spot_img
Homeຂ່າວຕ່າງປະເທດສະຫະລັດປະເຊີນກັບປະກົດການໄພໜາວຈັດ ສົ່ງຜົນໃຫ້ມີຜູ້ເສຍຊີວິດຈາກລົມໜາວຫຼາຍກວ່າ 21 ຄົນ

ສະຫະລັດປະເຊີນກັບປະກົດການໄພໜາວຈັດ ສົ່ງຜົນໃຫ້ມີຜູ້ເສຍຊີວິດຈາກລົມໜາວຫຼາຍກວ່າ 21 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຊິຄາໂກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 31 ມັງກອນ 2019 ວ່າ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດສະຫະລັດ ລາຍງານວ່າ ອິດທິພົນຈາກປະກົດການ ພາວະມວນອາກາດເຢັນຈັດຈາກຂົ້ວໂລກເໜືອເຄື່ອນຕົວລົງທາງຕອນໃຕ້ດ້ວຍຄວາມໄວ ແລະ ມີປະລິມານຫຼາຍກວ່າປົກກະຕິ ສົ່ງຜົນໃຫ້ພູມິພາກທີ່ຢູ່ໃກ້ກັບຂົ້ວໂລກເໜືອໄດ້ຮັບຜົນກະທົບຢ່າງໜັກ ໂດຍສະເພາະພາກເໜືອ ແລະ ພາກຕາເວັນອອກສຽງເໜືອຂອງສະຫະລັດ ສົ່ງຜົນໃຫ້ມີຜູ້ເສຍຊີວິດຈາກລົມໜາວຄັ້ງນີ້ຫຼາຍກວ່າ 21 ຄົນ.

ໂຮງຮຽນຫຼາຍແຫ່ງໃນພູມິພາກມິດເວສ ແລະ ພາກຕາເວັນອອກຂອງສະຫະລັດສ່ວນໃຫຍ່ແມ່ນປິດການສອນໃນອາທິດນີ້, ໃນສ່ວນຂອງລັດອິລລິນອຍໄດ້ຮັບຜົນກະທົບຈາກປະກົດການຄັ້ງນີ້ຫຼາຍທີ່ສຸດ, ກົມອຸຕຸນິຍົມຄາດຄະເນສະພາບອາກາດອຸນຫະພູມສະເລ່ຍທົ່ວລັດໄວ້ທີ່ -36ອົງສາ, ໃກ້ຄຽງກັບສະຖິຕິ -37 ອົງສາ, ທີ່ເມືອງ ຄອງເກີວິລ ທາງຕອນກາງຂອງລັດອິລລິນອຍ ອຸນຫະພູມໃນໄລຍະອາທິດນີ້ຈະຢູ່ລະຫວ່າງ -29 ອົງສາ ເຖິງ -46 ອົງສາ.

ມີລາຍງານເພີ່ມເຕີມວ່າ ເຈົ້າໜ້າທີ່ທາງການລົດໄຟຂອງເມືອງ ຊິຄາໂກ ລັດອິລລິນອຍ ໄດ້ຈູດໄຟເຜົາລາງລົດໄຟເພື່ອລະລາຍນໍ້າກ້າມທີ່ເກາະຢູ່ຕາມລາງລົດໄຟ ໃຫ້ການສັບປ່ຽນລາງລົດໄຟສາມາດເຮັດໄດ້ປົກກະຕິ ເຊິ່ງການຈູດໄຟເຜົາລາງລົດໄຟໃນຄັ້ງນີ້ບໍ່ໄດ້ສົ່ງຜົນກະທົບໃດໆ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook, dailynews

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...