Homeຄວາມງາມຜິວໜ້າງາມ ໂດຍໝາກອຶ

ຜິວໜ້າງາມ ໂດຍໝາກອຶ

Published on

pumpkin1

ຖ້າ​ເວົ້າ​ເຖິງ​ຫມາກໄມ້​ສີ​ເຫລືອງ​ໝາກ​ໜັກໆ​ກໍ່ຄື​ໝາກອຶ ເຊື່ອ​ ວ່າ​ສາວໆ ຫລາຍ​ຄົນ​ກໍ່​ຈະ​ຄິດ​ເຖິງ​ສັບ​ພະຄຸນ​ໃນ​ເລື່ອງ​ການ​ຊ່ວຍຫ​ລຸດ​ນ້ຳ​ໜັກ​ແບບໄດ້​ຜົນ ນັ້ນ​ເພາະວ່າ ​ໝາກອຶ ​ຊ່ວຍ​ເຮັດໃຫ້​ ອີ່ມ​ທ້ອງ​ ໄດ້​ດົນ​ນັ້ນ​ເອງ ແຕ່​ສາວໆ ເຊື່ອ​ບໍ່ວ່າ ແທ້ໆແລ້ວ​ໝາກອຶ ​ມີ​ປະໂຫຍດ​ດ້ານ​ຄວາມ​ງາມ​ ຄວາມ​ງາມ​ຫລາຍກວ່າ​ນັ້ນ ເພາະ​ມັນ​ສາມາດ​ນຳ​ມາ​ພອກ​ໜ້າ ​ເພື່ອ​ຜິວ​ໜ້າ​ງາມ​ໃສ​ໄດ້​
   ສູດ​ມາກ​ໜ້າ​ໝາກອຶ ​ສຳລັບ​ສາວ​ຜິວ​ແຫ້ງ ໃຊ້​ໝາກອຶ​ຕົ້ມ​ແລ້ວ​ຄົນ ​ໂດຍ​ປະສົມ​ນ້ຳ​ເລັກນ້ອຍ ສຳເລັດ​ແລ້ວ​ປະສົມ​ເຂົ້າ​ກັບ​ນ້ຳ​ມັນ​ໝາກ​ກອກ ນຳ​ມາ​ພອກ​ໜ້າ ​ແລ້ວ​ຖິ້ມ​ໄວ້​ປະ​ມານ 20  ນາ​ທີ ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ ຈະ​ຊ່ວຍ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ແລະ​ ເຮັດໃຫ້​ຜິວ​ນຸ້ມ​ນວນ​

ສູດ​ມາກໜ້າ ​ໝາກອຶ ​ສຳລັບ​ສາວ​ຜິວ​ມັນ ໃຊ້​ໝາກອຶ​    ຕົ້ມ​ແລ້ວ​ຄົນ ​ໂດຍ​ປະສົມ​ນ້ຳ​ເລັກນ້ອຍ ແລ້ວ​ປະສົມ​ເຂົ້າ​ກັບ​ນ້ຳ​ມັນ​ໝາກກອກ ນຳ​ມາ​ພອກ​ໜ້າ​ຖິ້ມ​ໄວ້ 20 ນາ​ທີ ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ເຢັນ ຫລື​ ຈະ​ໃຊ້​ໝາກອຶ ​ບົດ​ເຂົ້າ​ກັບ​ໄຂ່​ຂາວ ຄົນ​ໃຫ້ເປັນ​ເນື້ອ​ດຽວ​ກັນ ແລ້ວ​ຖິ້ມ​ໄວ້ 10 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ເຢັນ ພ້ອມ​ກັບ​ໃຊ້​ໝາກອຶ​ສົດ​ ຜ່າເປັນປ່ຽງນ້ອຍໆ   ​ແລ້​ວວາງ​ເທິງ​​ໜ້າ​ທຸກ​ມື້ ຈະ​ຊ່ວຍ​ໃນ​ເລື່ອງ​ຂອງ​ສິວ​ໄດ້​ດີ​

ສູດ​ມາກ​ໜ້າ​ໝາກອຶ ​ສຳລັບ​ຜູ້​ທີ່​ມີ​ບັນຫາ​​ມີຮອຍທີ່ບໍ່ປາດຖະໜາ​ ໃຫ້​ ຄົນ ​ໝາກອຶ ​ກັບ ​ໄຂ່​ແດງ ປະສົມ​ເຂົ້າ​ກັບ​ນ້ຳ​ເຜິ້ງ ​ໃຫ້ເປັນ​ເນື້ອ​ດຽວ​ກັນ ແລ້ວ​ລໍ​ຖ້າໃຫ້​ໝາກອຶ​ອຸ່ນໆ ນຳ​ໄປ​ພອກ​ໜ້າ 15-20 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ເຢັນ

ນອກ​ຈາກ​ຈະ​ນຳ​ມາ​ພອກ​ໜ້າ​ແລ້ວ ໝາກອຶ ​ຍັງ​ສາມາດ​ນຳ​ໄປ​ເຮັດ​ເປັນ​ຄີມ​ເພື່ອ​ທາ​ໜ້າ​ໃນ​ແຕ່​ລະ​ມື້​ໄດ້​ນໍາອີກ ໂດຍ​ໃຊ້​ ໝາກອຶ​ໜຶ້ງ​ບົດ ປະສົມ​ໃຫ້​ເຂົ້າ​ກັບ​ນົມ​ແລ້ວ​ຕົ້ມ​ໂດຍ​ປະສົມ​ນ້ຳ​ໜ້ອຍໜຶ່ງ ຈາກ​ນັ້ນ​ໃສ່​ນ້ຳ​ມັນ​ໝາກ​ພ້າວ ​ລົງ​ໄປ​ແລ້ວ​ຄົນ​ໃຫ້ເປັນ​ເນື້ອ​ດຽວ​ກັນ ກ່ອນ​ຕັກ​ໃສ່​ກະ​ປຸກ​ແລ້ວ​ແຊ່​ເຢັນ​ໄວ້ ນຳ​ມາ​ທາ​ຜິວ​ໜ້າ​ທຸກ​ເຊົ້າ​ກ່ອນ​ອາບ​ນ້ຳ 15 ນາ​ທີ ເພື່ອ​ຜິວ​ໜ້າ​ງາມ​ໃສ​ໄດ້​ນໍາອີກ​​

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...