Homeຂ່າວທ້ອງຖິ່ນອາກາດໜາວເຢັນຈາກປະເທດຈີນຍັງສືບຕໍ່ປົກຄຸມທົ່ວປະເທດລາວ ຈະມີຝົນຕົກມີລົມພັດບາງທ້ອງຖິ່ນ

ອາກາດໜາວເຢັນຈາກປະເທດຈີນຍັງສືບຕໍ່ປົກຄຸມທົ່ວປະເທດລາວ ຈະມີຝົນຕົກມີລົມພັດບາງທ້ອງຖິ່ນ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດລາວ ຄາດຄະເນສະພາບອາກາດໃນໄລຍະວັນທີ 26 ພະຈິກ ຫາ 02 ທັນວາ 2018 ວ່າ ໃນລະຫວ່າງວັນທີ 26-30 ພະຈິກ 2018 ຄວາມກົດດັນອາກາດຂອງອາກາດເຢັນທີ່ປະເທດຈີນ ຈະສືບຕໍ່ປົກຄຸມດ້ວຍກຳລັງປານກາງ, ພ້ອມດຽວກັນລົມຕາເວັນອອກ – ຕາເວັນອອກສ່ຽງເໜືອຈະປົກຄຸມເປັນສ່ວນໃຫຍ່, ຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ, ເຂດພູພຽງນາກາຍ ແລະ ເຂດພູພຽງບໍລິເວນ. ຈາກນັ້ນ, ວັນທີ 01 – 02 ທັນວາ 2018 ອາກາດຈະອຸ່ນຂຶ້ນຢູ່ແຂວງພາກເໜືອ  ພ້ອມຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້ ແລະ ມີລົມແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ແລະ ຈະມີຝົນຕົກຢູ່ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ຊຽງຂວາງ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ຈາກນັ້ນວັນທີ 1-2 ທັນວາ 2018 ອຸນຫະພູມຈະອຸ່ນຂຶ້ນເລັກໜ້ອຍ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຍັງຈະເຢັນ ຫາ ໜາວເຢັນ ໂດຍສະເພາະຢູ່ແຂວງອຸດົມໄຊ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ພາກກາງ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ, ສ່ວນຕອນກາງເວັນອາກາດຈະຮ້ອນ, ຈາກນັ້ນ ໃນວັນທີ 1-2 ທັນວາ 2018 ອາກາດຈະຮ້ອນຂຶ້ນຕື່ມອີກເລັກໜ້ອຍ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຄຳມ່ວນ ແລະ ແຂວງ ສະຫວັນນະເຂດ.

ສະເພາະເຂດພິເສດໄຊສົມບູນ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຍັງເຢັນຢູ່ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງຢູ່ບາງບໍລິເວນ. ຈາກນັ້ນວັນທີ 1-2 ທັນວາ 201 ອາກາດຈະອຸ່ນຂຶ້ນເລັກໜ້ອຍ ແລະ ຈະມີໝອກບາງປົກຫຸ້ມໃນຕອນເຊົ້າ.

ພາກໃຕ້: ໃນໄລຍະວັນທີ 26-30 ພະຈິກ 2018 ໃນອາກາດຍັງຈະເຢັນລົງ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ສາລະວັນ ແລະ ເຊກອງ. ຈາກນັ້ນໃນວັນທີ 1-2 ພະຈິກ 2018 ອາກາດຈະຮ້ອນຂຶ້ນຕື່ມ ແລະ ມີລົມພັດແຮງໃນບາງໂອກາດ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຍັງສືບຕໍ່ໜາວເຢັນພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ, ຈາກນັ້ນວັນທີ 1-2 ທັນວາ 2018 ອຸນຫະພູມອາກາດຈະສູງຂຶ້ນເລັກໜ້ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຈະເຢັນໃນຕອນເຊົ້າພ້ອມມີໝອກບາງປົກຫຸ້ມທົ່ວໄປ, ຈາກນັ້ນ ວັນທີ 1-2 ທັນວາ 2018 ອຸນຫະພູມອາກາດຈະຮ້ອນຂຶ້ນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍຫາຄ່ຳ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...