Homeຂ່າວທ້ອງຖິ່ນລາວ-ຫວຽດນາມ ​ເຊັນ​ສັນຍາ​ຮ່ວມ​ມື​ກັນ 9 ສະບັບ

ລາວ-ຫວຽດນາມ ​ເຊັນ​ສັນຍາ​ຮ່ວມ​ມື​ກັນ 9 ສະບັບ

Published on

ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ລົງນາມເຊັນສັນຍາເອກະສານຮ່ວມມື ຈຳນວນ 9 ສະບັບ, ເນື່ອງໃນໂອກາດການເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຟູຈ້ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ​ໃນວັນທີ 24-25 ກຸມພາ 2019 ​ເຊິ່ງພິທີລົງນາມໄດ້ຈັດຂຶ້ນ ໃນວັນທີ 24 ກຸມພາ 2019 ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມເປັນສັກຂີພະຍານ ຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຟູ ຈ້ອງ, ພ້ອມດ້ວຍການນຳຂັ້ນສູງ ຂອງສອງປະເທດ.

ບັນດາເອກະສານດັ່ງກ່າວ, ປະກອບມີ:

  1. ສັນຍາວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ເງິນ.
  2. ສັນຍາວ່າດ້ວຍການຮ່ວມມື ພັດທະນາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່.
  3. ຂໍ້ຕົກລົງວ່າດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນ ໃນການກໍ່ສ້າງທາງລົດໄຟ ວຽງຈັນ-ຫວຸງອາງ.
  4. ບົດບັນທຶກການຮ່ວມມື ໃນຂົງເຂດຕ້ານການປ່ຽນແປງສະພາບດິນຟ້າອາດກາດ ແລະ ອະນຸລັກຊີວະນາໆ.
  5. ບົດບັນທຶກມອບ-ຮັບ ໂຄງການສ້າງຖານຂໍ້ມູນຂ່າວສານພູມສັນຖານ ຮັບໃຊ້ການວາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ຕິດຕາມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢູ່ ສປປ ລາວ.
  6. ບົດບັນທຶກການຮ່ວມມືວ່າດ້ວຍຈັດຕັ້ງຜັນຂະຫຍາຍໂຄງການ “ປ່ຽນຖ່າຍອຸປະກອນໃຫ້ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ”
  7. ບົດບັນທຶກມອບ-ຮັບ ໂຄງການກໍ່ສ້າງສູນບໍລິການເຕັກນິກກະສິກຳ ແຂວງຫົວພັນ.
  8. ຂໍ້ຕົກລົງວ່າດ້ວຍການປະຕິບັດໂຄງການສ້ອມແປງ, ຍົກລະດັບເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ບ້ານຊຽງຫວາງ, ເມືອງໜອງບົກ, ແຂວງຄຳມ່ວນ.
  9. ບົດບັນທຶການມອບ-ຮັບໂຄງການເພີ່ມທະວີຄວາມອາດສາມາດໃນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃຫ້ແກ່ສະພາວິທະຍາສາດແຫ່ງຊາດລາວ.

ພ້ອມດຽວກັນ, ພາຍຫຼັງສຳເລັດການພົບປະ ໄດ້ໄປຢ້ຽມຢາມສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ; ພົບປະຢ້ຽມຢາມສະຫາຍນາງປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດທີ່ ສຳນັກງານສະພາແຫ່ງຊາດ. ສະຫາຍນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດກໍ່ໄດ້ສະແດງຄວາມຂອບໃຈ ແລະ ປິຕິຍິນດີຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມທີ່ມີແກ່ປະຊາຊົນລາວ.
ນອກຈາກນີ້, ສະຫາຍຫງວຽນ ຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດແຫ່ງສສ ຫວຽດນາມຍັງໄດ້ຢ້ຽມຢາມສະຫາຍຈູມມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ອີກດ້ວຍ.

ຂຽນໂດຍ: ບຸນມີ ບຸນມີໄຊ

ຮູບພາບ: Lao National radio

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...