spot_img
Homeຂ່າວທ້ອງຖິ່ນເຊກອງ ມີໄຟຟ້າເຂົ້າເຖິງປະຊາຊົນເກືອບ 80% ຂອງຄອບຄົວທັງໝົດທົ່ວແຂວງ

ເຊກອງ ມີໄຟຟ້າເຂົ້າເຖິງປະຊາຊົນເກືອບ 80% ຂອງຄອບຄົວທັງໝົດທົ່ວແຂວງ

Published on

ເປັນອີກໜຶ່ງຜົນສໍາເລັດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ທີ່ໄດ້ເອົາໃຈໃສ່ພັດທະນາວຽກງານ ແລະ ຂະຫຍາຍໄຟຟ້າອອກສູ່ຊົນນະບົດໃຫ້ປະຊາຊົນໄດ້ຊົມໃຊ້ ເຊິ່ງປັດຈຸບັນ, ທົ່ວແຂວງ ເຊກອງ ມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງແລ້ວ 131 ບ້ານກວມເອົາ 66, 49% ແລະ ມີຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແລ້ວ 18,02 ພັນຄອບຄົວກວມເອົາ 75,53% ຂອງຄອບຄົວທັງໝົດທົ່ວແຂວງ.

ຕາມຂໍ້ມູນຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວແຂວງ ເຊກອງ ມີລະບົບຕາຂ່າຍໄຟຟ້າແຮງສູງ 115 ກິໂລແມັດ ຍາວ 116 ກິໂລແມັດ, ຕາຂ່າຍໄຟຟ້າແຮງກາງ 22 ກິໂລໂວນ ຍາວ 752,54 ກິໂລແມັດ, ຕາຂ່າຍໄຟຟ້າ 12,7 ກິໂລໂວນ ຍາວ 34,9 ກິໂລແມັດ, ຕາຂ່າຍໄຟຟ້າ 0,23 ກິໂລໂວນ ຍາວ 1,65 ກິໂລແມັດ, ລະບົບຕາຂ່າຍໄຟຟ້າແຮງຕໍ່າ 0,4 ກິໂລໂວນ ຍາວ 379,78 ກິໂລແມັດ, ໝໍ້ແປງ 439 ໜ່ວຍ, ກໍາລັງຕິດຕັ້ງ 42.640 ກິໂລໂວນອໍາແປ ແລະ ມີໝໍ້ໄຟທັງໝົດ 16.412 ໜ່ວຍ, ມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງແລ້ວ 131 ບ້ານກວມເອົາ 66, 49% ແລະ ມີຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແລ້ວ 18,02 ພັນຄອບຄົວກວມເອົາ 75,53% ຂອງຄອບຄົວທັງໝົດທົ່ວແຂວງ.

ແຕ່ນີ້ຮອດປີ 2020 ແຂວງ ເຊກອງ ຈະສືບຕໍ່ຂະຫຍາຍຕາຂ່າຍໄຟຟ້າອອກສູ່ຊົນນະບົດຫ່າງໄກສອກຫຼີກ ແລະ ບ່ອນທີ່ມີເງື່ອນໄຂຊົມໃຊ້ທີ່ເມືອງ ລະມາມ, ກະລິມ ແລະ ເມືອງ ດາກຈຶງ ໂດຍຈະຊຸກຍູ້ສົ່ງເສີມ ແລະ ຂະຫຍາຍໄຟຟ້າພາກເອກະຊົນ ແລະ ວິສາຫະກິດຂອງລັດ ທີ່ໄດ້ຜ່ານຂັ້ນຕອນການສໍາຫຼວດ ແລະ ກໍາລັງກໍ່ສ້າງ ເພື່ອຜະລິດ-ຈໍາໜ່າຍກະແສໄຟຟ້າພາຍໃນ ແລະ ຕ່າງປະເທດ ເປັນຕົ້ນໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ, ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍອີເມີນ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້.

ໃນໄລຍະຜ່ານມາ, ພັກ-ລັດ ກໍຄືຄະນະພັກອົງການປົກຄອງແຂວງຍັງໄດ້ອະນຸຍາດໃຫ້ບໍລິສັດສຶກຄວາມເປັນໄປໄດ້ (ເຊັນ MOU) ເພື່ອສ້າງເຂື່ອນໄຟຟ້ານໍ້າຕົກ, ພະລັງງານໄຟຟ້າແສງຕາເວັນ, ພະລັງງານລົມຄວາມຮ້ອນ (ຖ່ານຫີນ) ລວມມີ 45 ໂຄງການ ແລະ ກໍາລັງຈະເລີ່ມພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ (ເຊັນ PDA) ມີ 22 ໂຄງການ ໃນນັ້ນ, ໂຄງການຂະໜາດໃຫຍ່ເກີນ 15 ເມກາວັດຂຶ້ນໄປມີ 8 ໂຄງການ ແລະ ໂຄງການຂະໜາດນ້ອຍ 15 ເມກາວັດລົງມາມີ 14 ໂຄງການ.

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...