Homeຂ່າວທ້ອງຖິ່ນການເງິນ ຈະເລີ່ມນຳໃຊ້ລະບົບແຈ້ງພາສີປະຕູດຽວ ຢູ່ດ່ານສາກົນຂົວມິດຕະພາບ 1

ການເງິນ ຈະເລີ່ມນຳໃຊ້ລະບົບແຈ້ງພາສີປະຕູດຽວ ຢູ່ດ່ານສາກົນຂົວມິດຕະພາບ 1

Published on

ກະຊວງການເງິນ ຈະເລີ່ມເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເຂົ້າໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບແຫ່ງທີ 1 ເປັນບ່ອນທໍາອິດ ພາຍຫຼັງມີການປັບປຸງສໍາເລັດແລ້ວ ຈະເປີດຂະຫຍາຍອອກໄປສູ່ດ່ານພາສີແຫ່ງອື່ນໆ ທົ່ວປະເທດ ເຊິ່ງການເກັບພາສີດັ່ງກ່າວ, ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈະເກັບຄ່າບໍລິການນໍາໃຊ້ລະບົບໃນອັດຕາ 120.000 ກີບຕໍ່ການແຈ້ງນໍາເຂົ້າ-ສົ່ງສິນຄ້າ 1 ຄັ້ງ ແລະ ຈະບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການລັດທີ່ກ່ຽວຂ້ອງ.

ກະຊວງການເງິນ ໄດ້ອອກຂໍ້ຕົກລົງສະບັບເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019 ວ່າດ້ວຍການອະນຸມັດນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເຊິ່ງໄດ້ລະບຸວ່າ: ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ ( Lao National Single Window ຫຼື LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າປະເພດຕ່າງໆ ໂດຍໃຫ້ນໍາໃຊ້ລະບົບດັ່ງກ່າວ, ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າປະເພດພາຫະນະຢູ່ດ່ານພາສີສາກົນຂົວມິດຕະພາບແຫ່ງທີ 1 ເປັນບາດກ້າວຂອງການເລີ່ມຕົ້ນ ພາຍຫຼັງປັບປຸງພັດທະນາສໍາເລັດ ຈຶ່ງຈະສືບຕໍ່ຜັນຂະຫຍາຍການນໍາໃຊ້ລະບົບໄປສູ່ບັນດາດ່ານພາສີສາກົນທົ່ວປະເທດ.

ສ່ວນການຊໍາລະຄ່າພາສີ, ຄ່າອາກອນ, ຄ່າທໍານຽມ, ຄ່າບໍລິການ ແລະ ພັນທະອື່ນໆ ທີ່ຕ້ອງມອບເຂົ້າງົບປະມານແຫ່ງລັດ, ສໍາລັບການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ເຄື່ອງຂອງຕ່າງໆ ໃຫ້ຊໍາລະລວມສູນຢູ່ຈຸດດຽວ ທີ່ດ່ານພາສີຊາຍແດນບ່ອນນໍາເຂົ້າ-ສົ່ງອອກສິນຄ້າ ໂດຍຜ່ານລະບົບແຈ້ງພາສີປະຕູດຽວ (LNSW) ທີ່ເຊື່ອໂຍງກັບລະບົບແຈ້ງ ໂດຍພາສີເອເລັກໂຕຣນິກ (ASYCUDA) ແລະ ລະບົບຊໍາລະເງິນຜ່ານທະນາຄານ (SmartTax), ມອບໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈັດເກັບຄ່າບໍລິການນໍາໃຊ້ລະບົບດັ່ງກ່າວ, ໃນອັດຕາ 120.000 ກີບຕໍ່ການແຈ້ງນໍາເຂົ້າ-ສົ່ງສິນຄ້າ 1 ຄັ້ງ ຕາມທີ່ກໍານົດໃນສັນຍາສໍາປະທານໂຄງການດັ່ງກ່າວ ເຊິ່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການລັດທີ່ກ່ຽວຂ້ອງ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ:ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...