Homeນານາສາລະຄວາມໝາຍຂອງດອກໄມ້ທີ່ມອບໃຫ້ກັນ ແທນຄວາມຮູ້ສຶກ ຫຼື ຄໍາເວົ້າ

ຄວາມໝາຍຂອງດອກໄມ້ທີ່ມອບໃຫ້ກັນ ແທນຄວາມຮູ້ສຶກ ຫຼື ຄໍາເວົ້າ

Published on

ດອກໄມ້ເປັນສິ່ງທີ່ສາມາດໃຫ້ກັນໄດ້ຕະຫຼອດ ບໍ່ວ່າຈະເປັນວັນຄົບຮອບທີ່ໄດ້ຮັກກັນ, ວັນສໍາຄັນຂອງບ່າວ-ສາວ, ວັນຮັບໃບປະກາດ, ວັນຄອບຄົວ, ວັນເກີດ ຫຼື ໂອກາດພິເສດ ແຕ່ການທີ່ຈະມອບດອກໄມ້ໃຫ້ໃຜຄົນໜຶ່ງຕ້ອງຄໍານຶງເຖິງວ່າຈະມອບໃຫ້ໃຜ ເພື່ອຄວາມເໝາະສົມ ແລະ ສາມາດສື່ຄວາມເຖີງຮູ້ສຶກ ແທນຄວາມໝາຍຂອງຄໍາເວົ້າຂອງຜູ້ໃຫ້ຕໍ່ຜູ້ຮັບໄດ້ຢ່າງເລິກເຊີ່ງ.

ສໍາລັບຄູ່ບ່າວ-ສາວ ທີ່ຢາກບອກຮັກກັນແທນຄໍາເວົ້າດ້ວຍດອກໄມ້ ເຮົາໄປເບິ່ງນໍາກັນເລີຍວ່າດອກໄມ້ແຕ່ລະຊະນິດສື່ຄວາມໝາຍແນວໃດ?

ຄວາມໝາຍຂອງດອກກຸຫຼາບ: ໃນວັນແຫ່ງຄວາມຮັກ ຫຼື ວັນຄົບຮອບ ຫຼື ວັນສ້າງສັນຕ່າງໆ ຄົງຈະຂາດດອກກຸຫຼາບບໍ່ໄດ້ ໂດຍການບອກຮັກດ້ວຍດອກກຸຫຼາບນັ້ນສາມາດບອກເຖິງນິໄສ ແລະ ຄວາມໝາຍຂອງສີດອກໄມ້ອີກດ້ວຍເປັນຕົ້ນຄື:

ກຸຫຼາບສີແດງ ແທນວ່າ: “ຂ້ອຍຮັກເຈົ້າ” ໂດຍບົ່ງບອກເຖິງການແອບຮັກໃຜຄົນໜຶ່ງ, ໃຊ້ເປັນຂອງສື່ແທນໃຈເພື່ອບອກໃຫ້ຜູ້ຮັບຮູ້ວ່າມີຄົນກໍາລັງແອບຮັກຢູ່, ເປັນຄວາມຮັກທີ່ສຸດແສນຈະເລີກເຊິ່ງ, ໝັ້ນຄົງ ແລະ ບໍ່ມີວັນຈືດຈາງ.

ກຸຫຼາບສີບົວ: ເປັນຄວາມຮັກທີ່ໂຣແມນຕິກ ແລະ ສະແດງເຖິງຄວາມຮັກອັນຫວານຊຶ້ງທີ່ຜູ້ໃຫ້ມີຕໍ່ຜູ້ຮັບ ແຕ່ຢ່າຟ້າວດີໃຈ ເພາະອາດຈະເປັນພຽງຮັກທີ່ຫຼອກລວງກໍ່ເປັນໄປໄດ້.

ກຸຫຼາບແດງເຫຼືອງ: ຄວາມຮັກແບບໝູ່ເພື່ອນ ເປັນຕົວແທນແຫ່ງມິດຕະພາບທີ່ສື່ເຖິງຄວາມຫ່ວງໃຍຂອງຜູ້ໃຫ້, ສະແດງເຖິງຄວາມປາຖະໜາດີ ຕ້ອງການໃຫ້ສຸຂະພາບແຂງແຮງ, ມີຄວາມສຸກ ເໝາະກັບການມອບໃຫ້ໝູ່ເພື່ອນໃນໂອກາດພິເສດຕ່າງໆ ຫຼື ໄປຢ້ຽມຢາມຖາມສຸກທຸກ ແລະ ເວລາເຈັບເປັນກໍໄດ້ເຊັ່ນກັນ.

ກຸຫຼາບສີຂາວ: ຄວາມຮັກບໍລິສຸດ ສະແດງເຖິງຄວາມຮັກທີ່ໃສສະອາດບໍລິສຸດ ໂດຍບໍ່ຄິດວ່າຮັກທີ່ມອບໃຫ້ໄປຈະໄດ້ຄວາມຮັກຕອບກັບມາ ຫຼື ບໍ່ ເໝາະກັບການມອບໃຫ້ເຈົ້ານາຍ, ພໍ່ແມ່ ຫຼື ຄູບາອາຈານ ແລະ ຜູ້ອາວຸໂສ.

ດອກເດຊີ: ເປັນຕົວແທນຂອງຄວາມຮັກໄຮ້ດຽງສາ ແລະ ຄວາມຮັກບໍລິສຸດໃຈທີ່ມີຕໍ່ກັນ ສື່ເຖິງຄວາມຮັກ ແລະ ຫົວໃຈທີ່ໃສສະອາດ ແລະ ຍັງເປັນດອກໄມ້ທີ່ສາວໆມັກຫຼາຍ ໂດຍສະເພາະດອກເດຊີ່ສີຂາວ ເມື່ອໃຫ້ໃຜໄປເຂົາກໍຍ່ອມຮູ້ສຶກເຖິງຄວາມປາຖະໜາດີ ແລະ ມີຄວາມຮັກບໍລິສຸດໃຈຂອງຜູ້ໃຫ້.

ດອກລິນລີ່ສີຂາວ: ແທນຄໍາວ່າ: “ຂ້ອຍຮູ້ສຶກດີທີ່ໄດ້ຮູ້ຈັກ ແລະ ຢາກຢູ່ໃກ້ເຈົ້າ”  ສະແດງເຖິງຄວາມຮັກແບບອ່ອນຫວານ, ຈິງໃຈ ແລະ ເທີດທູນ ເໝາະກັບການມອບໃຫ້ໃນວັນແຫ່ງຄວາມຮັກ ຫຼື ວັນວາເລັນທາຍ, ວັນຮັບປະລິຍາ ຫຼື ໃນໂອກາດທີ່ຫາຍາກໃນການເຂົ້າໄປທໍາຄວາມຮູ້ຈັກກັບໃຜຄົນໜຶ່ງ.

ດອກຄາຣເນຊັ່ນສີບົວ: ຕົວແທນຄວາມຮູ້ສຶກ…”ຂ້ອຍຄິດຮອດເຈົ້າຕະຫຼອດເວລາ” ມີຄວາມໝາຍເລີກເຊິ່ງ ແລະ ຫອມຫວານຄືກັບສີຂອງດອກໄມ້, ສື່ເຖິງຄວາມຮັກທີ່ກໍາລັງເບັ່ງບານເປັນສີບົວ.

ດອກຟອຣເກັດມີນອດ: ແທນຄວາມໝາຍ “ຢ່າລືມຄວາມຮູ້ສຶກດີໆທີ່ເຄີຍມີໃຫ້ກັນ” ເປັນດອກໄມ້ແຫ່ງຄວາມໂຣແມນຕິກ ຈາກຕໍານານຄວາມຮັກທີ່ສຸດຊຶ້ງທີ່ເຄີຍເລົ່າຂານກັນມາ.

ດອກທິວລິບສີແດງ: ແທນຄໍາວ່າ: “ຢາກໃຫ້ໂລກຮູ້ວ່າຂ້ອຍຮັກເຈົ້າ” ສະແດງເຖິງຄວາມໝັ້ນຄົງໃນຄວາມຮັກ, ຄວາມຈິງຈັງຈິງໃຈ, ຄວາມຊື່ສັດ ແລະ ຮັກໝົດຫົວໃຈຂອງຜູ້ໃຫ້.

ດອກກ້ວຍໄມ້: ເປັນດອກໄມ້ທີ່ບອກຮັກວ່າ: “ຂ້ອຍບໍ່ອາດຫ້າມຫົວໃຈໃຫ້ຄິດຮອດເຈົ້າໄດ້” ຖືເປັນຕົວແທນຂອງຄວາມໝັ້ນຄົງແລະ ຄວາມງາມຂອງຄວາມຮັກ.

ດອກຕາເວັນ: ໃຊ້ແທນຄວາມໝາຍຂອງຄວາມເຊື່ອໝັ້ນ, ໝັ້ນຄົງ, ຮັກດຽວໃຈດຽວ ໃຜໄດ້ຮັບຕ້ອງເປັນທີ່ປື້ມຍິນດີ ເພາະນັ້ນໝາຍຄວາມວ່າ ຜູ້ໃຫ້ຕ້ອງການທີ່ຈະພິຊີດໃຈເຈົ້າໃຫ້ໄດ້ນັ້ນເອງ.

ດອກຄັດເຕີຣ: ສະແດງເຖິງຄວາມຮູ້ສຶກທີ່ເລີກເຊິ່ງ  “ເຖິງເຈົ້າຈະບໍ່ຫຼຽວມາແຕ່ຂ້ອຍຈະຢູ່ຂ້າງໆເຈົ້າຕໍ່ໄປ” ເປັນດອກໄມ້ປະດັບ ແລະ ບໍ່ເດັ່ນເທົ່າໃດດອກໄມ້ຊະນິດອື່ນ ແຕ່ຖ້າຂາດດອກໄມ້ຊະນິດນີ້ໄປກໍອາດຈະບໍ່ສວຍງາມເທົ່ານີ້ກໍເປັນໄປໄດ້.

ດອກໄລເຊນທັສ: ເປັນດອກໄມ້ທີ່ນິຍົມໃຊ້ໃນການຈັດຊໍ່ດອກໄມ້ສໍາລັບງານແຕ່ງດອງ ລັກສະນະຄ້າຍຄືກັບດອກກຸຫຼາບ ແຕ່ມີຂະໜາດນ້ອຍ ແລະ ບາງກວ່າ ເປັນດອກໄມ້ທີ່ສື່ເຖິງມິດຕະພາບອັນໝັ້ນຄົງ, ຄວາມຊົງຈໍາດີໆ ແລະ ຄວາມເອົາໃຈໃສ່ຕໍ່ກັນ ແລະ ກັນ.

ນັ້ນກໍເປັນຄວາມໝາຍຂອງດອກໄມ້ ຖືໄດ້ວ່າຄວາມໝາຍຂອງແຕ່ລະຊະນິດນັ້ນມັນຫວານເລີກເຊິ່ງແທ້ໆ ແລະ ຍ່າລືມມອບໃຫ້ຄົນພິເສດຂອງທ່ານ ເພື່ອຈະໄດ້ບອກຄວາມຮູ້ສຶກທີ່ແທ້ຈິງຕໍ່ຜູ້ຮັບກັນເດີ້.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼງຂໍ້ມູນຈາກ: akerufeed.com

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...