Homeຂ່າວພາຍ​ໃນໃບຂັບຂີ່ລາວທີ່ມີຊື່ພາສາອັງກິດກ້ອງຊື່ພາສາລາວບໍ່ແມ່ນໃບຂັບຂີ່ອາຊຽນ ນຳໃຊ້ໄດ້ແຕ່ເຂດຊາຍແດນ

ໃບຂັບຂີ່ລາວທີ່ມີຊື່ພາສາອັງກິດກ້ອງຊື່ພາສາລາວບໍ່ແມ່ນໃບຂັບຂີ່ອາຊຽນ ນຳໃຊ້ໄດ້ແຕ່ເຂດຊາຍແດນ

Published on

ຫຼັງຈາກທີ່ມື້ວານນີ້ (8 ພະຈິກ 2018) ທີ່ເວັບໄຊລາວໂພສໄດ້ນຳສະເໜີຂ່າວກ່ຽວກັບໃບຂັບຂີ່ຍານພາຫະນະລາວໄປນຳໃຊ້ໃນປະເທດເພື່ອນບ້ານ (ໄທ) ກໍ່ໄດ້ຮັບຄວາມສົນໃຈຈາກປະຊາຊົນ ແລະ ມີ 2-3 ຄຳຖາມຫຼັກທີ່ທຸກຄົນຢາກໄດ້ຄຳຕອບຄື: 1. ຄວາມຈະແຈ້ງໃນການນຳໃຊ້ໃບຂັບຂີ່ຍານພາຫະນະລາວໃນປະເທດເພື່ອນບ້ານ, 2. ໃບຂັບຂີ່ລາວທີ່ມີຊື່ເປັນພາສາອັງກິດຢູ່ກ້ອງຊື່ພາສາລາວແມ່ນໃບຂັບຂີ່ອາຊຽນບໍ່?, 3. ຊີ້ແຈ້ງກ່ຽວກັບຄຳສຳພາດຂອງອະທິບໍດີກົມຂົນສົ່ງທາງບົກຂອງໄທກ່ຽວກັບການນຳໃຊ້ໃບຂັບຂີ່ຈາກ 10 ປະເທດອາຊຽນໃນໄທ.

ເພື່ອໃຫ້ທຸກຄຳຖາມໄດ້ຮັບຄຳຕອບ ທາງນັກຂ່າວລາວໂພສໄດ້ໂທລະສັບໄປສອບຖາມຂໍ້ມູນກັບທາງຫົວໜ້າສູນສອບເສັງໂຍທາ-ທົ່ງປົ່ງ ແລະ ທາງກົມຂົນສົ່ງ ເຊິ່ງຜ່ານການສອບຖາມຂໍ້ມູນຈາກທັງສອງໜ່ວຍງານກໍ່ໄດ້ຄຳຕອບເປັນສຽງດຽວກັນວ່າ: ສຳລັບໃບຂັບຂີ່ປົກຄອງ (ໃບຂັບຂີ່ພາຍໃນ) ແມ່ນສາມາດນຳໃຊ້ສະເພາະພາຍໃນປະເທດ ໃນກໍລະນີທີ່ທ່ານນຳໃຊ້ໃບຂັບຂີ່ພາຍໃນເດີນທາງຂັບລົດສ່ວນຕົວໄປນອກປະເທດເພື່ອນບ້ານທີ່ເປັນປະເທດຕິດກັບຊາຍແດນລາວ ແມ່ນສາມາດນຳໃຊ້ໄດ້ແຕ່ໃນເຂດ, ແຂວງ, ຈັງຫວັດທີ່ຕິດກັບຊາຍແດນລາວເທົ່ານັ້ນ ຍົກຕົວຢ່າງ: ຂົວມິດຕະພາບລາວ-ໄທ 1 ຕິດກັບຈັງຫວັດໜອງຄາຍ ແລະ ອຸດອນທານີ, ສຳລັບດ່ານອື່ນໆທີ່ມີຈຸດເຊື່ອມຕໍ່ຊາຍແດນລາວກໍ່ເຊັ່ນດຽວກັນ.

ທາງກົມຂົນສົ່ງຍັງບອກອີກວ່າ ສຳລັບໃບຂັບຂີ່ລາວ (ສີເຫຼືອງ) ທີ່ມີພາສາອັງກິດຢູ່ກ້ອງຊື່ນາມສະກຸນພາສາລາວນັ້ນ ບໍ່ແມ່ນໃບຂັບຂີ່ອາຊຽນ ຫຼື ໃບຂັບຂີ່ສາກົນຕາມທີ່ຫຼາຍຄົນເຂົ້າໃຈ ສາເຫດມາຈາກການປະກອບຟອມແລ່ນເອົາໃບຂັບຂີ່ໃນເບື້ອງຕົ້ນ ບາງຄົນລະບຸຊື່ນາມສະກຸນເປັນພາສາອັງກິດລົງໃສ່ແບບຟອມ ແລະ ບາງຄົນຂຽນແຕ່ຊື່ນາມສະກຸນເປັນພາສາລາວ ຈິ່ງເຮັດໃຫ້ໃບຂັບຂີ່ຍານພາຫະນະຂອງບາງຄົນມີແຕ່ຊື່ພາສາລາວ ແລະ ບາງຄົນກໍ່ມີທັງຊື່ພາສາລາວກັບພາສາອັງກິດ ແຕ່ທັງໝົດມັນກໍ່ເປັນພຽງແຕ່ໃບຂັບຂີ່ພາຍໃນເທົ່ານັ້ນ ແລະ ເປັນຫຍັງບາງຄົນເອົາໃບຂັບຂີ່ທີ່ມີພາສາລາວກັບພາສາອັງກິດໃຫ້ເຈົ້າໜ້າຕຳຫຼວດທີ່ເພື່ອນບ້ານເບິ່ງແລ້ວທາງເຈົ້າໜ້າທີ່ບໍ່ປັບໄໝ ສາເຫດອາດເປັນຍ້ອນເຈົ້າໜ້າທີ່ຕຳຫຼວດເພື່ອນບ້ານເຫັນຊື່ເປັນພາສາອັງກິດ ແລະ ອ່ານເຂົ້າໃຈ (ພາສາອັງກິດເປັນພາສາກາງໃນການສື່ສານ) ແລະ ອີກຢ່າງໜຶ່ງທ່ານນຳໃຊ້ໃບຂັບຂີ່ໃນຂອບເຂດແຂວງ ຫຼື ຈັງຫວັດທີ່ຕິດກັບຊາຍແດນ ເຊິ່ງມັນບໍ່ມີຄວາມຜິດດ້ານລະບຽບຕຳຫຼວດຈິ່ງປ່ອຍຜ່ານ.

ຕໍ່ຈາກກໍລະນີບົດສຳພາດຂອງທ່ານອະທິບໍດີກົມຂົນສົ່ງທາງບົກ (ໄທ) ໄດ້ກ່າວຜ່ານໂທລະພາບວ່າ 10 ປະເທດອາຊຽນສາມາດນຳໃຊ້ໃບຂັບຂີ່ພາຍໃນຂອງປະເທດຜູ້ສົ່ງມາເຄື່ອນໄຫວໃນປະເທດໄທໄດ້ ທາງກົມຂົນສົ່ງ (ລາວ) ໄດ້ໃຫ້ຄຳຕອບກ່ຽວກັບເລື່ອງນີ້ມາວ່າ: ແມ່ນແລ້ວທີ່ 10 ປະເທດອາຊຽນສາມາດນຳໃຊ້ໃບຂັບຂີ່ຂອງປະເທດຜູ້ສົ່ງໄປເຄື່ອນໄຫວໃນປະເທດໄທໄດ້ ແຕ່ໃບຂັບຂີ່ນັ້ນຕ້ອງເປັນໃບຂັບຂີ່ສາກົນທີ່ອອກໂດຍໜ່ວຍງານທີ່ມີອຳນາດອອກໃບຂັບຂີ່ຂອງປະເທດນັ້ນ (ຄືໃບຂັບຂີ່ສາກົນທີ່ອອກຢູ່ໃນປະເທດ) ເຊິ່ງໃບຂັບຂີ່ສາກົນແມ່ນສາມາດນຳໃຊ້ໃນການຂັບລົດໄດ້ 10 ປະເທດອາຊຽນ ແຕ່ສະເພາະໃບຂັບຂີ່ລາວພາຍໃນບໍ່ສາມາດເອົາໄປເຂື່ອນໄຫວກາຍຂອບເຂດທີ່ກຳນົດໄວ້.

ສຳລັບຂັ້ນຕອນໃນການເຮັດໃບຂັບຂີ່ສາກົນແມ່ນ: ທ່ານຕ້ອງມີຂັບຂີ່ຍານພາຫະນະພາຍໃນກ່ອນ ແລ້ວຈິ່ງສາມາດໄປແລ່ນເອົາໃບຂັບຂີ່ຍານພາຫະນະສາກົນທີ່ຫ້ອງບໍລິການປະຕູດຽວກົມຂົນສົ່ງ (ແຖວປະຕູໄຊ) ຫຼື ໂທສອບຖາມຂໍ້ມູນເພີ່ມເຕີມຈາກກົມຂົນສົ່ງທີ່ເບີ: 021 417240 ແລະ 021 417293 ໃນໂມງລັດຖະການ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ສູນສອບເສັງໂຍທາ-ທົ່ງປົ່ງ, ກົມຂົນສົ່ງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...