Homeຂ່າວພາຍ​ໃນອິນໂດເນເຊຍພົບໄພພິບັດນໍ້າຖ້ວມກະທັນຫັນ ພ້ອມດິນຖະລົ່ມ

ອິນໂດເນເຊຍພົບໄພພິບັດນໍ້າຖ້ວມກະທັນຫັນ ພ້ອມດິນຖະລົ່ມ

Published on

ສຳນັກຂ່າວຕ່າງປະເທລາຍງານຈາກນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ເມື່ອວັນທີ 25 ມັງກອນ 2019 ວ່າ ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດ (BNPB) ລາຍງານເມື່ອວັນສຸກກ່ຽວກັບສະຖານະການລະດັບນໍ້າລົ້ນເຂື່ອນ “ບິລິ-ບິລິ” ເມື່ອກາງອາທິດນີ້ ສົ່ງຜົນໃຫ້ເກີດນໍ້າຖ້ວມກະທັນຫັນ ແລະ ດິນຖະລົ່ມເປັນວົງກວ້າງໃນພື້ນທີ່ຫຼາຍແຫ່ງທາງຕອນໃຕ້ຂອງເກາະສຸລາເວສີ ເຊິ່ງເປັນສະຖານທີ່ຕັ້ງຂອງເຂື່ອນ ປັດຈຸບັນມີລາຍງານຕົວເລກຜູ້ເສຍຊີວິດ 30 ຄົນ, ມີປະຊາກອນອີກ 30.000ຄົນ ຕ້ອງອົບພະຍົບອອກຈາກບ້ານເຮືອນ ແລະ ມີຜູ້ຕ້ອງໄດ້ຮັບການຮັກສາຕົວທີ່ໂຮງໝໍເກືອບ 50 ຄົນ.

ໄພພິບັດຄັ້ງນີ້ໄດ້ເກີດຂຶ້ນຢ່າງກະທັນຫັນມັນໄດ້ສ້າງຄວາມເສຍຫາຍເປັນວົງກວ້າງໃຫ້ກັບລະບົບໂຄງສ້າງພື້ນຖານຂະໜາດໃຫຍ່ທັງຖະໜົນ ແລະ ຂົວ ກາຍເປັນອຸປະສັກໃຫ້ກັບເຈົ້າໜ້າທີ່ໃນການລຳລຽງຄວາມຊ່ວຍເຫຼືອເຂົ້າສູ່ພື້ນທີ່ປະສົບໄພ ຈິ່ງຕ້ອງໃຊ້ເຮລິຄອບເຕີຫຼາຍລຳເຂົ້າໄປຢ່ອນຖົງເຄື່ອງຊ່ວຍເຫຼືອ ແລະ ອົບພະຍົບປະຊາຊົນແທນ. ນອກຈາກນີ້, ຜູ້ເສຍຊີວິດຍັງມີແນວໂນ້ມເພີ່ມຂຶ້ນເນື່ອງຈາກມີລາຍງານຜູ້ສູນຫາຍ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...