spot_img
Homeຂ່າວພາຍ​ໃນກົມອຸຕຸແຈ້ງເຕື່ອນ 1 ອາທິດຕໍ່ໜ້າທົ່ວທຸກພາກຂອງປະເທດລາວຈະໜາວເຢັນຫຼາຍ ພ້ອມມີຝົນຕົກ

ກົມອຸຕຸແຈ້ງເຕື່ອນ 1 ອາທິດຕໍ່ໜ້າທົ່ວທຸກພາກຂອງປະເທດລາວຈະໜາວເຢັນຫຼາຍ ພ້ອມມີຝົນຕົກ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 10-16 ທັນວາ 2018 ວ່າ ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະມີກຳລັງປານກາງຫາແຮງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຍັງຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ໜາວເຢັນຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ.

ວັນທີ 13-16 ທັນວາ 2018 ອຸນຫະພູມຈະໜາວເຢັນລົງຕື່ມ 1 ຫາ 3 ອົງສາ ຍ້ອນມວນອາກາດເຢັນທີ່ປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສຽງເໜືອພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດໜາວເຢັນລົງຕື່ມຢູ່ໃນແຕ່ລະພາກ ແລະ ມີໝອກບາງປົກຫຸ້ມຫຼາຍຂຶ້ນໃນຕອນກາງຄືນ ຫາ ຕອນເຊົ້າ, ສຳລັບແຂວງພາກເໜືອ ແລະ ພູສູງ, ຮ່ອມພູ, ແຂວງ ໄຊສົມບນ, ພູພຽງນາກາຍ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນລົງ 2 ຫາ 4 ອົງສາ ​ພ້ອມມີໝອກໜາປົກຫຸ້ມຫຼາຍຂຶ້ນໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍ, ມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 10-12 ທັນວາ 2018 ອາກາດຍັງຈະໜາວເຢັນຢູ່ຕື່ມອີກ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຢູ່ນລະດັບຄ່ອຍບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ຈາກນັ້ນວັນທີ 13-16 ທັນວາ 2018 ອຸນຫະພູມຈະໜາວເຢັນລົງຕື່ມ 2 ຫາ 4 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 10-12 ທັນວາ 2018 ອາກາດຍັງຈະໜາວເຢັນຢູ່ຕື່ມອີກ ພ້ອມມີໝອກບາງຢູ່ບາງທ້ອງຖິ່ນ ໂດຍສະເພາະເຂດພູສູງ ແລະ ຮ່ອມພູ, ຈາກນັ້ນ ວັນທີ 13-16 ທັນວາ 2018 ອຸນຫະພູມຈະໜາວເຢັນລົງຕື່ມ 2 ຫາ 4 ອົງສາ.

ພາກກາງ: ໃນໄລຍະວັນທີ 10-12 ທັນວາ 2018 ອາກາດຍັງຈະໜາວເຢັນຢູ່ຕື່ມອີກ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ, ຈາກນັ້ນ ວັນທີ 13-16 ທັນວາ 2018 ອຸນຫະພູມຈະໜາວເຢັນລົງຕື່ມ 1 ຫາ 3 ອົງສາ.

ສະເພາະແຂວງໄຊສົມບູນ: ໃນໄລຍະວັນທີ 10-12 ທັນວາ 2018 ອາກາດຍັງຈະໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ, ຍັງຈະມີຝົນຕົກກະຈາຍຢູ່ບາງບໍລິເວນ ແລະ ຈະມີລົມພັດແຮງເປັນບາງໂອກາດ,  ຈາກນັ້ນ ວັນທີ 13-16 ທັນວາ 2018 ອຸນຫະພູມຈະໜາວເຢັນລົງຕື່ມ 2 ຫາ 4 ອົງສາ.

ພາກໃຕ້: ໃນໄລຍະວັນທີ 10-12 ທັນວາ 2018 ອາກາດຍັງຈະໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ, ຈາກນັ້ນ ວັນທີ 13-16 ທັນວາ 2018 ອຸນຫະພູມຈະໜາວເຢັນລົງຕື່ມ 1 ຫາ 3 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 10-12 ທັນວາ 2018 ອາກາດຍັງຈະໜາວເຢັນ ຫາ ໜາວຫຼາຍ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ, ຈາກນັ້ນ ວັນທີ 13-16 ທັນວາ 2018 ອຸນຫະພູມຈະໜາວເຢັນລົງຕື່ມ 1 ຫາ 3 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 10-12 ທັນວາ 2018 ອາກາດຍັງຈະໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງຢູ່ບາງບໍລິເວນ, ຈາກນັ້ນ ວັນທີ 13-16 ທັນວາ 2018 ອຸນຫະພູມຈະໜາວເຢັນລົງຕື່ມ 1 ຫາ 3 ອົງສາ.

ຄຳເຕືອນ: ມວນອາກາດໜາວເຢັນຈາກ ສປ ຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສຽງເໜືອພັດປົກຄຸມໃນໄລຍະໜຶ່ງອາທິດຕໍ່ໜ້າ, ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 2 ຫາ 4 ອົງສາ, ໂດຍສະເພາະແຂວງພາກເໜືອ, ເຂດພູດອຍ, ແຂວງ ໄຊສົມບູນ, ພູພຽງນາກາຍ, ເມືອງ ດາກຈຶງ ແລະ ເຂດພູພຽງບໍລິເວນ ອາກາດຈະເຢັນຫຼາຍ. ດັ່ງນັ້ນ, ຈິ່່ງແຈ້ງເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິພ້ອມກັນຮັບມືກັບສະພາບອາກາດໜາວເຢັນ, ການປ່ຽນແປງຂອງອຸນຫະພູມ,​ ອາກາດໜາວເຢັນຫຼາຍ ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ສູງອາຍຸ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະໜຶ່ງອາທິດຕໍ່ໜ້າ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...