Homeຂ່າວພາຍ​ໃນລົດເມສາຍແກ່ນທ້າວ-ໄຊຍະ ປີ້ນຢູ່ ບ້ານ ນາອູມ

ລົດເມສາຍແກ່ນທ້າວ-ໄຊຍະ ປີ້ນຢູ່ ບ້ານ ນາອູມ

Published on

ລົດເມ ແກ່ນທ້າວ-ໄຊຍະ ປີ້ນຢູ່ ບ້ານນາອູມ ໃກຊິຮອດໂຮງຮຽນ ມສ ນາອູມ, ເຫດເກີດເມືອເວລາປະມານ 11:00 ວັນທີ 22 ກັນຍາ 2014.
ລົດທີ່ເກີດເຫດ ແມ່ນປ້າຍທະບຽນ ກຳແພງນະຄອນ ບຂ 8191. ສາເຫດ ເບື້ອງຕົ້ນສັນນິຖານວ່າອາດຈະເກີດຈາກສະພາບເສັ້ນທາງຄົດແລ້ວ ແລະມື່ນ ຈຶ່ງເຮັດໃຫ້ເສຍຫຼັກ. ສ່ວນລາຍລະອຽດຕື່ມນັ້ນ ແມ່ນຢູ່ໃນການສອບສວນ ຂອງເຈົ້າໜ້າທີ. ແລະຍັງບໍ່ໄດ້ຮັບລາຍງານຂອງຜູ້ໄດ້ຮັບບາດເຈັບຫຼືເສຍຊີວິດ.
10612575_712442552180698_8858974509984789305_n 10670114_712442532180700_2846448394814489281_n

ບົດຄວາມຫຼ້າສຸດ

ເຝົ້າລະວັງ-ຮັບມື ພະຍາດອີໂບລາ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນທະວີບອາຟຣິກາ (ລາວແມ່ນມີຄວາມສ່ຽງຕໍ່າ)

ໃນວັນທີ 03 ມິຖຸນາ 2026 ທີ່ຜ່ານມາ ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນບັນດາປະເທດຢູ່ທະວີບອາຟຣິກາ. ພະຍາດອີໂບລາເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ແລະ ເປັນພະຍາດທີ່ຕິດຕໍ່ຈາກຄົນສູ່ຄົນໄດ້...

ມ້າງແກ້ງສະແກມເມີຈີນ ເຈົ້າໜ້າເມືອງໄຊທານີ ເຂົ້າມ້າງແກ້ງສະແກມເມີ ກັກຕົວຜູ້ກະທຳຜິດ 24 ຄົນ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກຳທາງໂທລະຄົມ ຫຼື ອາຊະຍາກຳທາງລະບົບຄອມພິວເຕີ ກໍຄື ການປາບປາມພວກສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ. ຄຽງຄູ່ກັນນັ້ນ,...

ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນຊ່ຽວຊານ ນະຄອນຫາງໂຈ  ແຂວງເຈີ້ຈ່ຽງ  ສປ ຈີນ

ໃນວັນທີ 02 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ...