Homeຂ່າວທ້ອງຖິ່ນແຂວງຈຳປາສັກຍົກເລີກການຕັດເງິນເດືອນໆ 11-12 ຂອງພະນັກງານທະຫານຕຳຫຼວດ

ແຂວງຈຳປາສັກຍົກເລີກການຕັດເງິນເດືອນໆ 11-12 ຂອງພະນັກງານທະຫານຕຳຫຼວດ

Published on

ໃນວັນທີ 22 ພະຈິກ 2018 ເຈົ້າແຂວງ ຈຳປາສັກ ໄດ້ອອກຂໍ້ຕົກລົງສະບັບເລກທີ 1206/ຈຂ.ຈສ ວ່າດ້ວຍການຕັດເງິນເດືອນໆ 11-12 ປີ 2018 ເພື່ອປະກອບສ່ວນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂອງແຂວງຈຳປາສັກ, ເຊິ່ງຂໍ້ຕົກລົງດັ່ງກ່າວ ໄດ້ເກີດມີສຽງວິພາກວິຈານເຖິງຄວາມບໍ່ເໝາະສົມ ເນື່ອງຈາກເງິນເດືອນຂອງພະນັກງານແມ່ນໜ້ອຍຢູ່ແລ້ວ.

ສະນັ້ນ, ມາຮອດວັນທີ 30 ພະຈິກ 2018 ເຈົ້າແຂວງໄດ້ອອກຂໍ້ຕົກລົງເລກທີ 1264/ຈຂ.ຈສ. ເພື່ອລົບລ້າງແຈ້ງການ ເລກທີ 1206/ຈຂ.ຈສ ລົງວົນທີ 22 ພະຈິກ 2018. ເຊິ່ງມີເນື້ອໃນດັ່ງນີ້:

ມາດຕາ 1: ເຫດຜົນລົບລ້າງ:

ຂໍ້ຕົກລົງສະບັບເລັກທີ 1206/ຈຂ.ຈສ ແມ່ນຜົນຂອງກອງປະຊຸມເຈົ້າແຂວງ-ຮອງເຈົ້າແຂວງ, ຄະນະກຳມະການ ປກຊ-ປກສ ແລະ ຄະນະກຳມະການຂັ້ນແຂວງກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ຄັ້ງວັນທີ 6 ພະຈິກ 2018 ຍ້ອນຄະນະນຳພວກເຮົາຄິດວ່າ: ຢາກໃຫ້ພະນັກງານທຸກຄົນມີການປະກອບສ່ວນ, ສະແດງຄວາມກະຕັນຍູຮູ້ບຸນຄຸນ, ເຄົາລົບ ແລະ ຊົມເຊີຍ ຕໍ່ວັນວິລະກຳອັນຍິ່ງໃຫຍ່ດັ່ງກ່າວ, ຫາກບໍ່ແມ່ນການຕົກລົງ ແບບພາລະການ-ໃນຕົວຂອງທ່ານໃດທ່ານໜຶ່ງ ເພື່ອບັງຄັບຂັ້ນລຸ່ມຈັດຕັ້ງປະຕິບັດ.

ມາດຕາ 2: ງົບປະມານທີ່ຈະຮັບໃຊ້ໃນການສະເຫຼີມສະຫຼອງວັນດັ່ງກ່າວ ຈະຄົ້ນຄວ້າບ້ວງເງິນໃດໜຶ່ງຕາງຫາກ.

ມາດຕາ 3: ບັນດາພະແນກ, ກົມກອງອ້ອມຂ້າງແຂວງ, ກົມກອງສູນກາງທີ່ຕັ້ງຢູ່ແຂວງ, ນະຄອນປາກເຊ ແລະ 9 ເມືອງ, ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂໍ້ຕົກລົງສະບັບນີ້ດ້ວຍ:

ມາດຕາ 4: ຂໍ້ຕົກລົງສະບັບນີ້ໃຊ້ລົບລ້າງ ຂໍ້ຕົກລົງສະບັບເລກທີ 1206/ຈຂ.ຈສ, ລົງວັນທີ 22 ພະຈິກ 2018 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ໃບແຈ້ງການ:​ ແຂວງ ຈຳປາສັກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...