spot_img
Homeຂ່າວພາຍ​ໃນມາຮູ້ຈັກກັບພາກຊັນ ຫ້າງແຫ່ງໃໝ່ໃນນະຄອນຫຼວງວຽງຈັນ

ມາຮູ້ຈັກກັບພາກຊັນ ຫ້າງແຫ່ງໃໝ່ໃນນະຄອນຫຼວງວຽງຈັນ

Published on

1ບໍລິສັດພາກຊັນແມ່ນຫຍັງ?

O ພາກຊັນເປັນ ບໍລິສັດລູກຂອງບໍລິສັດ ໄລອອນ ກຣຸບ ມາເລເຊຍ, ໃນປີ 2005 ໄດ້ມີການລົງທະບຽນຕະຫຼາດຫຼັກຊັບທີ່ຮົງກົງ, ພາກຊັນ ມີຮ້ານຄ້າ 115 ແຫ່ງໃນອາຊີ, ຮ້ານຄ້າຕ່າງໆລວມມີສູນການຄ້າ, ຫ້າງສັບພະສິນຄ້າ, ແລະ ຊຸບເປີມາເກັດ; ມີລາຍໄດ້ ປະຈໍາປີແມ່ນປະມານ 3.77 ຕື້ໂດລາສະຫະລັດ.

2ພາກຊັນກຳລັງກຽມເຮັດຫຍັງຢູ່ລາວ?

o       ປະຈຸບັນ ພາກຊັນຈະເປີດສູນການຄ້າໃນປະເທດລາວ ໂດຍຕັ້ງຢູ່ ເຂດ A ຂອງສູນການຄ້າສາກົນ (World Trade Center), ຂ້າງໆວຽງຈັນເຊັນເຕີ້. ອີງຕາມສະພາບທ້ອງຖິ່ນ ຂອງ ປະເທດລາວ, ໃນອະນາຄົດ ອາດຈະມີການ ດໍາເນີນກິດຈະການທີ່ກ່ຽວຂ້ອງກັບອະສັງຫາລິມະຊັບ, ການລົງທຶນທາງການເງິນ, ຮ້ານຄ້າປອດພາສີ, ການພັດທະນາຊັບພະຍາກອນທໍາມະຊາດ ແລະ ຂະແໜງການອື່ນໆ.

3ສູນການຄ້າພາກຊັນ ວາງຕໍາແໜ່ງທາງທຸລະກິດຂອງຕົນແບບໃດ?

o       ເປັນສູນການຄ້າ ທີ່ມີຄຸນນະພາບ ທີ່ຊ່ອງໜ້າກັບ ມວນຊົນ ແລະ ປະຊາຊົນທຸກໄວ.

4ໃນອະນາຄົດມີແຜນຈະນໍາເອົາແບຣນໃດເຂົ້າມາໃນລາວ?

o       ສູນການຄ້າພາກຊັນ ຈະນໍາເຂົ້າຜະລິດຕະພັນເຄື່ອງສໍາອາງສາກົນທີ່ຍັງບໍ່ມີໃນລາວປະຈຸບັນ, ເຄື່ອງນຸ່ງຮົ່ມທີ່ເປັນແບຣນສາກົນ, ຊຸບເປີມາເກັດພາກຊັນ, ອາຫານ ແລະ ເຄື່ອງດື່ມ ຈາກໄທ, ຈີນ, ມາເລເຊຍ. ພ້ອມດຽວກັນນັ້ນ ຍັງຈະຍາດແຍ່ງ ໃນການນໍາເຂົ້າມາ ແບຣນ H&M, ຢູນີໂຄ (UNIQLO), KFC, ແມັກໂດໂນ (McDonald’s), ສາຕາບັກ (Starbucks) ເພື່ອເຕີມເຕັມຕະຫຼາດທີ່ວ່າງເປົ່າໃນລາວ.

5ທ່ານມີຍຸດທະສາດແນວໃດທີ່ຈະດຶງດູດລູກຄ້າໃຫ້ມາຊ໋ອບປິ້ງຢູ່ທີ່ພາກຊັນ?

o       ສູນການຄ້າພາກຊັນມີແບບທຸລະກິດທີ່ອຸດົມສົມບູນ, ລວມມີ: ຊຸບເປີມາເກັດພາກຊັນ, ສູນອາຫານພາກຊັນ (Food court), ຮ້ານຄ້າສູນລວມເຄື່ອງສໍາອາງສາກົນ, ໂຮງຮູບເງົາ, ສູນກິລາ, ຮ້ານອາຫານຈາກແຕ່ລະປະເທດໃນອາຊີຕາເວັນອອກສ່ຽງໃຕ້, ສູນເກມ, ເສື້ອຜ້າເຄື່ອງນຸ່ງຮົ່ມ ຢີ່ຫໍ້ສາກົນ, ບ່ອນຫຼິ້ນສຳລັບເດັກນ້ອຍ, ສູນຝຶກອົບຮົມການສຶກສາ, ສູນເສີມສວຍ, ຄລີນິກປົວແຂ້ວ.

o       ສູນການຄ້າພາກຊັນ ຮັບປະກັນວ່າ ສິນຄ້າ ທຸກໆອັນ ທີ່ ລູກຄ້າ ຊື້ໃນສູນການຄ້າຂອງພວກເຮົາ ແມ່ນສິນຄ້າຂອງແທ້ ທີ່ໄດ້ ຮັບສິດຈາກແບຣນນັ້ນໆແລ້ວ.

o       ພວກເຮົາຈະພະຍາຍາມ ຮັບປະກັນໃຫ້ລາຄາຂອງສິນຄ້າໃນສູນການຄ້າພວກເຮົາເທົ່າກັບລາຄາສິນຄ້າ ໃນປະເທດອື່ນໆ, ເພື່ອທີ່ຈະສະໜອງ ການຈັບຈ່າຍໃຊ້ສອຍທີ່ເຊື່ອມໂຍງກັບສາກົນໃຫ້ແກ່ລູກຄ້າລາວ.

6ທາງພາກຊັນມີກິດຈະກຳພິເສດ ຫຼື ໂປຣໂມຊັນຫຍັງແນ່ນໍ?

o       ພວກເຮົາຈະອີງຕາມ ເທສະການ ເພື່ອວາງແຜນ ກ່ຽວກັບ ກິດຈະກໍາໂປຣໂມຊັນ, ແລະ ຈະອີງຕາມສະພາບຕະຫຼາດ ເພື່ອທີ່ຈະຈັດຕັ້ງກິດຈະກໍາເດີນແບບສະແດງເສື້ອຜ້າ, ກິດຈະເດີນແບບສະແດງການແຕ່ງໜ້າ, ເທສະການດົນຕີ, ເທສະການອາຫານ ແລະ ອື່ນໆ, ແລະ ຈະເຊື້ອເຊີນດາລາທີ່ລູກຄ້າລາວນິຍົມຊົມຊອບ ມາທີ່ສູນການຄ້າຂອງພວກເຮົາດ້ວຍ.

7ສະຖານທີ່ຝາກລົດສາມາດຮອງຮັບລົດໄດ້ເທົ່າໃດ?

o       ສະຖານທີ່ຝາກລົດແມ່ນສາມາດຮອງຮັບໄດ້ປະມານ 2 ພັນກວ່າຄັນ ເຊິ່ງຈະບໍລິການໃຫ້ຈອດຟຣີ.

8ໃນອະນາຄົດຈະມີແຜນການຂາຍເຄື່ອງທາງອອນລາຍຫຼືບໍ່?

O ໃນປັດຈຸບັນນີ້, ຊ໋ອບປິ້ງອອນລາຍຂອງພາກຊັນມີແຕ່ຢູ່ໃນປະເທດຈີນ ແລະ ມາເລເຊຍ ເພາະປະເທດເຂົາເຈົ້າມີປະຊາກອນຫຼາຍກວ່າ ແລະ ມິເງື່ອນໄຂສະດວກຫຼາຍຢ່າງ; ແຕ່ຖ້າຫາກຢູ່ລາວເຮົາມີຜົນຕອບຮັບທີ່ດີ ແລະ ການຂາຍບັນລຸໄດ້ຕາມເປົ້າໝາຍ ເຮົາກໍອາດຈະເປີດການຊ໋ອບປິ້ງແບບອອນລາຍເຊັ່ນກັນ.

9ເຮົາຈະສາມາດຕິດຕາມກິດຈະກຳ ແລະ ໂປຣໂມຊັນຂອງພາກຊັນໄດ້ຊ່ອງທາງໃດແນ່?

ທ່ານສາມາດ ຄົ້ນຫາ PARKSON LAOS ຢູ່ທີ່ Facebook ແລ້ວຕິດຕາມເປັນແຟນເພດຈ໌ຂອງພວກເຮົາ, ເພື່ອໃຫ້ທ່ານ ໄດ້ຮັບຂໍ້ມູນກ່ຽວກັບ ກິດຈະກໍາ ແລະ ໂປຣໂມຊັນຕ່າງໆຂອງພວກເຮົາ, ຫຼັງຈາກພວກເຮົາເປີດກິດຈະການແລ້ວ ພວກເຮົາ ຈະມີລະບົບ ການບໍລິຫານຄຸ້ມຄອງສະມາຊິກ ເພື່ອທີ່ຈະສົ່ງຂໍ້ມູນກ່ຽວກັບກິດຈະກໍາ ແລະ ໂປຣໂມຊັນຕ່າງໆໃຫ້ແກ່ ລູກຄ້າຢ່າງທັນເວລາ.

ຂໍ້ມູນຕິດຕໍ່:

ໂທ: 020 52994715

www.parksongroup.com, www.facebook.com/parksonlaos

ຕັ້ງຢູ່ສູນການຄ້າ World Trade Center, ຖະໜົນ ຄູວຽງ, ບ້ານ ໜອງຈັນ,

ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນລ

ແຫຼ່ງຂໍ້ມູນ: ວາລະສານຈໍາປາເມືອງລາວ ສະບັບເດືອນພະຈິກ-ຕຸລາ 2018

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...