Homeຄວາມງາມ ວິທີແກ້ໄຂເບື້ອງຕົ້ນເມື່ອມີອາການແພ້ເຄື່ອງສໍາອາງ

ວິທີແກ້ໄຂເບື້ອງຕົ້ນເມື່ອມີອາການແພ້ເຄື່ອງສໍາອາງ

Published on

         1

  1. ຢຸດການໃຊ້ເຄື່ອງສຳອາງນັ້ນທັນທີ່ ແລະ ພະຍາຍາມເຊັດຫລືລ້າງບໍລິເວນທີ່ໃຊ້ເຄື່ອງສຳອາງນັ້ນໃຫ້ສະອາດທີ່ສຸດເທົ່າທີ່ຈະເຮັດໄດ້ໂດຍປົກກະຕິອາການແພ້ຈະບໍ່ຮູ່ນແຮງຫລາຍ ຫລັງຈາກນັ້ນສັງເກດເບິ່ງວ່າອາການແພ້ນັ້ນລຸກຫລາມຫລາຍຂື້ນອີກ ຫລື ບໍ່ ໂດຍສ່ວນຫລາຍແມ່ນຈະຫາຍໄປພາຍໃນ 7-10 ວັນ ແຕ່ຫາກມີອາການຮຸ່ນແຮງຄວນຮີບໄປພົບແພດໂດຍດວ່ນ
  2. ຫລີກລ້ຽງສິ່ງທີ່ແພ້ ເມື່ອຮູ້ສາເຫດວ່າແພ້ເຄື່ອງສຳອາງຊະນິດໃດ ຫລື ສານໃດທີ່ເປັນສ່ວນປະສົມໃນເຄື່ອງສຳອາງນັ້ນຄວນງົດໃຊ້ ຫລື ຫລີກລ້ຽງໃຫ້ຫລາຍທີ່ສຸດ
  3. ຮັກສາອາການແພ້ໃຫ້ເຊົາ ຫາກເປັນຜື່ນແດງ ຫລື ເປັນຕຸ່ມບວມ ຫລື ເປັນຕຸ່ມນ້ຳໃສນ້ຳເຫລືອງຊື່ມອອກມາກໍ່ຄວນທຳຄວາມສຳອາດບາດ ແລະ ໃສ່ຍາຂ້າເຊື້ອ ເພື່ອປ້ອງກັນອາການອັກເສບເປັນໜອງ ນອກຈານີ້ກໍ່ຄວນໄປພົບແພດເພື່ອກວດເບີ່ງວ່າເປັນອາການທີ່ເກີດຂື້ນຈາການແພ້ເຄື່ອງສຳອາງ ຫລື ບໍ່ ຫລື ເກີດຈາກສາເຫດອື່ນ ເພື່ອປ້ອງກັນ ແລະ ຢຸດອາການແພ້ໃຫ້ຫາຍໄປໂດຍໄວທີ່ສຸດ ລອງນຳວິທີແນະນຳໄປປະຕະບັດເບີ່ງໄດ້
  4. ຜູ້ທີ່ເຂົ້າໃຈຜິດໆກ່ຽວກັບຜະລິດຕະພັນທີ່ເຮັດມາຈາກທຳມະຊາດແລ້ວຈະບໍ່ເກີດອາການແພ້ ເພາະເຮັດມາຈາກທຳມະຊາດແລ້ວຍ່ອມປອດໄພ ບໍ່ມີຜົນຂ້າງຄຽງຊຶ່ງບໍ່ແມ່ນສະເໜີໄປ ເນື່ອງຈາກອາການແພ້ເປັນປະຕິກິລິຍາທີ່ຊັບຊ້ອນກ່ຽວກັບພູມຄຸ້ມກັນຂອງຮ່າງກາຍແຕ່ລະຄົນຈຶ່ງເປັນເລື່ອງສະເພາະບຸກຄົນ ປະກອບກັບເຄື່ອງສຳອາງສະໝຸນໄພ ເຊັ່ນ: ຢາຊະຫົວ, ສະບູ, ໂລຊັ່ນທາຜີວ ຫລື ຜະລິດຕະພັນອື່ນໆອີກຢ່າງຫລວງຫລາຍທີ່ເຮັດມາຈາກສະໝຸນໄພພຽງຢ່າງດຽວແຕ່ມີສານເຄທີອື່ນປະສົມຢູ່ນຳ

ເຮົາຄວາມຈະຕ້ອງທົດສອບການແພ້ກ່ອນທີ່ຈະໃຊ້ເຄື່ອງສໍາອາງກັບຜິວໜ້າຂອງເຮົາໂດຍມີວິທີ່ການດັ່ງນີ້: ຄືການໂດຍການທົດລອງທາງຜິງໜັງ ດ້ວຍການທາເຄື່ອງສຳອາງໄວ້ທີ່ບໍລິເວນຂໍ້ພັບແຂນ ໂດຍການທາເຄື່ອງສຳອາງທີ່ບໍລິເວນນັ້ນມື້ລະ 2 ຄັ້ງ ເປັນເວລາ 1 ອາທີດແລ້ວກວດເບິ່ງ ວ່າມີຜື່ນແດງເກີດຂື້ນ ຫລື ບໍ່ຖ້າບໍ່ມີຜີນແດງເກີດຂື້ນສະແດງວ່າໃຊ້ເຄື່ອງສຳອາງນັ້ນໄດ້

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...