spot_img
Homeຂ່າວທ້ອງຖິ່ນຫຼວງນໍ້າທາ ພົບຄົນທີ່ຖືກຕົວະໄປແຕ່ງດອງ-ຄ້າປະເວນີ 252 ຄົນ

ຫຼວງນໍ້າທາ ພົບຄົນທີ່ຖືກຕົວະໄປແຕ່ງດອງ-ຄ້າປະເວນີ 252 ຄົນ

Published on

ໜຶ່ງປີຜ່ານມາ, ແຂວງ ຫຼວງນໍ້າທາ ມີຄະດີນີ້ເກີດຂຶ້ນ 41 ເລື່ອງ, ຖືກຕວົະຍົວະໄປແຕ່ງດອງ-ຂາຍປະເວນີ ແລະ ອື່ນໆ ມີ 110 ເລື່ອງ, ມີ 252 ຄົນ, ຍິງ 175 ຄົນ ແລະ ອາຍຸຕໍ່າກວ່າ 18 ປີມີ 15 ຄົນ. ຂະນະທີ່ຫົວໜ້າພະແນກຕໍາຫຼວດດ້ານການຄ້າມະນຸດ ປກສ ແຂວງ ຫຼວງນໍ້າທາ ອ້າງເຫດຜົນມາຈາກຍ້ອນແຂວງຫຼວງນໍ້າທາມີຊາຍແດນຕິດຈອດກັບ ສປ ຈີນ ກັບ ມຽນມາ ຈຶ່ງເກີດມີເຫດການປະກົດການຫຍໍ້ທໍ້ຫຼາຍ ແລະ ໄດ້ຮຽກຮ້ອງໃຫ້ທຸກຄົນເປັນເຈົ້າເຝົ້າລະວັງ, ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອຄໍາຕົວະຍົວະຂອງກຸ່ມຄົນບໍ່ດີ ຖ້າພົບເຫັນປາກົດການຢູ່ບ່ອນໃດ ຕ້ອງຮີບແຈ້ງລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງຢ່າງຮີບດ່ວນ.

ທ່ານ ພັຕ ຈັນດາ ວັນນະແສງ ຫົວໜ້າພະແນກຕໍາຫຼວດດ້ານການຄ້າມະນຸດ ປກສ ແຂວງ ຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ, ແຂວງ ຫຼວງນໍ້າທາ ມີຄະດີທີ່ພົວພັນເຖິງການຄ້າມະນຸດເກີດຂຶ້ນທັງໝົດ 41 ເລື່ອງ ໃນນັ້ນ, ມີຄະດີຄ້າມະນຸດ 14 ເລື່ອງ, ຄະດີຂົ່ມຂືນ 2 ເລື່ອງ,  ຄະດີຂົ່ມຂືນເດັກ 2 ເລື່ອງ, ທໍາມິດສະຈານ 13 ເລື່ອງ, ຮັບແຈ້ງຄວາມເສຍຫາຍ 10 ເລື່ອງ. ປັດຈຸບັນ, ໄດ້ແກ້ໄຂຂັ້ນເຈົ້າໜ້າທີ່ ຫຼື ຄູ່ກໍລະນີແລ້ວ 16 ເລື່ອງ, ຜູ້ຖືກຫາ 24 ຄົນ, ຍິງ 9 ຄົນ; ສົ່ງໃຫ້ໄອຍາການແຂວງ 9 ເລື່ອງ, ຜູ້ຖືກຫາ 16 ຄົນ ແລະ ຄະດີທີ່ກໍາລັງດໍາເນີນມີ 6 ເລື່ອງ ຜູ້ຖືກຫາ 12 ຄົນ.

ທ່ານ, ໃຫ້ຮູ້ຕື່ມອີກວ່າ: ຍ້ອນແຂວງຫຼວງນໍ້າທາມີຊາຍແດນຕິດຈອດກັບ ສປ ຈີນ ກັບ ມຽນມາ ແລະ ມີດ່ານ ຕມ ສາກົນ 1 ດ່ານ, ດ່ານ ຕມ ທ້ອງຖິ່ນ 4 ດ່ານ ຜ່ານການກວດກາຄົນເຂົ້າ-ອອກເມືອງຢູ່ດ່ານ ຕມ ສາກົນບໍ່ເຕ່ນໃນໄລຍະ 1 ປີຜ່ານມາ ພົບເຫັນຍິງສາວຄົນລາວ ແລະ ຕ່າງປະເທດ ທີ່ເດີນທາງໄປປະເທດຈີນ ເພື່ອໄປແຕ່ງດອງ ຫຼື ຖືກຕົວະຍົວະຫຼອກລວງໄປຂາຍປະເວນີ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ຈຶ່ງຢາກຮຽກຮ້ອງເຖິງພໍ່ແມ່ຜູ້ປົກຄອງ, ປະຊາຊົນບັນດາເຜົ່າ ທັງພາກລັດ-ເອກະຊົນ ເປັນເຈົ້າການຊ່ວຍເຫຼືອໃນການເຝົ້າລະວັງ ແລະ ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອຄໍາຕົວະຍົວະຫຼອກລວງຂອງກຸ່ມຄົນບໍ່ດີ ຖ້າພົບເຫັນປະກົດການຢູ່ບ່ອນໃດຕ້ອງຮີບແຈ້ງລາຍງານຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢ່າງຮີບດ່ວນ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: laostoursonline.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...