ; ປະ­ເພດ​ເຮືອ​ຍາວ 55 ສີ­ພາຍ​ຊາຍ: ຊະ­ນະ​ເລີດໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ​ລາ­ງວັນ 25 ລ້ານ​ກີບ, ຮອງ​ຊະ­ນະ​ເລີດຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ​ລາ­ງວັນ 20 ລ້ານ​ກີບ, ທີ 3 ໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ​ລາ­ງວັນ 18 ລ້ານ​ກີບ ແລະ ທີ 4 ໄດ້​ຮັບ​ເງິນ​ລາ­ງວັນ 10 ລ້ານ​ກີບ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...