spot_img
Homeວົງການສື່ມວນຊົນວິ​ທະ​ຍຸ CRI-FM93 ເປິ​ດບໍລິການ APP ​ຢ່າງ​ເປັນ​ທາງ​ການ

ວິ​ທະ​ຍຸ CRI-FM93 ເປິ​ດບໍລິການ APP ​ຢ່າງ​ເປັນ​ທາງ​ການ

Published on

 

ວັນ​ທີ່ 24 ກັນຍາ 2014 ນີ້ ຢູ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ນະຄອນຫຼວງ​ວຽງ​ຈັນ, ວິ​ທະ​ຍຸ​ສາກົນ​ປະ​ເທດ​ຈີນ(CRI)

​ໄດ້​ຈັດ​ງານ​ຖະຂ່າວ​ກ່ຽວກັບ​ເປິ​ດ​ໂຕ APP ຂອງ​ວິທະຍຸ CRI-FM93 ຢ່າງ​ເປັນ​ທາງ​ການ, ​ໂດຍ​ມີທ່ານຫົວ​ກົມ​ສື່​ມວນ​ຊົນ

ຂອງ​ກະຊວງ​ຖະ​ແຫຼ​ງຂ່າວ ວັດທະນະ​ທ​ຳ ​ແລະ ທ່ອງ​ທ່ຽວ, ທ່ານຮອງ​ປະ​ທານ​ສະ​ມາ​ນັກ​ຂ່າວແຫ່ງ ສປປ ລາວ​ ແລະ​ ທ່ານ

​ຮອງ​ອຳນວຍ​ການ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ນຳ​ດ້ວຍ.

 

ໃນ​ງານ​ຖະ​ແຫຼ​ງຂ່າວ ທ່ານ​ ນາງ ​ແສງ​ແກ້ວ, ຫົວໜ້າວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນປະຈຳ​ລາວ​ແຈ້ງ​ໃຫ້​ຊາບ​ວ່າ: ​ເພື່ອ

​ເປັນ​ການ​ຮັບ​ໃຊ້​ມິດ​ລາຍການ​ຂອງ CRI ທີ່​ມີ​ຢູ່​ໃນ​ທົ່ວ​ປະ​ລາວ ​ແລະ ສປຈີນ, ຈົນ​ກະ​ທັງ​ທົ່ວ​ໂລກຜູ້ຮັບ​ຟັງ​ວິທະຍຸ CRI

FM 93.0 MHZ ໄດ້​ຢ່າງ​ສະ​ດວກວ່ອງ​ໄວ​ທັນ​ການ, CRI​ໄດ້​ຮ່ວມ​ມື​ກັບ​ບໍລິສັດ IT ທີ​ມີ​ຊື່​ສຽງ​ຂອງ​ຈີນ​​ຜະລິດ APP

(Appli cation) ທີໃຊ້ສະເພາະວິທະຍຸ CAI​-FM 93 ອອກມາ ໂດຍຜ່ານການທົດລອງເປັນໄລຍະເຄິ່ງປີ ແລະ ຢືນຢັນວ່າ

 

ຖ້າດາວໂຫຼດ APP ຂອງ CRI-FM 93 ບໍ່​ວ່າ​ຈະ​ຢູ່​ແຂວງ​ໃດ ຫຼື​ ຕ່າງປະ​ເທດບໍ່​ວ່າ​ຈະ​ເປັນ​ມື​ຖື ​ແທັບແລັດ, IPAD ຫຼື ອື່ນໆ,

ຂໍ​ແຕ່​ຢູ່ບ່ອນ​ທີ​ມີບໍລິການ​ອີນ​ເຕີ​ເນັດ, ທ່ານ​ກໍ່ສາດ​ມາດ​ໃຊ້​ APP ຮັບ​ຟັງ​ລາຍການ​ຂອງ CRI-FM 93 ໄດ້​ຢ່າງ​ຈະແຈ້ງ

ແລະ ​ທັນກ​ານ.

 

APP ນີ້​ແບ່ງ​ອອກ​ເປັນ 2 ລະບົບ​ຄື: Android ແລະ ios, ຖ້າ​ນຳ​ໃຊ້​ລະບົບ Android ຈະ​ດາວ​ໂຫລດ​ໄດ້​ທີ່ Play Stored,

ຖ້າ​ທ່ານ​ນຳ​ໃຊ້ iso ຄື​ໃຊ້ IPhone ຫຼື ipad, ກໍດາວ​ໂຫລດ​ໄດ້​ທີ່ APP Store. ນອກ​ນັ້ນ​ແຕ່​ນີ້​ເປັນຕົ້ນ​ໄປ, ທ່ານ​ຍັງ​ສາມາດ

ສະ​ແກນ QR Code ໃນ​ວາລະ​ສານພາ​ເພີນ​ໄດ້​ທຸກ​ສະບັບ.

 

ວິທະຍຸ CRI FM93.0 FMz ເລີ່​ມອອກ​ອາກາດ​ຢູ່່ລາວ​ແຕ່​ເດືອນ​ພະຈິກ 2006 ​ເປັນຕົ້ນ​ມາ​ແລະ ກໍໄດ້​ຮັບ​ຄວາມ​ສົນ​ໃຈ

​ແລະ ສະໜັບ​ສະ​ໝູນ​ຢ່າງ​ຫຼວງ​ຫຼາຍ​ຈາກ​ຜູ້​ຟັງ​. ການ​ນຳ​ສະ​ເໜີ APP ນີ້ອອກ​ມາ, ຈະ​ສາມາດ​ຕອບ​ສະໜອງ​ຄວາມ

​ຕ້ອງການ​ຂອງ​ຜູ້​ຟັງ​​ໄດ້​ດີ​ຂື້ນຕື່ມ. ໃນຕໍ່ໜ້າ​ນີ້, CRI- FM 93 ຈະ​ພັດທະນາ​ການ​ບໍລິການ​ຕື່ນ​ອີກ, ​ເພື່ອ​ໃຫ້​ທ່ານ​ຜູ້​ຟັງ​

ໄດ້​ຮັບ​ຟັງ​ລາຍການວິທຍຸນີ້​ໄດ້​ຢ່າງ​ສະ​ດວກ ​​ແລະ​ ສະບາຍ​ກວ່າ​ເກົ່າ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...