Homeຂ່າວພາຍ​ໃນໂຍທາທິການ ແລະ ຂົນສົ່ງແຈ້ງບໍລິການປ່ຽນໃບຂັບຂີ່ໃນງານບຸນທາດຫຼວງທີ່ລາວ-ໄອເຕັກ

ໂຍທາທິການ ແລະ ຂົນສົ່ງແຈ້ງບໍລິການປ່ຽນໃບຂັບຂີ່ໃນງານບຸນທາດຫຼວງທີ່ລາວ-ໄອເຕັກ

Published on

ອີງໃສ່ການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມສ່ອງແສງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ຄັ້ງວັນທີ 15 ພະຈິກ 2018; ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກຂໍ້ຕົກລົງຂອງຫົວໜ້າຄຸ້ມຄອງພາຫະນະ ແລະ ການຂັບຂີ່ ສະບັບເລກທີ 1137/ກຄພຂ.ນວ, ລົງວັນທີ 16 ພະຈິກ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໄປປະຈຳການເພື່ອບໍລິການປ່ຽນໃບຂັບຂີ່ໃນງານບຸນນະມັດສະການພະທາດຫຼວງປະຈຳປີ 2018 ທີ່ສູນການຄ້າລາວ-ໄອເຕັກ. ນັບຕັ້ງແຕ່ວັນທີ 16 -25 ພະຈິກ 2018 ເລີ່ມແຕ່ເວລາ 9:00 – 22:30 ໂມງ ເຊິ່ງຈະມີຄະນະຮັບຜິດຊອບທັງໝົດ 19 ທ່ານ. ເຊິ່ງລາຍລະອຽດການເກັບຄ່າບໍລິການປ່ຽນໃບຂັບຂີ່ມີດັ່ງລຸ່ມນີ້:

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...