Homeຄວາມງາມເທັກ​ນິກ​ແຕ່ງຫນ້າໃຫ້​ດັງ​ເບິ່ງ​ໂມຂື້ນ

ເທັກ​ນິກ​ແຕ່ງຫນ້າໃຫ້​ດັງ​ເບິ່ງ​ໂມຂື້ນ

Published on

27

1. ດັງ​ແໝບຫລາຍ ບໍ່​ມີ​ສັນ ໃຊ້​ໄຮ​ໄລທ໌​ ສີ​ສະຫວ່າງ ​ແຕ້ມ​ບໍລິເວນ​ສັນ​ດັງ​ຈາກ​ນັ້ນ​ເກ່ຍ​ໃຫ້ເປັນ​ສັນ​ສວຍງາມ ສຳເລັດ​ແລ້ວ​ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ແຕ້ມ​ບໍລິເວນ​ປີກ​ດັງ​ໄປ​ເຖິງ​ບໍລິເວນ​ສູນກາງ​ດັງ ລວມ​ເຖິງ​ຂ້າງ​ດັງ​ດ້ວຍ ເວັ້ນ​ບໍລິເວນ​ທີ່​ລົງ​ໄຮ​ໄລທ໌​ສີ​ສະຫວ່າງ​ໄວ້ ຈາກ​ນັ້ນ​ໃຊ້​ຟອງ​ນ້ຳ​ຄ່ອຍ​ໆ ເກ່ຍ​ໃຫ້​ສີ​ກົມ​ກືນ​ກັນ

2. ດັງ​ແໝບໜ້ອຍ ບໍ່​ມີ​ສັນ ໃຊ້​ໄຮ​ໄລທ໌​ສີ​ສະຫວ່າງ​ແຕ້ມ​ບໍລິເວນ​ສັນ​ດັງ ​ແລະ ​ປີກ​ດັງ ຈາກ​ນັ້ນ​ເກ່ຍ​ໃຫ້ເປັນ​ສັນ​ສວຍງາມ ສຳເລັດ​ແລ້ວ​ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ແຕ້ມ​ບໍລິເວນ​ຮ່ອງ​ດັງ ​ແລະ​ ຂ້າງ​ດັງ ຈາກ​ນັ້ນ​ໃຊ້​ອາຍ​ໄລ​ເນີລ໌​ສີ​ນ້ຳ​ຕານ​ອ່ອນ​ຂີດ​ເສັ້ນ​ແບ່ງ​ລະຫວ່າງ​ສັນ​ດັງ​ ແລະ​ ປີກ​ດັງ​ທັງ​ສອງ​ຂ້າງ ຈາກ​ນັ້ນ​ເກ່ຍ​ໃຫ້​ກົມ​ກືນ​ກັນ

3. ດັງ​ມີ​ສັນ ແຕ່​ນ້ອຍ ໃຊ້​ໄຮ​ໄລທ໌​ສີ​ສະຫວ່າງ ​ເກ່ຍ​ບໍລິເວນ​ຂ້າງ​ດັງ​ ແລະ​ ປີກ​ດັງ ເພື່ອ​ເນັ້ນ​ໃຫ້​ດັງ​ເບິ່ງ​ເດັ່ນ​ເທິງ​ໃບ​ໜ້າ ຈາກ​ນັ້ນ​ເກ່ຍ​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ບໍລິເວນ​ຮ່ອງ​ດັງ ແລະ ​ຂ້າງໆ ປີກ​ດັງ​ໜ້ອຍໜື່ງ

4. ດັງ​ມີ​ສັນ ແລະ​ໃຫຍ່ ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ເກ່ຍ​ບໍລິເວນ​ຂ້າງ​ດັງ ​ແລະ ​ປີກ​ດັງ ສ່ວນ​ຮ່ອງ​ດັງ​ໃຫ້​ໃຊ້​ຄອນ​ຊີນ​ເລີລ໌​ສະຫວ່າງ​ກວ່າ​ຜິວແທ້ ເກ່ຍ​ໃຫ້​ກົມ​ກືນ​ກັບ​ຜິວ ຈະ​ຊ່ວຍ​ໃຫ້​ດັງ​ເບິ່ງ​ນ້ອຍ​ລົງ

5. ດັງ​ໂມເກີນໄປ ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ ເກ່ຍ​ບໍລິເວນ​ສັນ​ດັງ ຈະ​ຊ່ວຍ​ເຮັດໃຫ້​ດັງ​ເບິ່ງ​ແບນ​ລົງ ບໍ່​ໂມຈົນ​ເກີນ​ໄປ ແລະ​ໃຊ້​ຄອນ​ຊີນ​ເລີລ໌​ສີ​ສະຫວ່າງ​ກວ່າ​ຜິວ ເກ່ຍ​ບໍລິເວນ​ຮ່ອງ​ດັງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...