spot_img
Homeຂ່າວທ້ອງຖິ່ນກົມອຸຕຸແຈ້ງເຕືອນ ວັນທີ 03-06 ຈະໜາວຫຼາຍ ແລະ ມີຝົນຕົກໃນບາງແຂວງຂອງລາວ

ກົມອຸຕຸແຈ້ງເຕືອນ ວັນທີ 03-06 ຈະໜາວຫຼາຍ ແລະ ມີຝົນຕົກໃນບາງແຂວງຂອງລາວ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດຕັ້ງແຕ່ວັນທີ 31 ທັນວາ 2018 – 06 ມັງກອນ 2019 ວ່າ ຄວາມກົດດັນຂອງອາກາດໜາວເຢັນຈາກປະເທດຈີນຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຮັດໃຫ້ອຸນຫະພູມອາກາດຫຼຸດລົງ 2-4 ອົງສາ ແລະ ອາກາດຈະໜາວເຢັນຫາໜາວເຢັນຫຼາຍຢູ່ແຂວງພາກເໜືອ, ເຂດພູສູງ, ຮ່ອມພູແຂວງ ໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ, ສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້ ອາກາດຍັງຈະເຢັນຫາໜາວເຢັນ ແລະ ຍັງຈະມີລົມພັດແຮງບາງໂອກາດ. ຈາກນັ້ນ, ວັນທີ 03-06 ມັງກອນ 2019 ຄວາມກົດດັນອາກາດສູງຈາກປະເທດຈີນຈະມີກຳລັງອ່ອນລົງເລັກໜ້ອຍ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ. ສົມທົບກັບກະແສລົມຕາເວັນອອກສຽງເໜືອຍັງສືບຕໍ່ພັດປົກຄຸມ, ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ອຸນຫະພູມຈະສູງຂຶ້ນ 1 – 2 ອົງສາ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ພາກເໜືອດ້ານຕາເວັນອອກ: ໄລຍະວັນທີ 31 ທັນວາ 2018 ຫາ ວັນທີ 02 ມັງກອນ 2019 ອາກາດຍັງໜາວເຢັນຫຼາຍ ພ້ອມມີໝອກບາງປົກຄຸມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມເຂດພູສູງ, ຮ່ອມພູ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 03 -06 ມັງກອນ 2019 ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.

ພາກເໜືອດ້ານຕາເວັນຕົກ:  ໄລຍະວັນທີ 31 ທັນວາ 2018 ຫາ ວັນທີ 02 ມັງກອນ 2019 ອາກາດຍັງໜາວເຢັນພ້ອມມີໝອກບາງປົກຄຸມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມເຂດພູສູງ, ຮ່ອມພູ. ຈາກນັ້ນວັນທີ 03 -06 ມັງກອນ 2019 ອຸນຫະພູມອາກາດຈະໜາວເຢັນຕື່ມອີກ ແລະ ຈະມີຝົນຕົກຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ.

ພາກກາງ: ໄລຍະວັນທີ 31 ທັນວາ 2018 ຫາ ວັນທີ 02 ມັງກອນ 2019 ອາກາດຍັງໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ. ຈາກນັ້ນວັນທີ 03 -06 ມັງກອນ 2019 ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ອາກາດຈະອຸ່ນຂຶ້ນເລັກນ້ອຍ.

ສະເພາະແຂວງ ໄຊສົບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໄລຍະວັນທີ 31 ທັນວາ 2018 ຫາ ວັນທີ 02 ມັງກອນ 2019 ອາກາດຍັງໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ. ຈາກນັ້ນວັນທີ 03 -06 ມັງກອນ 2019 ອາກາດຍັງຈະໜາວເຢັນ ແລະ ມີຝົນຕົກກະຈາຍພ້ອມມີຝົນຕົກແຮງຢູ່ບາງບໍລິເວນ.

ພາກໃຕ້: ໄລຍະວັນທີ 31 ທັນວາ 2018 ຫາ ວັນທີ 02 ມັງກອນ 2019 ອາກາດຍັງໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ. ຈາກນັ້ນວັນທີ 03 -06 ມັງກອນ 2019 ອຸນຫະພູມອາກາດຈະສູງຂຶ້ນ 1-2 ອົງສາ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຂວງ ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ນະຄອນຫຼວງວຽງຈັນ: ໄລຍະວັນທີ 31 ທັນວາ 2018 ຫາ ວັນທີ 02 ມັງກອນ 2019 ອາກາດຍັງໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ. ຈາກນັ້ນວັນທີ 03 -06 ມັງກອນ 2019 ອາກາດຈະເຢັນ ແລະ ອຸນຫະພູມຈະສູງຂຶ້ນ 1-2 ອົງສາ ພ້ອມຈະມີຝົນຕົກກະຈາຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ.

ຄຳເຕືອນ: ໄລຍະວັນທີ 31 ທັນວາ 2018 ຫາ ວັນທີ 02 ມັງກອນ 2019 ຄວາມກົດດັນຂອງອາກາດໜາວເຢັນຈາກປະເທດຈີນຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ຈະເຮັດໃຫ້ອຸນຫະພູມອາກາດຫຼຸດລົງ 2-4 ອົງສາ ແລະ ອາກາດຍັງຈະໜາວເຢັນຫາໜາວຫຼາຍຢູ່ແຂວງພາກເໜືອ, ເຂດພູສູງ, ຮ່ອມພູແຂວງ ໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ, ສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້ ອາກາດຍັງຈະເຢັນ ແລະ ຍັງຈະມີລົມພັດແຮງບາງໂອກາດ. ດັ່ງນັ້ນ, ຈິ່ງເຕືອນເຖິງປະຊາຊົນບັນດາເຜົ່າໂດຍສະເພາະຜູ້ເຖົ້າ ແລະ ເດັກນ້ອຍ ໃຫ້ເອົໃຈໃສ່ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ ແລະ ໃຫ້ມີສະຕິໃນການສັນຈອນໂດຍສະພາະຜູ້ທີ່ຈະເດີນທາງໄປເຂດພາກເໜືອ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...