Homeຄວາມງາມ5 ເຄັດລັບບຳລຸງຜິວໃຫ້ກັບມາງາມແລະດີ

5 ເຄັດລັບບຳລຸງຜິວໃຫ້ກັບມາງາມແລະດີ

Published on

1379024195-9-o

ບັນຫາ​ຜິວ​ແຫ້ງ ເກີດ​ຈາກ​ຜິວ​ຂັບ​ນ້ຳ​ມັນ​ອອກ​ມາ​ໜ້ອຍ​ເກີນ​ໄປ ຈົນ​ເຮັດໃຫ້​ຂາດ​ຄວາມ​ຊຸ່ມ​ຊື່ນ ແຫ້ງ​ຈົນລອກ ແລະ ​ຫຍາບ​ ອັນ​ເກີດ​ຈາກ​ສະພາບ​ອາ​ກາດ ສະພາບ​ແວດ​ລ້ອມ ຫລື​ປັດ​ໄຈ​ອື່ນ ໆ ທີ່​ເຮັດໃຫ້​ເກີດ​ຜິວ​ແຫ້ງ​ໄດ້​ແບບ​ບໍ່​ຮູ້​ຕົວ ເຊັ່ນ ຢູ່ໃນ​ຫ້ອງ​ແອ​ທີ່​ອາ​ກາດ​ເຢັນ​ໆເປັນ​ເວລາ​ດົນ​ໆ ອາບ​ນ້ຳ​ອຸ່ນ​ເລື້ອຍໆ ຫລື​ ແມ່ນ​ແຕ່ໃຊ້​ສະ​ບູ່​ທີ່​ມີ​ຟອງ​ຫລາຍ​ເກີນ​ໄປ ​ກໍ​ເປັນ​ສາ​ເຫດ​ໃຫ້​ຜິວ​ແຫ້ງ​ຫຍາບໄດ້​ຄືກັນ ສຳລັບ​ສາວໆ ທີ່​ກຳ​ລັງ​ວິ​ຕົກ​ກັງ​ວົນ​ ຫລື ​ຢາກ​ສະແດງ​ຜິວ​ງາມ​ໃສ​ຂາດ​ຄວາມ​ແຫ້ງ​ ບັນຫາ​ເຫລົ່າ​ນີ້​ຈະ​ໝົດ​ໄປ​ຖ້າຫາກ​ມີ​ວິທີ​ການ​ບຳ​ລຸງ​ປິ່ນປົວ​ທີ່​ຖືກ​ວິທີ

          1.ບໍາລຸງ​ຜິວ​ດ້ວຍ​ໝາກໄມ້ ຫມາກໄມ້​ນອກ​ຈາກ​ຈະ​ກິນ​ເພື່ອ​ເຮັດໃຫ້​ຮ່າງກາຍ​ໄດ້ຮັບ​ວິ​ຕາ​ມິນ​ທີ່​ເປັນ​ປະໂຫຍດ​ແລ້ວ ຍັງ​ສາມາດ​ນຳ​ມາ​ບຳ​ລຸງ​ຜິວ​ເພື່ອ​ຫລຸດ​ຜິວ​ແຫ້ງ​​ໄດ້​ເປັນ​ຢ່າງ​ດີ​ນໍາອີກ​ ເຊັ່ນ ການ​ພອກ​ຜິວ​ດ້ວຍ​ກ້ວຍ​ຫອມ ໝາກມ່ວງ​ສຸກ ຫລື​ ໝາກນັດເຊິ່ງ​ຫມາກໄມ້​ທັງ​ໝົດ​ນີ້ ​ຈະ​ສາມາດ​ເຮັດໃຫ້​ຜິວ​ແຫ້ງ​ກັບ ​ມາ​​ນຸ້ມ ແລະ ​ຊຸ່ມ​ຊືນນໍາ​ອີກ​ ເປັນ​ວິທີ​ບຳ​ລຸງ​ຜິວ​ແຫ້ງ​ແບບ​ລຽບ​ງ່າຍ ແລະ ​ປະ​ຫຍັດ​ສຸດໆ

          2. ໃຊ້​ຜະລິດຕະພັນ​ບຳ​ລຸງ​ຜິວ​ຢ່າ​ງສະໝໍ່າສະເໝີ ສຳລັບ​ສາວໆ ທີ່​ມີ​ຜິວ​ແຫ້ງ​ຫລາຍ ຄວນ​ຈະ​ເລືອກ​ໃຊ້​ຜະລິດຕະພັນ​ສຳລັບ​ຜິວ​ແຫ້ງ​ທີ່​ມີ​ສ່ວນ​ປະສົມ​ຂອງ​ມອຍ​ເຈີ​ໄລ​ເຊີ ​ຫລາຍ​ເປັນ​ພິເສດ ເພາະ​ມອຍ​ເຈີ​ໄລ​ເຊີ ​ຈະ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ຜິວ ແລະ ​ປົກ​ປ້ອງ​ບໍ່​ໃຫ້​ນ້ຳ​ໃນ​ຜິວ​ລະ​ເຫີຍອອກ​ໄປ ທັງ​ນີ້​ຜະລິດຕະພັນ​ທີ່​ມີ​ມອຍເຈີ​ໄລ​ເຊີ​ເປັນ​ສ່ວນ​ປະສົມ​ມີ​ໃຫ້​ເລືອກ​ໃຊ້​ໄດ້​ຫລາຍ​ຮູບ​ແບບ ເຊັ່ນ ຄີມ ໂລ​ຊັ່ນ ຫລື ​ແມ່ນແຕ່​ສະ​ບູ່​​ອາບນ້ຳ

3.
ນວດ​ຜິວ​ດ້ວຍ​ນ້ຳ​ມັນ​ໝາກພ້າວ​ ພຽງ​ແຕ່​ນຳ​ມາທາ ​ແລະ ​ນວດ​ລົງ​ເທິງ​ຜິວ​ໜັງ ຈະ​ຊ່ວຍ​ເຮັດໃຫ້​ຜິວ​ໜັງ​ມີ​ຄວາມ​ຊຸ່ມ​ຊື່ນ​ນຸ່ມ​ນວນ​ຂຶ້ນ ເພາະ​ນ້ຳ​ມັນ​ໝາກພ້າວ​ຈະ​ຊຶມ​ເຂົ້າ​ສູ່​ຜິວ​ໜັງ​ໄດ້​ງ່າຍ ສົ່ງ​ຜົນ​ໃຫ້​ຜິວ​ໜັງ​ໄດ້ຮັບ​ການ​ບຳ​ລຸງ​ຢ່າງ​ເຕັມ​ທີ່ ອີກ​ຢ່າງ​ຍັງມີ​ສານ​ຕ້າ​ນ ອາ​ນຸ​ມູນ​ອິດສະຫລະ ​ຊ່ວຍ​ຊະ​ລໍ​ການ​ເກີດ​​ຮອຍ​ກ່ອນ​ໄວ​ໄດ້​ເປັນ​ຢ່າງ​ດີ ແຖມ​ຍັງ​ຊ່ວຍ​ກະຕຸ້ນ​ໃຫ້​ຜິວ​ໜັງ​ຂັດເຊລ​ໃໝ່ ນອກ​ຈາກ​ຈະ​ຊ່ວຍຫ​ລຸດ​ບັນຫາ​ຜິວ​ແຫ້ງ​ໄດ້​ແລ້ວ​ຍັງ​​ເບິ່ງ​ອ່ອນ​ໄວຂຶ້ນ​ນໍາອີກ

          4. ຮັບປະທານ​ອາຫານ​ເສີມ ອີກ​ໜຶ່ງ​ສາ​ເຫດ​ສຳຄັນ​ທີ່​ເຮັດໃຫ້​ເກີດ​ບັນຫາ​ຜິວ​ແຫ້ງ​ອາດ​ມາ​ຈາກ​ຮ່າງກາຍ​ຂາດ​ວິ​ຕາ​ມິນ ດັ່ງ​ນັ້ນ​ການ​ກິນຜະລິດຕະພັນ​ອາຫານ​ເສີມ​ຕ່າງໆ ຈະ​ສາມາດ​ຊ່ວຍ​ເສີມ​ສ້າງ​ຄວາມ​ສົມ​ດຸນ​ໃຫ້​ກັບ​ຮ່າງກາຍ​ ແລະ ​ຟື້ນ​ຟູ​ສະພາບ​ຜິວ​ແຫ້ງ​ໃຫ້​ກັບ​ມາ​ນຽນ​ນຸ່ມ​ອີກ​ເທື່ອ​ໄດ້ ໂດຍ​ສະເພາະ​ອາຫານ​ເສີມ​ທີ່​ມີ​ສ່ວນ​ປະກອບ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ຜິວ​ແບບ​ວິ​ຕາ​ມິນ​ເອ ​ແລະ ​ວິ​ຕາ​ມິນ​ອີ ທັງ​ນີ້​ອາຫານ​ເສີມ​ບາງ​ຊະນິດ​ຍັງມີ​ຄໍ​ລາ​ເຈນ​ ຊ່ວຍ​ໃຫ້​ຜິວ​ງາມ​ເຄັ່ງຕຶງ​ນໍາອີກ

          5. ດື່ມ​ນ້ຳ​ຫລາຍໆ ວິທີ​ງ່າຍໆ ທີ່​ສາວ​ຜິວ​ແຫ້ງ​ທັງ​ຫລາຍ​ຄວນ​ປະຕິບັດ​ເປັນ​ຢ່າງ​ຍິ່ງ ເພາະ​ຖ້າຫາກ​ຮ່າງກາຍ​ຂາດ​ນ້ຳ​ຫລາຍ​ໆ ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ ຜິວ​ຂອງ​ເຮົາ​ກໍ​ຈະ​ຂາດ​ຄວາມ​ຊຸ່ມ​ຊື່ນ​ນໍາ​ໄປ​ອີກ ດັ່ງ​ນັ້ນ​ຄວນ​ດື່ມ​ນ້ຳ​ໃຫ້​ໄດ້​ຢ່າງ​ຕ່ຳ​ມື້​ລະ 2 ລີດ ຫລື ​ປະ​ມານ 8-10ຈອກ ເພື່ອ​ຄືນ​ຄວາມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ຜິວ ນອກ​ຈາກ​ຜິວ​ຈະ​ກັບ​ມາ​ງາມ​ແລ້ວ​ຍັງ​ຈະ​ຊ່ວຍ​ເລື່ອງ​ລະບົບ​ຂັບ​ຖ່າຍ​ໃຫ້​ດີ​ຂຶ້ນນໍາອີກ

          ໝົດ​ກັງ​ວົນ​ເລື່ອງ​ຜິວ​ແຫ້ງ​ແລ້ວ ສາວ​ຜິວ​ແຫ້ງ​ທັງ​ຫລາຍ​ຢ່າ​ລືມ​ເບິ່ງແຍງ​ຕົນ​ເອງ  ​ຢ່າ​ງ​ສະມ່ຳ​ສະເໝີ​ ທີ່​ສຳຄັນ​ອອກ​ກຳ​ລັງ​ກາຍ​ຄວບຄູ່​ກັນ​ໄປ ແລະ ​ພັກ​ຜ່ອນ​ໃຫ້​ພຽງ​ພໍ​ຈະ​ຊ່ວຍ​ໃຫ້​ສະພາບ​ຜິວ​ກັບ​ມາ​ດີ​ໄດ້​ໄວ​ຍິ່ງ​ຂຶ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...