spot_img
Homeຂ່າວຕ່າງປະເທດໂຈນອາເມຣິກັນ ລັກເພັດມູນຄ່າ 1,25 ຕື້ກີບ ໄປແລກກັນຊາມູນຄ່າ 150,000 ກີບ ມາສູບ!

ໂຈນອາເມຣິກັນ ລັກເພັດມູນຄ່າ 1,25 ຕື້ກີບ ໄປແລກກັນຊາມູນຄ່າ 150,000 ກີບ ມາສູບ!

Published on

 

ໂຈນອາເມຣິກັນ ລັກເພັດມູນຄ່າ 1,25 ຕື້ກີບ ໄປແລກກັບກັນຊາມູນຄ່າ 150,000 ກີບ ຍ້ອນຕິດກັນຊາໜັກ.

 

ເມື່ອວັນທີ 29 ກັນຍາ 2014 ທີ່ຜ່ານມາ ເວັບຂ່າວຂອງຕ່າງປະເທດລາຍງານວ່າ ໜຸ່ມຊາວອາຣິໂຊນາ ສະຫະລັດ

ອາເມຣິກາ ຕິດກັນຊາຢ່າງໜັກ ກໍ່ເຫດລັກເພັດມູນຄ່າ 1,250,000,0000 ກີບ ແລ້ວໄປຂາຍແລກກັບກັນຊາ

ມູນຄ່າພຽງ 150,000 ກີບ ໂດຍເຂົາຊື່ວ່າ ທ້າວ ວໍເຕີ ເອີນ ມໍຣິສັນ ພະນັກງານຂົນສົ່ງສິນຄ້າຂອງບໍລິສັດ UPS

ອາຍຸ 20 ປີ ຈາກເມືອງຟິນິກ ລັດອາຣິໂຊນາ ສະຫະລັດອາເມຣິກາ ເຂົາໄດ້ລັກເອົາກ່ອງທີ່ບັນຈຸເພັດມູນຄ່າ 1,25

ຕື້ກີບ ໃນລະຫວ່າງທີ່ເພັດກຳລັງຖືກຍົກລົງຈາກເຮືອບິນຂົນສົ່ງສິນຄ້າຂອງບໍລິສັດ ເຊິ່ງຈຳນວນເງິນດັ່ງກ່າວ

ສາມາດຊື້ລົດຫລູໄດ້ໜຶ່ງຄັນເລີຍ ແຕ່ສຳລັບເຂົາແລ້ວເບິ່ງຄືວ່າກັນຊາ ຈະມີຄ່າຫລາຍກ່ວານັ້ນ.

 

ມໍຣິສັນ ໄດ້ນຳເອົາເພັດທີ່ລັກໄປນີ້ ໄປແລກກັບກັນຊາມູນຄ່າພຽງ 150,000 ກີບ ເພື່ອນຳມາສູບຕາມປົກກະຕິ

ກ່ອນທີ່ຕໍ່ມາເຂົາຈະຖືກເຈົ້າໜ້າທີ່ຕຳຫລວດນຳຈັບໄດ້ ແລະ ສາລະພາບວ່າ ເອົາເພັດເມັດດັ່ງກ່າວໄປຂາຍໃຫ້ໃຜ

ແລະ ຢູ່ໃສ.

 

ຢ່າງໃດກໍຕາມ ມໍຣິສັນ ຖືກໄລ່ອອກຈາກການເປັນພະນັກງານຂອງບໍລິສັດແລ້ວ ແລະ ຢູ່ໃນລະຫວ່າງການສືບ

ສວນເພື່ອດຳເນີນຄະດີຕໍ່ໄປ ສ່ວນເພັດທີ່ຖືກລັກໄປນັ້ນ ຕຳຫລວດສາມາດຕາມລ່າກັບຄືນມາໄດ້ ແລະ ສົ່ງໃຫ້

ກັບລູກຄ້າທີ່ສັ່ງຊື້ເພັດດັ່ງກ່າວຮຽບຮ້ອຍແລ້ວ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...