spot_img
Homeຂ່າວຕ່າງປະເທດຕຸຣະກີ ສົ່ງລົດຕັງນັບສິບຄັນ ປະຊິດຊາຍແດນຊີເຣຍ ຫລັງກະສຸນປືນໃຫຍ່ຕົກໃນຕຸຣະກີຫລາຍຄັ້ງ!

ຕຸຣະກີ ສົ່ງລົດຕັງນັບສິບຄັນ ປະຊິດຊາຍແດນຊີເຣຍ ຫລັງກະສຸນປືນໃຫຍ່ຕົກໃນຕຸຣະກີຫລາຍຄັ້ງ!

Published on

 

ຕຸຣະກີ ສົ່ງລັດຕັງນັບສິບຄັນປະຊິດຊາຍແດນຊີເຣຍ ຫລັງມີກະສຸນປືນໃຫຍ່ລອຍມາຕົກໃນດິນແດນຂອງຕຸຣະກີ

ຫລາຍຄັ້ງໃນຊ່ວງທີ່ຜ່ານມາ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກັນຍານີ້ວ່າ ຕຸຣະກີໄດ້ສົ່ງລົດຕັງ 15 ຄັນ ໄປປະຈຳການເທິງເນີນພູ

ທີ່ເມືອງຊູຣຸດ ບໍລິເວນຊາຍແດນ ໂດຍຫັນປາຍກະບອກປືນໄປທາງເມືອງ ໄອ ອັນ-ອາຫລັບ ຫລື ເມືອງ ໂຄບານີ ໃນ

ປະເທດຊີເຣຍ ເຊິ່ງຄະນະນີ້ກຳລັງຖືກກຸ່ມຕິດອາວຸດລັດອິດສະລາມ ຫລື ກຸ່ມ IS ປິດລ້ອມ ເຊິ່ງຄວາມເຄື່ອນໄຫວລ່າ

ສຸດຂອງຕຸຣະກີ ແມ່ນເກີດຂຶ້ນຫລັງຈາກກຸ່ມ IS ໄດ້ຍິງປືນໃຫຍ່ມາຕົກຢູ່ໃກ້ກັບຄ້າຍຜູ້ອົບພະຍົບໃນດິນແດນຂອງ

ຕຸຣະກີ.

 

ຜູ້ສື່ຂ່າວຂອງຕ່າງປະເທດ ລາຍງານຈາກປະເທດຕຸຣະກີວ່າ ມີລູກກະສຸນປືນໃຫຍ່ 3 ລູກ ຕົກຢູ່ໃນດິນແດນຂອງ

ຕຸຣະກີ ໃນບໍລິເວນໃກ້ກັບຄ້າຍຜູ້ອົບພະຍົບ ລວມເຖິງກຸ່ມຜູ້ຊຸມນຸມທີ່ອອກມາສະແດງຄວາມບໍ່ພໍໃຈທີ່ລັດຖະບານ

ຕຸຣະກີ ຈຳກັດການສະໜັບສະໜູນກອງກຳລັງຊາວເຄີດ ທີ່ກຳລັງຕໍ່ສູ້ກັບກຸ່ມ IS, ແຕ່ຈົນເຖິງຂະນະນີ້ ທາງຝ່າຍຕຸ

ຣະກີ ກໍຍັງບໍ່ທັນມີການຍິງໂຕ້ຕອບໃດໆ.

 

ທັງນີ້ ມີຜູ້ລີ້ໄພຊາວເຄີດໃນຊີເຣຍ ຫລາຍກ່ວາ 150,000 ຄົນ ອົບພະຍົບເຂົ້າມາສູ່ດິນແດນຕຸຣະກີ ເມື່ອອາທິດກ່ອນ

ຫລັງຈາກທີ່ກຸ່ມ IS ບຸກໂຈມຕີເມືອງໂຄບານີ.

 

NjpUs24nCQKx5e1DGjnjwFNacO7bEv4s9axf9zsjvQA

NjpUs24nCQKx5e1DGjnjwFNacO7bEv7TC2sDizb1t6K

 

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...