Homeຄວາມງາມກຳຈັດສິວແບບເລັ່ງດ່ວນ ດ້ວຍວິທີທຳມະຊາດ

ກຳຈັດສິວແບບເລັ່ງດ່ວນ ດ້ວຍວິທີທຳມະຊາດ

Published on

Depositphotos_20816611_original

ສິວ​ອັກ​ເສບ ເກີດ​ຈາກ​ສິວ​ອຸດ​ຕັນ ​ທີ່​ຕິດ​ເຊື້ອ​ແບຣກ​ທີ​ເຣຍ ເອີ້ນກຸ່ມ ​P. acnesເຊິ່ງ​ປ່ອຍ​ ເອນ​ໄຊ​ທີ່​ກະຕຸ້ນ​ໃຫ້​ເກີດ​ການ​ອັກ​ເສບ ຄວາມ​ຮຸນແຮງ​ຂຶ້ນ​ຢູ່​ກັບ​ປະລິມານ​ເຊື້ອ​ແບຣກ​ທີ​ເຣຍ ​ແລະ ​ຂະໜາດ​ຂອງ​ສິວ​ອຸດ​ຕັນ​ສິວ​ຊະນິດ​ນີ້ ຈຳ​ເປັນ​ຕ້ອງ​ໄດ້ຮັບ​ການ​ເບິ່ງແຍງ​ຢ່າງ​ຖືກ​ຕ້ອງ​ ເພື່ອຫ​ລຸດ​ການ​ອັກ​ເສບ​ລຸກ​ລາມ ​ແລະ ​ການ​ເກີດ​ແຜ​ເປັນ

  • ກຳຈັດ​ສິວ​ແບບ​ເລັ່ງ​ດ່ວນ

ນ້ຳກ້ອນ

ເອົານໍ້າກ້ອນ ໃຊ້​ຜ້າ​ຂົນ​ໜູ​ຫໍ່​ກ້ອນ​ນ້ຳກ້ອນ​ແລ້ວ​ປະ​ຄົບ​ສິວ ຈະ​ຊ່ວຍ​ຫລຸດ​ການ​ອັກ​ເສບ​ບວມ​ແລະ​ຄັນ​ໄດ້

ນ້ຳ​ໝາກນາວ

ນ້ຳ​ໝາກນາວ​ປະກອບ​ດ້ວຍ​ວິ​ຕາ​ມິນ​ຊີ ເຊິ່ງ​ເຮັດ​ຫນ້າທີ່​ເປັນ​ຢາເຮັດໃຫ້ບາດແຜແຫ້ງໄວ ມີ​ປະ​ສິດ​ທິ​ພາບ​ຊ່ວຍ​ໃຫ້​ສິວ​ແຫ້ງ

ໂຊ​ດຽມ​ໄບ​ຄາ​ບໍ​ເນດ​ຫລື​ຜົງຟູ

ຊ່ວຍ​ຄວບ​ຄຸມ​ລະ​ດັບ pH ຂອງ​ຜິວ ໂດຍ​ນຳ​ຜົງ​ຟູ​ປະສົມ​ກັບ​ນ້ຳ​ແລ້ວ​ແຕ້ມ​ສິວ​ບໍລິເວນ​ທີ່​ຕິດ​ເຊື້ອ​ຖິ້ມ​ໄວ້​ປະ​ມານ 10 – 15 ນາ​ທີ​ຈຶ່ງ​ລ້າງ​ອອກ ຜົງ​ຟູ​ຊ່ວຍ​ຫລຸດ​ການ​ອັກ​ເສບ​ແລະ​ຊ່ວຍ​ກຳຈັດ​ຮອຍ​ແຜ​ເປັນ​ຈາກ​ສິວ

ນ້ຳ​ເຜິ້ງ
ນ້ຳ​ເຜິ້ງ​ຊ່ວຍ​ເກັບ​ຄວາມ​ຊຸ່ມ​ຊື່ນ​ແຖມ​ມີ​ສານ​ອາຫານ​ທີ່​ຈຳ​ເປັນ​ຕໍ່​ຜິວ​ແລະ​ຊ່ວຍ​ໃນ​ການ​ຂ້າ​ເຊື້ອ​ແບຣກ​ທີ​ເຣຍ​ວິທີ​ການ​ຄື ແຕ້ມ​ນ້ຳ​ເຜິ້ງ​ຢູ່ສິວ​ໄວ້ 10 ນາ​ທີ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...