spot_img
Homeຂ່າວພາຍ​ໃນສະພາລັດເຊຍສະໜັບສະໜູນການຕັດຂາດອິນເຕີເນັດຈາກໂລກພາຍນອກ

ສະພາລັດເຊຍສະໜັບສະໜູນການຕັດຂາດອິນເຕີເນັດຈາກໂລກພາຍນອກ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ກຸມພາ 2019 ວ່າ ຮ່າງກົດໝາຍທີ່ຮຽກວ່າ ໂຄງການແຫ່ງຊາດເສດຖະກິດດິຈີຕໍ (Digital Economy National Program) ຜ່ານການພິຈາລະນາ ໃນສະພາຜູ້ແທນລັດເຊຍ ດ້ວຍຄະແນນສຽງ 334 ຕໍ່ 47 ຫຼັງການໂຕ້ແຍ້ງໃນປະເດັນນີ້ ແລະ ຫຼາຍພັກການເມືອງຂະໜາດນ້ອຍກ່າວວິຈານ ນີ້ຈະເປັນທາງໄປສູ່ການກວດສອບຂອງລັດ ເປັນເຄືອຂ່າຍໂດດດຽວຄືກັບປະເທດເກົາຫຼີເໜືອ ລວມທັງເຮັດໃຫ້ມີລາຄາອິນເຕີເນັດແພງເກີນໄປ ແລະ ບໍ່ແມ່ນຜູ້ຊ່ຽວຊານເປັນຜູ້ຂຽນຮ່າງກົດໝາຍສະບັບນີ້ຂຶ້ນ.

ກຸ່ມຜູ້ຂຽນຮ່າງກົດໝາຍສະບັບນີ້ກ່າວວ່າ ລັດເຊຍຕ້ອງຮັບປະກັນຄວາມໝັ້ນຄົງຂອງເຄືອຂ່າຍຕົວເອງ ຫຼັງຈາກທີ່ປະທານາທິບໍດີ ໂດນັລ ທຣໍ້າ ຜູ້ນຳສະຫະລັດເປີດເຜີຍແຜນຍຸດທະສາດຄວາມໝັ້ນຄົງໄຊເບີໃໝ່ຂອງອາເມລິກາເມື່ອປີທີ່ຜ່ານມາ. ຄວາມເຄື່ອນໄຫວຂອງທຣໍ້າມີຂຶ້ນຫຼັງຈາກເຈົ້າໜ້າທີ່ສະຫະລັດກ່າວວ່າ ເກີດການໂຈມຕີດ້ານໄຊເບີເປັນບາງຄັ້ງຄາວຈາກລັດເຊຍ,​ອິລ່ານ,​ເກົາຫຼີເໜີອ ແລະ ຈີນ ພ້ອມກັບເຕືອນວ່າສະຫະລັດຈະຕອບໂຕ້ການຮຸກຮານໃນອະນາຄົດ.

ກຸ່ມຮ່າງກົດໝາຍຍັງກ່າວຕື່ມອີກວ່າ DENP ມີເປົ້າໝາຍ “ສ້າງກົນໄກປ້ອງກັນ ເພື່ອຮັບປະກັນວ່າການທຳງານຂອງເຄືອຂ່າຍອິນເຕີເນັດໃນລັດເຊຍຈະໝັ້ນຄົງໃນໄລຍະຍາວ”

ຕາມແຜນໂຄງການ ຈະມີການທົດສອບເປັນປະຈຳ ເພື່ອເບິ່ງວ່າລະບົບອິນເຕີເນັດສາມາດປະຕິບັດການໄດ້ ຫຼື ບໍ່ ເມື່ອຕັດຂາດການເຊື່ອມຕໍ່ກັບໂລກພາຍນອກ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...