Homeຄວາມງາມຜົນລັບຂອງການເ​ພິ່ງ​ຢາລົດນ້ຳໜັກ

ຜົນລັບຂອງການເ​ພິ່ງ​ຢາລົດນ້ຳໜັກ

Published on

1

 – ຫົວ​ໃຈ​ເຕັ້ນ​ໄວ
ຢາລຸດ​ນ້ຳໜັກ​ນັ້ນ​ເມື່ອ​ຮັບປະທານ​ເຂົ້າໄປ​ແລ້ວ​ຈະ​ໄປ​ເຮັດໃຫ້​ອັດຕາ​ການ​ເຕັ້ນ​ຂອງ​ຫົວ​ໃຈ​ນັ້ນໄວ​ຂຶ້ນ ແລະ ​ຖ້າ​ຫົວ​ໃຈ​ເຕັ້ນ​ໄວ​ຂຶ້ນ​ກໍ​ຍ່ອມ​ບໍ່ແມ່ນ​ເລື່ອງ​ທີ່​ດີ​ຢ່າງ​ແນ່ນອນ
– ຄວາມ​ດັນ​ສູງ
ຖ້າ ທ່ານ​ກຳ​ລັງ​ຮັບປະທານ​ຢາລົດ​ນ້ຳໜັກຢູ່ ລອງ​ໄປ​ກວດ​ເບິ່ງ​ແລ້ວ​ຈະ​ພົບ​ວ່າ​ຄວາມ​ດັນ​ຂອງ​ທ່ານນັ້ນ​ຈະ​ສູງ​ຂຶ້ນ​ແນ່ນອນຜົນ​ທີ່​ຕາມ​ມາ​ກໍ​ຄື​ເຈົ້າ​ຈະ​ຮູ້ສຶກ​ປວດ​ຫົວ ແລະ​ເຮັດໃຫ້​ຮ່າງກາຍ​ມີ​ອຸນຫະພູມ​ທີ່​ສູງ​ຂຶ້ນ​ອີກ​ດ້ວຍ
– ຫາຍ​ໃຈ​ຖີ່​ຂຶ້ນ
ອັດຕາ​ການ​ຫາຍ​ໃຈ​ຈະ​ເພີ່ມ​ຫລາຍ​ຂຶ້ນ​ ເມື່ອ​ທ່ານຮັບປະທານ​ຢາລົດນ້ຳໜັກ​ເຂົ້າໄປ ຄືກັບ​ຢາ​ເຫລົ່າ​ນີ້​ໄປ​ກະຕຸ້ນ​ລະບົບ​ຕ່າງໆ​ໃນ​ຮ່າງກາຍ​ນັ້ນ​ເອງ
– ບໍ່​ມີ​ຫຍັງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ
ຢາທີ່​ເຮົາ​ເຫັນໆ​ກັນ​ຄື​ເຮົາ​ສາມາດ​ຫາ​ຊື້​ຢາລົດ​ນ້ຳ​ໜັກ​ໄດ້​ງ່າຍ​ດາຍ​ຫລາຍ ທຸກ​ບ່ອນ​ກໍ​ບອກວ່າ​ປອດ​ໄພ 100% ແຕ່​ທ່ານຈະ​ໝັ່ນໃຈ​ໄດ້ແນວໃດວ່າ​ມັນ​ຈະ​ປອດ​ໄພ​ກັບ​ໂຕທ່ານ ມັນ​ບໍ່​ຄຸ້ມ​ກັນ​ເລີຍ​ທີ່​ທ່ານ​ຈະ​ມາ​ລຸດ​ນ້ຳ​ໜັກ​ໂດຍ​ໃຊ້​ທາງ​ລັດ​ແບບ​ນີ້​ແລ້ວ​ຮ່າງກາຍ​ຊຸດ​ໂຊມ ລົງ​ໄປ ສູ້​ທ່ານ​ອອກ​ກຳ​ລັງ​ກາຍ ​ແລະ ​ຄວບ​ຄຸມ​ອາຫານ​ຢ່າງ​ຄ່ອຍ​ເປັນ​ຄ່ອຍ​ໄປ​ຈະ​ດີກວ່າ
– ຢາລົດ​ນ້ຳ​ໜັກ​ກຳ​ລັງ​ຕວະທ່ານຢູ່
ຢາລົດ​ນ້ຳ​ໜັກ​ນັ້ນ​ຈະ​ເຮັດໃຫ້​ເຈົ້າ​ບໍ່​ໄດ້​ຮູ້ສຶກ​ຫິວ ທັງ​ທີ່​ແທ້ໆ​ແລ້ວ​ຮ່າງກາຍ​ທ່ານ​ຕ້ອງ​ການ​ອາຫານ ຊຶ່ງ​ຖື​ເປັນ​ເລື່ອງ​ທີ່​ໜ້າ​ຢ້ານ​ຫລາຍ​
– ອາການ​ຄ້າງ​ຄຽງ​
ວຽນຫົວ, ຫງຸດ​ຫງິດ, ເຈັບ​ຫົວ, ຕາ​ມົວ​, ນອນ​ບໍ່​ຫລັບ, ອ່ອນ​ເພຍ, ຫົວ​ໃຈ​ລົ້ມເຫລວ, ຜົມ​ລົ່ນ, ພະຍາດ​ຫົວ​ໃຈ, ປາກ​ແຫ້ງ, ຖອກທ້ອງ, ຮາກ, ໃຈ​ສັ່ນ ຫາຍ​ໃຈ​ຖີ່ ແລະ ​ນີ້​ເປັນພຽງ​ບາງ​ສ່ວນ​ທີ່​ອາດຈະ​ເກີດ​ຂຶ້ນ​ເມື່ອ​ທ່ານ​ຮັບປະທານ​ຢາລົດ​ນ້ຳ​ໜັກ ເພາະ​ສະ​ນັ້ນ​ຖ້າ​ເປັນ​ໄປ​ໄດ້​ກໍ​ຢ່າ​ໄປ​ຍຸ່ງ​ກັບ​ມັນ​ເລີຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...