Homeຂ່າວພາຍ​ໃນໃບຂັບຂີ່ຍານພາຫະນະລາວໃຊ້ໄດ້ຮອດໃສແນ່?

ໃບຂັບຂີ່ຍານພາຫະນະລາວໃຊ້ໄດ້ຮອດໃສແນ່?

Published on

ຈາກກໍລະນີມີຄົນລາວຄົນໜຶ່ງຂັບລົດຂ້າມໄປປະເທດເພື່ອນບ້ານ (ໄທ) ໂດຍໃຊ້ໃບຂັບຂີ່ຍານພາຫະນະລາວ ແລ້ວຖືກຕຳຫຼວດໄທກັກຕົວ ພ້ອມປັບໄໝເປັນເງິນ 400 ບາດ ສຳລັບເຫດການນີ້ໄດ້ສ້າງຄວາມສົນໃຈໃຫ້ແກ່ປະຊາຊົນຊາວລາວ ໂດຍສະເພາະຜູ້ທີ່ມັກຂັບລົດສ່ວນຕົວຂ້າມໄປຝັ່ງໄທ ຫຼື ຄົນທີ່ມີແຜນຈະລອງຂັບລົດສ່ວນຕົວຂ້າມໄປ ເພື່ອໃຫ້ຂໍ້ສົງໃສນີ້ມີຄຳຕອບກັບທຸກຄົນ.

ດັ່ງນັ້ນ, ທາງນັກຂ່າວລາວໂພສ ຈິ່ງໄດ້ໂທລະສັບໄປສອບຖາມທາງສະຖານທູດໄທປະຈຳນະຄອນຫຼວງວຽງຈັນກ່ຽວກັບເລື່ອງການຖືໃບຂັບຂີ່ຍານພາຫະນະລາວຂ້າມໄປປະເທດເພື່ອນບ້ານ (ໄທ) ໂດຍທາງເຈົ້າໜ້າກົງສູນຄົນໜຶ່ງໄດ້ໃຫ້ຄຳຕອບວ່າ ສຳລັບໃບຂັບຂີ່ຍານພາຫະນະລາວນັ້ນ ແມ່ນສາມາດນຳໃຊ້ເດີນທາງເຂົ້າ-ອອກໃນເຂດໜອງຄາຍ-ອຸດອນທານີເທົ່ານັ້ນ ແຕ່ຫາກທ່ານໃດມີຈຸດປະສົງຈະເດີນທາງໄປໄກກວ່ານີ້ແມ່ນໃຫ້ນຳໃຊ້ໃບຂັບຂີ່ສາກົນ.

ປະເທດລາວເປັນໜຶ່ງໃນປະເທດພາຄີຄູ່ສັນຍາກ່ຽວກັບການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ (ໄທ) ແລະ ບຸກຄົນຂ້າມແດນ ເຊິ່ງໄດ້ມີການລົງນາມກັນຄັ້ງທຳອິດໃນວັນທີ 26 ພະຈິກ 1999 ທີ່ນະຄອນຫຼວງວຽງຈັນ ແລະ ໄດ້ມີການແກ້ໄຂຄັ້ງສຸດທ້າຍໃນວັນທີ 19 ກັນຍາ 2003 ທີ່ເມືອງຕ້າລີ່ ເຊິ່ງລັດຖະບານປະເທດພາຄີໄດ້ເຫັນດີເຮັດຂໍ້ຕົກລົງສຳເລັດໃນປີ 2005 ໂດຍສັນຍາດັ່ງກ່າວລະບຸໄວ້ມີ 6 ປະເທດພາຄີຄື: ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ເຊິ່ງປະເທດຄູ່ພາຄີຈະຍອມຮັບໃບອະນຸຍາດຂັບຂີ່ພາຍໃນປະເທດທີ່ອອກໂດຍໜ່ວຍງານທີ່ມີອຳນາດອອກໃບອະນຸຍາດຂັບຂີ່ຂອງປະເທດຜູ້ສົ່ງ ຍົກເວັນໃບອະນຸຍາດຂັບຂີ່ປະເພດຫັດຂັບ, ໃບຂັບຂີ່ໝົດອາຍຸ, ໃບຂັບຂີ່ປະເພດຊົ່ວຄາວ ຫຼື ໃບອະນຸຍາດຂັບຂີ່ທີ່ຖືກພັກ ແລະ ອື່ນໆ ທີ່ມີລັກສະນະດຽວກັນ.

ນອກຈາກນີ້ ຍັງມີຂໍ້ມູນຈາກບົດສຳພາດຂອງທ່ານ ສະນິດ ພົມວົງ, ອະທິບໍດີກົມການຂົນສົ່ງທາງບົກ ໂດຍກ່າວວ່າ ສຳລັບຊາວຕ່າງຊາດທີ່ເຂົ້າມາໃນປະເທດໄທ ແລະ ຕ້ອງການຂັບຂີ່ລົດ ສິ່ງທຳອິດແມ່ນຕ້ອງມີໃບອະນຸຍາດຂັບຂີ່ຍານພະຫະ ໃນກໍລະນີທີ່ເຂົ້າມາໄທແລ້ວມີຄວາມປະສົງຕ້ອງການຂັບລົດແຕ່ຍັງບໍ່ທັນມີໃບຂັບຂີ່ເທື່ອ ກໍ່ສາມາດມາເຮັດໃບຂັບຂີ່ໃນປະເທດໄທໄດ້ ມາຕິດຕໍ່ກັບກົມການຂົນສົ່ງທາງບົກ ສຳນັກງານການຂົນສົ່ງປະຈຳຈັງຫວັດທົ່ວປະເທດ ສຳລັບເອກະສານທີ່ຈະນຳມາປະກອບຈະຕ້ອງມີ ປື້ມຜ່ານແດນເຂົ້າ-ອອກປະເທດຢ່າງຖືກຕ້ອງຕາມກົດໝາຍ, ສຳເນົາວີຊ່າ, ໃບອະນຸຍາດເຮັດວຽກ ຫຼື ໃບຮັບຮອງສະຖານທີ່ອາໃສໃນໄທ, ໃບຮັບຮອງແພດບໍ່ເກີນ 1 ເດືອນ ຫຼັງຈາກນັ້ນກໍ່ຈະມີການສອບເສັງເອົາໃບຂັບຂີ່.

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນ້ຳມັດ

ແຫຼ່ງຂໍ້ມູນ: ສະຖານທູດໄທ ປະຈຳ ສປປ ລາວ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...