spot_img
Homeຂ່າວພາຍ​ໃນກົງສູນໄທ ປະຈຳນະຄອນຫຼວງວຽງຈັນປະກາດເລື່ອງການນຳໃຊ້ໃບຂັບຂີ່ ສປປ ລາວ ໃນປະເທດໄທ.

ກົງສູນໄທ ປະຈຳນະຄອນຫຼວງວຽງຈັນປະກາດເລື່ອງການນຳໃຊ້ໃບຂັບຂີ່ ສປປ ລາວ ໃນປະເທດໄທ.

Published on

ສະຖານເອກອັກຄະຣາຊາທູດແຫ່ງອານາຈັກໄທ ນະຄອນຫຼວງວຽງຈັນ ໄດ້ອອກປະກາດສະບັບເລກທີ 29001/21, ລົງວັນທີ 9 ພະຈິກ 2018 ເລື່ອງການນຳໃຊ້ໃບຂັບຂີ່ ສປປ ລາວ ໃນປະເທດໄທ.

ຕາມທີ່ປະກົດຂ່າວໃນສື່ອອນໄລນ໌ວ່າ ໃບຂັບຂີ່ ສປປ ລາວ ໃຊ້ໃນປະເທດໄທພຽງແຕ່ເຂດຈັງຫວັດອຸດອນທານີ ນັ້ນ ສະຖານເອອັກຄະຣາຊະທູດຂໍຮຽນດັ່ງນີ້:

  1. ໃບຂັບຂີ່ຮູບແບບ Smart Card ຂອງຣາຊະອານາຈັກໄທ ແລະ ສປປ ລາວ ສາມາດນຳໃຊ້ໄດ້ລະຫວ່າງກັນ ຕາມຂໍ້ຕົກລົງ The Recognition of Domestic License Issued by ASEAN Countries 1985 ແລະ ຂໍ້ຕົກລົງກຳນົດລາຍລະອຽດ ການຂົນສົ່ງທາງບົກລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ ແລະ ລັດຖະບານແຫ່ງ ສປປ ລາວ ປີ 2001 ເຊິ່ງປະກອບດ້ວຍຄວາມຕົກລົງວ່າດ້ວຍການຂົນສົ່ງທາງບົກລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ ແລະ ລັດຖະບານແຫ່ງ ສປປ ລາວໃນປີ 1999.
  2. ເຖິງແມ່ນຄວາມຕົກລົງດັ່ງກ່າວ ທີ່ທັງສອງປະເທດໄດ້ລະບຸໄວ້ ໃນກໍລະນີທີ່ໃບຂັບຂີ່ທີ່ບໍ່ໄດ້ອອກເປັນພາສາອັງກິດຕ້ອງມີເອກະສານແປພາສາອັງກິດທີ່ໄດ້ຮັບການຮັບຮອງນິຕິກອນ (ຮັບຮອງຄວາມຖືກຕ້ອງຂອງເອກະສານ) ປະກອບສະເໜີຈິ່ງສາມາດນຳໃຊ້ໃນປະເທດອື່ນໄດ້.
  3. ໂດຍທີ່ໃບຂັບຂີ່ຂອງ ສປປ ລາວ ອອກເປັນພາສາລາວ ແລະ ພາສາຝຣັ່ງອາດຕ້ອງໄດ້ຮັບການແປເປັນພາສາອັງກິດ ແລະ ຮັບຮອງນິຕິກອນກ່ອນ ຈິ່ງສາມາດໃຊ້ໃນປະເທດໄທ ແລະ ປະເທດອື່ນໆໃນອາຊຽນໄດ້.

ຫາກທ່ານຕ້ອງການລະອຽດເພີ່ມເຕີມສາມາດໂທຖາມໂດຍກົງທີ່ຝ່າຍກົງສຸນຕາມໝາຍເລກໂທລະສັບ: 021 415335. ແຟັກ: 021 415336.

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: ສະຖານເອກອັກຄະຣາຊາທູດແຫ່ງອານາຈັກໄທ ນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...