Homeຂ່າວພາຍ​ໃນປກຊ-ປກສ ພ້ອມ​ກັນ​ແກ້​ໄຂວຽກ​ງານ 2018 ​ແລະ ທິດທາງແຜນການ 2019

ປກຊ-ປກສ ພ້ອມ​ກັນ​ແກ້​ໄຂວຽກ​ງານ 2018 ​ແລະ ທິດທາງແຜນການ 2019

Published on

ໃນວັນທີ 26 ກຸມພາ 2019 ທີ່ຫ້ອງປະຊຸມ ຄະນະເລຂາທິການສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຄົບຄະນະ ຂອງກໍາມາທິການປ້ອງການຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ປະຈຳ ປີ 2018 ເພື່ອ​ວາງທິດທາງແຜນການ 2019, ໂດຍການເປັນປະທານຂອງ ທ່ານ ພົຈວ ຄຳສຸກ ວິອິນທະວົງ ປະທານກຳມາທິການ ປກຊ-ປກສ, ມີຮອງປະທານກໍາມາທິການສະພາແຫ່ງຊາດ, ກໍາມະການຂອງກຳມາທິການ ປກຊ-ປກສ ຈາກ 18 ເຂດ, ພ້ອມດ້ວຍຮອງລັດຖະມົນຕີ 2 ກະຊວງ ປກຊ-ປກສ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ພົຈວ ຄຳສຸກ ວິອິນທະວົງ ກ່າວວ່າ: ກອງປະຊຸມຄົບຄະນະຂອງກຳມາທິການ ປກຊ-ປກສ ປະຈຳ ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກຳລັງຈັດຕັ້ງປະຕິບັດຜັນຂະຫຍາຍບັນດາເນື້ອໃນມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງຕົນ ລົງສູ່ປະຊາຊົນຜູ້ມີສິດໃນຂອບເຂດທົ່ວປະເທດ ຢ່າງເປັນຂະບວນກວ້າງຂວາງ.

ກອງປະຊຸມໃນຄັ້ງນີ້, ໄດ້ສຸມໃສ່ຄົ້ນຄວ້າພິຈາລະນາບາງເນື້ອໃນ ເຊັ່ນ: ພິຈາລະນາປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບການເຄື່ອນໄຫວວຽກງານຂອງກຳມາທິການ ປກຊ-ປກສ ປະຈຳປີ 2018 ແລະ ແຜນການເຄື່ອນໄຫວ ປະຈຳປີ 2019; ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງມະຕິກອງປະຊຸມຄົບຄະນະຂອງກຳມາທິການ ປກຊ-ປກສ ປະຈຳ ປີ 2018. ​ນອກ​ຈາກ​ນີ້, ກອງປະຊຸມຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກທ່ານຮອງປະທານຄະນະປະຈຳສະພາແຫ່ງຊາດ ຕໍ່ການເຄື່ອນໄຫວວຽກງານຂອງກໍາມາທິການໃນປີ 2019 ຕື່ມອີກ.

 

 

 

 

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ຮູບພາບຈາກ: laosecurity.gov.la

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...