Homeຂ່າວທ້ອງຖິ່ນເຈົ້າແຂວງເລັ່ງຜູ້ຮັບເໝົາກໍ່ສ້າງເຮືອນພັກຊົ່ວຄາວ ເມືອງສະໜາມໄຊ ໃຫ້ແລ້ວພາຍໃນເດືອນນີ້!

ເຈົ້າແຂວງເລັ່ງຜູ້ຮັບເໝົາກໍ່ສ້າງເຮືອນພັກຊົ່ວຄາວ ເມືອງສະໜາມໄຊ ໃຫ້ແລ້ວພາຍໃນເດືອນນີ້!

Published on

ການກໍ່ສ້າງເຮືອນພັກຊົ່ວຄາວຂອງຜູ້ປະສົບໄພຈາກຄູກັ້ນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ອີງຕາມແຜນເບື້ອງຕົ້ນຈະສໍາເລັດ ແລະ ໃຫ້ຜູ້ປະສົບໄພໄດ້ເຂົ້າຢູ່ທັງໝົດພາຍໃນເດືອນພະຈິກ 2018, ແຕ່ການກໍ່ສ້າງລ່າຊ້າເລີຍເວລາຈົນເຖິງປັດຈຸບັນ ເຊິ່ງເຈົ້າແຂວງໄດ້ເລັ່ງໃຫ້ບໍລິສັດຜູ້ຮັບເໝົາເລັ່ງມືກໍ່ສ້າງໃຫ້ທ່ວງທັນ ແລະ ຍົກຍ້າຍປະຊາຊົນທີ່ຄົງຄ້າງທັງໝົດໃຫ້ແລ້ວພາຍໃນເດືອນ ມັງກອນ 2019 ນີ້.

ວັນທີ 27 ທັນວາ 2018 ທີ່ຜ່ານມາ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າການກໍ່ສ້າງເຮືອນພັກຊົ່ວຄາວຂອງຜູ້ປະສົບໄພທີ່ ເມືອງ ສະໜາມໄຊ ໂດຍຊີ້ນໍາພາກສ່ວນຮັບເໝົາກໍ່ສ້າງເລັ່ງມືກໍ່ສ້າງໃນຈໍານວນທີ່ຍັງເຫຼືອ ໃຫ້ຮີບຮ້ອນສືບຕໍ່ປະກອບ ແລະ ຕິດຕັ້ງໃຫ້ທ່ວງທັນ ເພື່ອຈັດສັນຍົກຍ້າຍປະຊາຊົນບ້ານທີ່ຍັງຄົງຄ້າງຢູ່ໃນແຕ່ລະຈຸດໃຫ້ສໍາເລັດໂດຍໄວ ພາຍໃນເດືອນ ມັງກອນ 2019 ນີ້. ພ້ອມນັ້ນ, ຍັງນໍາເອົາກໍາລັງທະຫານເຂົ້າມາຊ່ວຍກໍ່ສ້າງຮ່ວມກັບບໍລິສັດສູນລະ 40 ຄົນ.

ໃນການລົງຕິດຕາມຊູກຍູ້ຄັ້ງນີ້ໄດ້ລົງຢູ່ 3 ສູນຄື: ສູນດອນບົກ ມີຈໍານວນ 125 ຄອບຄົວ ຍ້າຍມາຈາກບ້ານທ່າແສງຈັນ ໂດຍເຮືອນພັກຊົ່ວຄາວທີ່ຈະສ້າງມີທັງໝົດ 178 ຫຼັງ, ກໍ່ສ້າງສໍາເລັດ 62 ຫຼັງ; ສູນປິນດົງມີ 89 ຄອບຄົວ ຍ້າຍມາຈາກ ບ້ານ ສະໝອງ ມີເຮືອນພັກຊົ່ວຄາວທັງໝົດ 90 ຫຼັງ ໃນນັ້ນ ເຮືອນຄູ່ 23 ຫຼັງ, ດ່ຽວ 67 ຫຼັງ ແລະ ກໍ່ສ້າງສໍາເລັດ 15 ຫຼັງ; ສູນຕໍມໍຢອດຍ້າຍມາຈາກ ບ້ານ ຫີນລາດ ຈໍານວນ 176 ຄອບຄົວ ແລະ ບ້ານ ຕະມໍຢອດ 45 ຄອບຄົວ ໂດຍມີເຮືອນພັກຊົ່ວຄາວທັງໝົດ 196 ຫຼັງ, ກໍ່ສ້າງສໍາເລັດແລ້ວ 103 ຫຼັງ ເຊິ່ງຍັງ 74 ຄອບຄົວບໍ່ໄດ້ເຂົ້າໄປພັກເທື່ອຍ້ອນບາງຄອບຄົວມີຈໍານວນຄົນຫຼາຍ ຈິ່ງຈໍາເປັນໄດ້ລໍຖ້າເຮືອນຄູ່ (ຢູ່ໄດ້ຫຼາຍຄົນ) ປະກອບສໍາເລັດ. ໃນຈໍານວນ 3 ສູນລວມບໍລິສັດຮັບເໝົາກໍ່ສ້າງມີ 5 ບໍລິສັດຄື: ບໍລິສັດບຸກເບີກ, ບໍລິສັດກໍ່ສ້າງປະກອບເຮືອນ, ບໍລິສັດຕິດຕັ້ງນໍ້າສະອາດ, ບໍລິສັດຕິດຕັ້ງວິດ-ຄອງນໍ້າ ແລະ ບໍລິສັດຕິດຕັ້ງລະບົບໄຟຟ້າ.

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ເສດຖະກິດ-ສັງຄົມ, laoedaily.com

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...