Homeຂ່າວທ້ອງຖິ່ນໂຄງການປະຊາສຳພັນກ່ຽວ​ກັບຄວາມຮັບຮູ້​ ​ດ້ານຄວາມປອດໄພຕາມທ້ອງ​ຖະ​ໜົນ​ຂອງ ​ເວັບ​ໄຊ້ ລາວ​ໂພ​ສ

ໂຄງການປະຊາສຳພັນກ່ຽວ​ກັບຄວາມຮັບຮູ້​ ​ດ້ານຄວາມປອດໄພຕາມທ້ອງ​ຖະ​ໜົນ​ຂອງ ​ເວັບ​ໄຊ້ ລາວ​ໂພ​ສ

Published on

ຄວາມປອດໄພຕາມທ້ອງຖະໜົນເປັນບັນຫາສຳຄັນຢູ່ໃນນະຄອນຫລວງວຽງຈັນ ແລະ ຫລາຍແຂວງອື່ນໆໃນທົ່ວປະເທດ. ເມື່ອປະເທດມີການຂະຫຍາຍຕົວທາງດ້ານເສດຖະກິດ ຕາມທ້ອງຖະໜົນພາຫະນະຊະນິດຕ່າງໆກໍເພີ່ມຈຳນວນຂຶ້ນຕາມ ເມື່ອພາຫານະໃນທ້ອງຖະໜົນເພີ່ມຫລາຍຂຶ້ນ ອາດຈະໝາຍຄວາມວ່າອຸປະຕິເຫດອາດຈະຫລາຍຂຶ້ນຕາມດ້ວຍເຊັ່ນກັນ. ນອກຈາກວ່າພວກເຮົາທຸກຄົນແມ່ນໄດ້ຜ່ານການຮຽນຮູ້ລະບຽບການຂັບຂີ່, ປະຕິບັດຕາມກົດລະບຽບໃນການຂັບຂີ່ຢ່າງເຄັ່ງຄັດ ແລະ ຂັບຂີ່ພາຫານະດ້ວຍຄວາມລະມັດລະວັງ.

ໃນຂະນະທີ່ພວກເຮົາກຳລັງກ້າວເຂົ້າສູ່ຊ່ວງໄລຍະແຫ່ງການພັກຜ່ອນ ຂອງເທດສະການທີ່ສຳຄັນຕ່າງໆ, ພວກເຮົາຮູ້ດີວ່າຄົນຈຳນວນຫລວງຫລາຍຈະຕ້ອງດື່ມແອຣກໍຮໍ ໃນການສະເຫລີມສະຫລອງບຸນປີໃໝ່ລາວທີ່ກຳລັງຈະກ້າວເຂົ້າມາເຖິງ. ແຕ່ການດື່ມເຫຼົ້າແລ້ວຂັບລົດແມ່ນເປັນສິ່ງທີ່ຈະເຮັດໃຫ້ເກີດອັນຕະລາຍທີ່ສຸດ ແລະ ເປັນສິ່ງທີ່ບໍ່ຄວນເຮັດຢ່າງຍິ່ງ. ໂດຍສະເພາະແມ່ນໃນຂະນະທີ່ທຸກຄົນຫົດນໍ້າ ແລະ ສາດນໍ້າໃສ່ລົດໃຫຍ່ ແລະ ລົດຈັກທີ່ແລ່ນຜ່ານໄປມາ. ເຊິ່ງມັນຈະກາຍເປັນສູນລວມທີ່ກໍ່ໃຫ້ເກີດຫາຍະນະຕາມມາ.

ພວກເຮົາ ເວັບໄຊ້ ລາວໂພສ ໄດ້ຮວບຮວມຂໍ້ມູນອັດຕາການເກີດອຸບັດຕິເຫດ ແລະ ການເສຍຊີວິດໃນຊ່ວງບຸນປີໃໝ່ລາວ ແຕ່ປີ 2014 – 2018​ ມາໃຫ້ທ່ານໄດ້ຮັບຮູ້ເພື່ອຄວາມເປັນປະໂຫຍດ ແລະ ຂໍ້ມູນທີ່ຊັດເຈນແລ້ວ ດັ່ງນີ້:

ດັ່ງຂໍ້ມູນຂ້າງເທິງພວກເຮົາເຫັນວ່າຈຳນວນຕົວເລກອຸປະຕິເຫດແມ່ນຫລຸດລົງຫລັງຈາກປີ 2015 , ແຕ່ກັບເພີ່ມຂຶ້ນອີກຄັ້ງໃນປີ 2017 ແລະ ມີແນວໂນ້ມທີ່ຈະເພີ່ມຂຶ້ນອີກຄັ້ງພາຍໃນປີ 2018 ນີ້. ນອກເສຍຈາກພວກເຮົາທຸກຄົນຈະຮ່ວມກັນເຮັດໜ້າທີ່ຂອງຕົນເອງໃຫ້ດີທີ່ສຸດນັ້ນຄືການຂັບຂີ່ຢ່າງປອດໄພ.

ໃນຊ່ວງໄລຍະການສະເຫລີມສະຫລອງບຸນປີໃໝ່ສາກົນໃນປີນີ້ ມີການບັນທຶກການເກີດອຸບັດຕິເຫດທັງໝົດຈຳນວນ 187ຄັ້ງ ໃນທົ່ວປະເທດ, ແລະ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 38 ຄົນ.  ສັງເກດເຫັນໄດ້ວ່າຕົວເລກຜູ້ເສຍຊີວິດ ແລະ ຈຳນວນຄັ້ງຂອງການເກີດອຸບັດຕິເຫດແມ່ນຫລາຍກວ່າຊ່ວງປີໃໝ່ລາວໃນປີທີ່ຜ່ານມາ. ເຊິ່ງຖືເປັນເລື່ອງທີ່ໜ້າເປັນຫ່ວງທີ່ສຸດ ແລະ ສະເເດງໃຫ້ເຫັນວ່າແນວໂນ້ມການເກີດອຸບັດຕິເຫດແມ່ນກຳລັງເພີ່ມຂຶ້ນ.

ສະນັ້ນ, ເວັບໄຊ້ ລາວໂພສ, ຈິ່ງໄດ້ເລີ່ມຕົ້ນໂຄງການປະຊາສຳພັນ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ດ້ານຄວາມປອດໄພຕາມ​ທ້ອງຖະໜົນຂອງພວກເຮົາເອງ, ເລີ່ມຕົ້ນແຕ່ ວັນປີ 15 ກຸມພາ ຫາ ວັນທີ 15 ມີນາ. ໂດຍການສົ່ງຂໍ້ຄວາມທີ່ຊັດເຈນວ່າມັນຂຶ້ນກັບທຸກຄົນວ່າຈະຕັດສິນໃຈເຂົ້າມາເປັນສ່ວນຮ່ວມຫລືບໍ່, ແນ່ນອນວ່າຖ້າຫາກພວກເຮົາຮ່ວມມືຮ່ວມໃຈກັນພວກເຮົາຈະສາມາດປ່ຽນແປງໃຫ້ເປັນໄປໃນທາງທີ່ດີຂຶ້ນ ແລະ ສາມາດຫລຸດຜ່ອນຈຳນວນອຸບັດຕິເຫດຕາມທ້ອງຖະໜົນລົງໄດ້.

ໃນຕະຫລອດໄລຍະເວລາຂອງໂຄງການປະຊາສຳພັນນີ້, ພວກເຮົາຈະເພີ່ມຈໍານວນບົດຄວາມກ່ຽວກັບຄວາມປອດໄພຕາມທ້ອງຖະໜົນໃຫ້ຫລາຍຂຶ້ນ. ໃຫ້ຂໍ້ມູນທີ່ເປັນຄວາມຮູ້ກ່ຽວກັບກົດລະບຽບຈາລະຈອນ, ແລະ ການໃຫ້ຄຳແນະນຳແກ່ຜູ້ອ່ານໃນການຫລີກເວັ້ນສາເຫດທີ່ອາດຈະເຮັດໃຫ້ເກີດອຸບັດຕິເຫດ ແລະ ເດີນທາງຕາມທ້ອງຖະໜົນໄດ້ຢ່າງປອດໄພ.

ຮຽນຮູ້ກົດຈາລະຈອນ, ປະຕິບັດຕາມກົດຈາລະຈອນ, ແລະ ຂັບຂີ່ຢ່າງປອດໄພ.

 

ຂຽນ ແລະ ຮຽບຮຽງໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...