Home​ຂ່າວບັນເທິງ5 ປີ KPY Entertainment ເທິງເສັ້ນທາງສາຍບັນເທີງ

5 ປີ KPY Entertainment ເທິງເສັ້ນທາງສາຍບັນເທີງ

Published on

10557612_10154608479925440_5626224006393840173_o

“KPY Entertainment”ຄ້າຍເພງຄຸນນະພາບທີ່ໄດ້ສ້າງສັນສິລະປິນນັກຮ້ອງລະດັບແຖວຫນ້າປະດັບວົງການເພງລາວທັງຫລາຍ ເຊັ່ນ: ເມ ລະອອງ, Tot Lina, Xtreme, Bob Freeman ແລະ ຫລາຍໆສິລະປິນທີ່ທຸກຄົນຮູ້ຈັກ ເພາະທຸກໆສິລະປິນພາຍໃຕ້ສັງກັດນີ້ແມ່ນມີຄວາມສາມາດຫລາກຫລາຍ ບໍ່ວ່າຈະເປັນທັງການຮ້ອງ, ການເຕັ້ນ, ການສະແດງ, ຄວາມຄິດສ້າງສັນ, ການຂຽນເພງ ລວມໄປເຖິງແນວເພງ ແລະ ເອກະລັກທີ່ມີຄວາມແຕກຕ່າງ. ທຸກໆສິລະປິນແມ່ນໄດ້ຮັບຄວາມນິຍົມສົນໃຈຈາກຫມູ່ຜູ້ຟັງ ນອກຈາກນັ້ນຍັງມີລາງວັນຂອງຄົນບັນເທີງກະລັນຕີອີກຫລາຍລາງວັນຈາກງານ Lao Music Awards. ຈົນຕອນນີ້ຄ້າຍເພງ KPY Entertainment ແມ່ນຄົບຮອບ 5 ປີ ຈາກວັນທີ່ກໍ່ຕັ້ງແມ່ນວັນທີ່ 09/09/2009 ຈົນເຖິງ 09/09/2014, ນະປະຈຸບັນທາງຄ້າຍກໍ່ຍັງເດີນຫນ້າສານຕໍ່ສ້າງສັນຜົນງານດີໆອອກສູ່ສາຍຕາປະຊາຊົນເຊັ່ນເຄີຍ ດ້ວຍການສ້າງສັນ ແລະ ພັດທະນາຜົນງານໃຫ້ມີຄວາມແປກໃຫມ່ຢູ່ສະເຫມີ ດ້ວຍຂຸນພົນສິລະປິນທີ່ຍັງມີຜົນງານຢູ່ພາຍໃຕ້ສັງກັດໃນຂະນະນີ້ກໍ່ຄື Tot Lina, Xtreme, Bob Freeman, Pull-T CluB, Bobby Atsavin ແລະTing Phailavanh.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...