spot_img
Homeຂ່າວທ້ອງຖິ່ນບາງສະຖານທີ່ທ່ອງທ່ຽວໃນລາວບໍ່ໄດ້ມາດຕະຖານ! ຂີ້ເຫຍື້ອ ແລະ ການສັນຈອນໃນຕົວເມືອງບໍ່ເປັນລະບົບ

ບາງສະຖານທີ່ທ່ອງທ່ຽວໃນລາວບໍ່ໄດ້ມາດຕະຖານ! ຂີ້ເຫຍື້ອ ແລະ ການສັນຈອນໃນຕົວເມືອງບໍ່ເປັນລະບົບ

Published on

ອຸຍ​ເນັດ​ສ໌​ໂກ ປະເມີນການ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ­ສາ​ສະ­ຖານ­ທີ່​​ແຫຼ່ງ​ມໍ­ລະ­ດົກ​ໂລກ​ຢູ່ ສປປ ລາວ ບາງ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແມ່ນ​ຕ່ຳ​ກວ່າມາດ­ຕະ­ຖານ​ ບັນຫາຂີ້ເຫຍື້ອ ແລະ ການຈາລະຈອນໃນຕົວເມືອງຍັງບໍ່ເປັນລະບຽບເທື່ອ.

ເມື່ອວັນທີ 9 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງ​ປະ­ຊຸມ​ປະ​ເມີນ​ຜົນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫຼ່ງ​ມໍ­ລະ­ດົກ​ໂລກ​ຢູ່ ສປປ ລາວ ຂອງ​ສູນ​ມໍ­ລະ­ດົກ​ໂລກ ອຸຍ​ເນັດ​ສ໌​ໂກຂຶ້ນ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ, ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ສູນ​ມໍ­ລະ­ດົກ​ໂລກ ອຸຍ​ເນັດ​ສ໌​ໂກ ໄດ້ລາຍງານ​ການ​ປະ​ເມີນ​ຜົນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫຼ່ງ​ມໍ­ລະ­ດົກ​ໂລກ​ຢູ່ ສປປ ລາວ ເຊິ່ງ​ການ​ປະ​ເມີນ​ຜົນ​ໃນ​ຄັ້ງ​ນີ້ ແມ່ນ​ນຳ​ໃຊ້​ຄູ່​ມື​ການ​ປະ​ເມີນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ­ທ່ອງ­ທ່ຽວ ແລະ ແຂກ​ທ່ອງ​ທ່ຽວ ຫຼື ເອີ້ນ​ຊື່​ຫຍໍ້​ວ່າ VTMAT ເຊິ່ງ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ແຕ່​ເດືອນ​ກັນ­ຍາ​ຜ່ານ​ມາ ຢູ່​ເມືອງ​ມໍ­ລະ­ດົກ​ໂລກ​ຫຼວງ​ພະ​ບາງ ໂດຍມີ​ທ່ານ ໂຣ​ບິນ ບາ​ສ​ເຊວ ແລະ ທ່ານ ປີ​ເຕີ ເດ​ບຣິນ ​ຮ່ວມ​ກັບ​ຫ້ອງ­ການ​ມໍ­ລະ­ດົກ​ໂລກ​ຫຼວງ​ພະ​ບາງ.

ຜ່ານ​ການ​ປະ​ເມີນ​ເຫັນ​ວ່າ ການ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ­ສາ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ­ໃຈ ສິ່ງ­ແວ­ດລ້ອມ ຊີ­ວະ​ນາໆພັນ ສິ່ງ​ກໍ່­ສ້າງ ວັດ­ຖຸ­ບູ­ຮານ ແລະ ສະ­ຖານ­ທີ່​ບູ­ຮານ​ຕ້ອງ​ໄດ້​ຮັບ​ການ​ປັບ­ປຸງ ບາງ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແມ່ນ​ຕ່ຳ​ກວ່າມາດ­ຕະ­ຖານ​ການ​ຄຸ້ມ​ຄອງ​ຂີ້​ເຫຍື້ອ​ຍັງ​ຕ່ຳ​ກວ່າ​ມາດ­ຕະ­ຖານ ແລະ ເປັນ​ບັນ­ຫາ​ທີ່​ເພີ່ມ​ຂຶ້ນ ການ​ຄຸ້ມ​ຄອງ​ການ​ຈະ­ລາ­ຈອນ​ໃນ​ຕົວ​ເມືອງ ແລະ ອ້ອມ​ເມືອງ​ຫຼວງ​ພະ​ບາງ ຍັງ​ບໍ່​ເປັນ​ລະ­ບົບ​ເທື່ອ ເຊິ່ງ​ຄູ່​ມື​ປະ​ເມີນ​ການ​ຄຸ້ມ​ຄອງ​ການ­ທ່ອງ­ທ່ຽວ ແລະ ແຂກ​ທ່ອງ​ທ່ຽວ​ນີ້ ແນ­ໃສ່​ປັບ­ປຸງ​ປະ­ສິດ­ທິ­ພາບ​ຂອງ​ການ​ຄຸ້ມ​ຄອງ​ການ­ທ່ອງ­ທ່ຽວ​ຢູ່​ໃນ​ເຂດ​ມໍ­ລະ­ດົກ​ໂລກ ແລະ ການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ຢ່າງ​ມີ​ປະ­ສິດ­ທິ­ພາບ ໃນ​ການ​ປົກ​ປັກ​ຮັກ­ສາ​ຄຸນ­ຄ່າ​ມໍ­ລະ­ດົກ ຢູ່​ໃນ​ສະ­ຖານ­ທີ່​ມໍ­ລະ­ດົກ ແລະ ອື່ນໆ ເຊິ່ງ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່
ຮູບປະກອບ: laodermedia.com

 

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...