Homeຂ່າວພາຍ​ໃນໂຄງການສ້າງເຂື່ອນໄຟຟ້ານ້ຳຕົກເຊກະໝານ - ແກ້ງໃຫຍ່ ອັດຕະປື ຍັງຢູ່ໃນຂັ້ນຕອນພິຈາລະນາ.

ໂຄງການສ້າງເຂື່ອນໄຟຟ້ານ້ຳຕົກເຊກະໝານ – ແກ້ງໃຫຍ່ ອັດຕະປື ຍັງຢູ່ໃນຂັ້ນຕອນພິຈາລະນາ.

Published on

ແຂວງອັດຕະປື ກຳລັງສຶກສາຄວາມເປັນໄປໄດ້ຂອງໂຄງການໄຟຟ້ານ້ຳຕົກເຊກະໝານ – ແກ້ງໃຫຍ່ ເມືອງໄຊເສດຖາ ຖ້າໂຄງການໄດ້ຮັບການເຫັນດີຕົກລົງອະນຸມັດຈາກພາກລັດໃຫ້ດຳເນີນການກໍ່ສ້າງ ຄາດວ່າຈະໄດ້ເລີ່ມກໍ່ສ້າງໃນທ້າຍປີໜ້າ.

ພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ຮ່ວມກັບ ບໍລິສັດ ພີແອນພີ ພາວເວີ ຈຳກັດ ແລະ ບໍລິສັດ ທີ່ປຶກສາ ເອັສຊີ ຈຳກັດ ໄດ້ຈັດກອງປະຊຸມຜ່ານບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ, ເຕັກນິກ ແລະ ສັງຄົມຂອງໂຄງການເຂື່ອນໄຟຟ້ານ້ຳຕົກເຊກະໝານ – ແກ້ງໃຫຍ່ ຂຶ້ນໃນທ້າຍເດືອນຕຸລາ 2018 ທີ່ແຂວງອັດຕະປື.

ໂຄງການເຂື່ອນໄຟຟ້ານ້ຳຕົກເຊກະໝານ – ແກ້ງໃຫຍ່ ມີທີ່ຕັ້ງຢູ່ຕາມລຳນ້ຳເຊກະໝານ, ເປັນສາຂາຂອງສາຍນ້ຳເຊກອງ ຫ່າງຈາກຕົວເມືອງໄຊເສດຖາ ໄປທາງທິດຕາເວັນອອກສຽງເໜືອປະມານ 10 ກິໂລແມັດ ມີມູນຄ່າການກໍ່ສ້າງທັງໝົດ 35.352 ລ້ານໂດລາ ແລະ ຈະໄດ້ຮັບຜົນຕອບແທນ NPV=7,21 ລ້ານໂດລາ, B/C= 1,20 ລ້ານໂດລາ, EIRR=12,63%, ລາຄາໄຟຟ້າເທົ່າກັບ 5,60 Usc/KWh ແລະ ມີກຳລັງຕິດຕັ້ງ 15,0 MW, ສາມາດຜະລິດກະແສໄຟຟ້າໄດ້ 119.240 GWh ຕໍ່ປີ ແລະ ຈະສາມາດສະໜອງກະແສໄຟຟ້າໃຫ້ສະຖານີຈ່າຍໄຟຟ້າຫຼັກ 47 ຕາຂ່າຍ 22 KV. ຖ້າຫາກໂຄງການໄດ້ຮັບການເຫັນດີຕົກລົງອະນຸມັດຈາກທາງພາກລັດ ຄາດວ່າຈະໄດ້ເລີ່ມກໍ່ສ້າງໃນວັນທີ 1 ຕຸລາ 2019 ແລະ ໃຫ້ສຳເລັດໃນເດືອນສິງຫາ 2023.

ທ່ານ ສົມຈິດ ປະທານບໍລິສັດ ພີແອນພີ ແລະ ຕາງໜ້າໃຫ້ ບໍລິສັດທີ່ປຶກສາ ເອັສຊີ ຈຳກັດ ໃນນາມເຈົ້າຂອງໂຄງການ ໄດ້ຂຶ້ນກ່າວລາຍງານຜົນການສຶກສາວິພາກເສດຖະກິດ, ເຕັກນິກ ແລະ ສັງຄົມ ຂອງໂຄງການບາງຕອນວ່າ:

“ບໍລິສັດພວກເຮົາມີໃບອະນຸຍາດດຳເນີນທຸລະກິດໄຟຟ້າທີ່ຖືກຕ້ອງຕາມລະບຽບການ, ມີທີ່ຕັ້ງພາລະບົດບາດທີ່ຈະແຈ້ງ ແລະ ມີປະສົບການ ເຊິ່ງໂຄງການເຂື່ອນໄຟຟ້ານ້ຳຕົກເຊກະໝານ-ແກ້ງໃຫຍ່ ເປັນໂຄງການໜຶ່ງທີ່ຄາດວ່າຈະໄດ້ຮັບການອະນຸມັດຈາກພາກລັດໃຫ້ດຳເນີນການກໍ່ສ້າງ ເພື່ອເປັນການຮອງຮັບຄວາມຕ້ອງການໄຟຟ້າໃນອານາຄົດ, ສະໜອງໄຟຟ້າ, ສະໜອງນ້ຳແກ່ເນື້ອທີ່ປູກຝັງທຳການຜະລິດຂອງປະຊາຊົນ ແລະ ໃຫ້ແຂວງມີລາຍຮັບໃນແຕ່ລະປີຈາກການເສຍຄ່າພາກຫຼວງ ແລະ ອາກອນ”.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ໜັງສືພິມ ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...