spot_img
Homeຄວາມງາມຂໍ້ດີຂອງການໃຊ້ໃຍຂັດໂຕອາບນ້ຳ

ຂໍ້ດີຂອງການໃຊ້ໃຍຂັດໂຕອາບນ້ຳ

Published on

5

1. ຊ່ວຍ​ເຮັດ​ຄວາມ​ສະ​ອາດ​ຜິວ​ໄດ້​ດີ

ໃຫ້​ທ່ານແມ່ຍິງ​ເລືອກ​ໃຊ້​ໃຍ​ຂັດ​ຕົວ​ແບບ​ເປັນ​ຕາ​ນ່າງຫຍາບໆ ເມື່ອ​ໃຊ້​ຂັດ​ຖູ​ໂຕຮ່ວມ​ກັບ​ສະ​ບູ່​ ຫລື​ ຄີມ​ອາບ​ນ້ຳ​ແລ້ວ ຈະ​ຊ່ວຍ​ໃຫ້​ທ່ານຍິງ​ສາມາດ​ເຮັດ​ຄວາມ​ສະ​ອາດ​ຜິວ​ໄດ້​ໝົດ​ຈົດ​​ຍິ່ງ​ຂຶ້ນ ໃຍ​ຂັດ​ຕົວ​ສາມາດ​ຊ່ວຍ​ຂັດ​ຖູ​ເອົາ​ແບກ​ທີ​ເລຍ ຄາບ​ເຫື່ອຂີ້​ໄຄ ລວມ​ໄປ​ຈົນ​ເຖິງ​ຝຸ່ນ ​ຫລື​ ສິ່ງ​ສົກກະປົກ​ນ້ອຍ​ໆ ທີ່​ຕິດ​ຄ້າງ​ຢູ່​ທີ່​ລູ​ຂຸມ​ຂົນ​ອອກ​ໄປ​ໄດ້ ພໍ​ອາບ​ນ້ຳ​ສຳເລັດ​ແລ້ວ​ເຮົາຈະ​ຮູ້ສຶກ​ວ່າ​ຜິວ​ສະ​ອາດ​ສົດ​ໃສ​ ແລະ ​ສະບາຍ​ຜິວ​ຫລາຍກວ່າ​ການ​ອາບ​ນ້ຳ​ແລ້ວ​ໃຊ້​ສະ​ບູ່​ຟອກ​ໂຕ​ຢ່າງ​ດຽວ​

2. ຊ່ວຍ​ສະຄັບ​ຜິວ​ໄປ​ໃນ​ຕົວ

ການ​ໃຊ້​ໃຍ​ຂັດ​ຕົວ​ໃນ​ການ​ອາບ​ນ້ຳ ເປັນ​ການ​ສະຄັບຜິວ​ໄດ້​ທຸກ​ມື້ ຊຶ່ງ​ຈະ​ຊ່ວຍ​ສະຄັບ​ຜິວ​ໃນ​ສ່ວນ​ທີ່​ຫຍາບກະ​ດ້າງ ເຊັ່ນ​ບໍລິເວນ ແຂນສອກ, ຫົວ​ເຂົ່າ, ໃຫ້​ເຊວ​ຜິວ​ໜາໆ ທີ່​ຕາຍ​​ແລ້ວ​ຫລຸດ​ອອກ​ໄປ

3. ຊ່ວຍ​ຂັດ​ຕົວ​ແລ້ວ​ຜິວ​ນຽນ​ນຸ່ມ​ຫລາຍ​ຍິ່ງ​ຂຶ້ນ

ຈະ​ເຮັດໃຫ້​ຜິວ​ຂອງ​ທ່ານ​​ຍີງສະ​ອາດ​ໝົດ​ຈົດ ບໍ່​ມີ​ສິ່ງ​ສົກກະປົກ​ຕົກ​ຄ້າງ​ຢູ່​ເທິງ​ຜິວແລ້ວ ນອກ​ຈາກ​ນີ້​ຍັງ​ຊ່ວຍ​ເຮັດໃຫ້​ຜິວ​ຂອງ​ທ່ານຍິງ​ນຽນ​ນຸ່ມ​ຊຸ່ມ​ຊື່ນ​ຫລາຍ​ຍິ່ງ​ຂຶ້ນ​ອີກ

4. ຊ່ວຍ​ກະຕຸ້ນ​ການ​ໄຫລ​ວຽນ​ຂອງ​ເລືອດ​ຊ່ວຍ​ໃຫ້​ຜ່ອນ​ຄາຍ​ສະບາຍ​ໂຕ

ການ​ຂັດ​ຕົວ​ເບົາໆ ດ້ວຍ​ໃຍ​ຂັດ​ໂຕ​ລະຫວ່າງ​ການ​ອາບ​ນ້ຳ​ນັ້ນ ເປັນ​ການ​ຊ່ວຍ​ກະຕຸ້ນ​ການ​ໄຫລ​ວຽນ​ຂອງ​ເສັ້ນ​ເລືອດ​ທີ່​ຢູ່​ໃຕ້​ຜິວ​ໜັງ​ໄດ້​ດີ​ຍິ່ງ​ຂຶ້ນ ຈຶ່ງ​ເຮັດໃຫ້​ຮູ້ສຶກ ຜ່ອນ​ຄາຍ​ສະບາຍ​ຜິວ​ຫລາຍ​ຍິ່ງ​ຂຶ້ນ ອີກ​ທັງ​ຍັງ​ຊ່ວຍ​ເຮັດໃຫ້​ຜິວ​ຂອງ​ທ່ານຍິງ​ເບິ່ງ​ເປັ່ງ​ປັ່ງ​ສົດ​ໃສ

 

ບົດຄວາມຫຼ້າສຸດ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...