spot_img
Homeຂ່າວທ້ອງຖິ່ນພົບເພີ່ມອີກ 2 ສົບ ຈາກເຫດໄພພິບັດເຂື່ອນແຕກ ທີ່ເມືອງສະໜາມໄຊ

ພົບເພີ່ມອີກ 2 ສົບ ຈາກເຫດໄພພິບັດເຂື່ອນແຕກ ທີ່ເມືອງສະໜາມໄຊ

Published on

ໃນວັນທີ 5 ທັນວາ 2018 ທ່ານ ນາງ ມະລິນາ ໄຊສົມບູນ ຮອງເຈົ້າເມືອງສະໜາມໄຊ , ຄະນະກຳມະການຟື້ນຟູແກ້ໄຂໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ໄດ້ຢືນຢັນຕໍ່ສື່ມວນຊົນວ່າ ອຳນາດການປົກຄອງເມືອງສະໜາມໄຊ ໄດ້ຮັບແຈ້ງ ຈາກປະຊາຊົນໃນວັນທີ 30 ພະຈິກ ວ່າໄດ້ພົບເຫັນຜູ້ເສຍຊີວິດຢູ່ບໍລິເວນທົ່ງນາ ທາງທິດໃຕ້ ຂອງບ້ານຫີນລາດ 2 ສົບ ເປັນເພດຊາຍ ອາຍຸ 14 ປີ ແລະ ຍິງອາ ຍຸ 7 ປີ, ເຊິ່ງເປັນສອງອ້າຍນ້ອງ ຢູ່ບ້ານຫີນລາດ.

ຈາກນັ້ນ, ອຳນາດການປົກຄອງເມືອງ ໄດ້ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ລົງເກັບກູ້ເອົາສອງສົບດັ່ງກ່າວ ມາທຳພິທີທາງສາສະໜາ, ປັດຈຸບັນ ສາມາດສັນລະສູດໄດ້ແລ້ວວ່າເປັນລູກຂອງໃຜ ແລະ ພໍ່ແມ່ ໄດ້ຢືນຢັນແລ້ວວ່າເປັນລູກຂອງຕົນແທ້, ໂດຍອີງໃສ່ເສື້ອຜ້າທີ່ນຸ່ງຫົ່ມ.

ຈາກເຫດການຄູກັນນ້ຳເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ໃນວັນທີ 23 ກໍລະກົດຜ່ານມາ ມີຕົວເລກຜູ້ສູນຫາຍທັງໝົດ 65 ຄົນ, ປັດຈຸບັນ ພົບແລ້ວ 42 ສົບ ແລະ ຍັງເຫລືອເປົ້າໝາຍ ທີ່ຍັງຕ້ອງຄົ້ນຫາ ອີກ 23 ສົບ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...