ວາລະສານຈໍາປາເມືອງລາວ ວາລະສານໃນເຮືອບິນຂອງການບິນລາວໄດ້ອອກໂປຣໂມຊັນໃໝ່ສຳລັບທຸລະກິດທີ່ຜະລິດສິນຄ້າໃນ ສປປ ລາວ ໃນການນໍາສະເໜີສິນຄ້າຂອງເຂົາເຈົ້າສູ່ສາຍຕາຂອງຊາວຕ່າງຊາດ, ນັກທ່ອງທ່ຽວ ແລະ ຜູ້ໂດຍສານຂອງສາຍການບິນລາວ. Made in Laos ເປັນສ່ວນໜຶ່ງຂອງວາລະສານທີ່ແນະນໍາສິນຄ້າທີ່ລະນຶກ ແລະ ສິນຄ້າອື່ນໆທີ່ເຮັດໃນລາວ ໃຫ້ແກ່ນັກທ່ອງທ່ຽວທີ່ຕ້ອງການຊື້ຂອງຝາກຂອງຕ້ອນກັບຄືນປະເທດຂອງເຂົາເຈົ້າ.
ວາລະສານຈໍາປາເມືອງລາວໄດ້ເລີ່ມຕົ້ນເພີ່ມໜ້າ Made in Laos ໃນສະບັບເດືອນພະຈິກ-ທັນວາ 2018 ເພື່ອສະໜັບສະໜູນ ເທສະການຫັດຖະກຳລາວທີ່ຈັດຂຶ້ນໃນວັນທີ 27 ຕຸລາ – 4 ພະຈິກ ທີ່ຜ່ານມາ.
ໃນ Made in Laos ສະບັບນີ້ ປະກອບມີ ກະເປົ໋າຜ້າຈາກ ພິພິຕະພັນຜ້າໄໝລາວ, ເຫຼົ້າບອງເຫັດຈາກ ຮ້ານອາຫານຄົວລາວ, ເກີບຜ້າຈາກ ເຮີເວີກສ໌(Herworks), ສະບູສະໝຸນໄພຈາກ ຮ້ານ T shop Lai Gallery, ກະເປົ໋າຜ້າຝ້າຍຜະລິດໂດຍແມ່ຍິງເຜົ່າແລນແຕນ ຈາກ ສູນວັດທະນະທຳ ແລະ ຊົນເຜົ່າວິທະຍາ ໃນຫຼວງພະບາງ.
ຖ້າຫາກທ່ານໃດທີ່ສົນໃຈໂຄສະນາຜະລິດຕະພັນຂອງທ່ານກັບວາລະສານຈໍາປາເມືອງລາວໃນສະບັບເດືອນມັງກອນ-ກຸມພາ 2019, ສາມາດຕິດຕໍ່ໄດ້ທີ່ info@champameuanglao.com ຫຼື ທີ່ເບີ +856 20 55731717.

