Homeຄວາມງາມປະໂຫຍດຂອງບັນດາຖົ່ວ ທີ່ສາວໆ ຕ້ອງຮູ້

ປະໂຫຍດຂອງບັນດາຖົ່ວ ທີ່ສາວໆ ຕ້ອງຮູ້

Published on

768475-topic-ix-2

  1. ຖົ່ວ​ເຫລືອງ
    ເປັນ​ພືດ​ທີ່​ມີ​ສານ​ອາຫານ​ສູງ​ທີ່ສຸດ​ໃນ​ບັນດາ​ເມັດ​ພັນ​ທັງ​ໝົດ ແລະ​ ສາມາດ​ນຳ​ມາ​ຮັບປະທານ​ໄດ້​ຫລາກ​ຫລາຍ​ຮູບ​ແບບ ບໍ່​ວ່າ​ຈະ​ເປັນ​ຖົ່ວ​ງອກ ເຕົ້າຮູ້ ໂຍ​ເ​ກິດ ແປ້ງ ນົມ ແລະອື່ນໆ ຖົ່ວ​ເຫລືອງ​ຊ່ວຍ​ຄວບ​ຄຸມ​ອາການ​ທີ່​ກ່ຽວ​ເນື່ອງ​ກັບ​ການ​ໝົດ​ປະຈຳ​ເດືອນ​ ແລະຍັງປ້ອງ​ກັນ ມະ​ເຮັງ ໃນ​ຖົ່ວ​ເຫລືອງ​ຍັງ​ອຸດົມ​ດ້ວຍ​ວິ​ຕາ​ມິນ​ອີ ​ທີ່​ຄອຍຖ້າ​ຕ້າ​ນອາ​ນຸ​ມູນ​ອິດ​ສະຫລະ ແລະ ​ວິ​ຕາ​ມິນ​ບີ ​ທີ່​ມີ​ບົດ​ບາດ​ໃນ​ການ​ບຳ​ລຸງ​ລະບົບ​ປະສາດ​ ແລະ ​ຊ່ວຍ​ຮ່າງກາຍ​ຕໍ່ສູ້​ກັບ​ຄວາມຄຽດ
  2. ຖົ່ວ​ລັນ​ເຕົາ
    ເປັນ​ຖົ່ວ​ທີ່​ມີ​ຫລາຍ​ດ້ວຍ​ປະລິມານ​ວິ​ຕາ​ມິນບີ ຊ່ວຍ​ປິ່ນປົວ​ລະ​ດັບ​ພະລັງ​ງານ ​ແລະ ​ສ້າງ​ເນື້ອ​ເຍື່ອ​ປະສາດ​ ແລະ ​ກ້າມ​ ເນື້ອໃຍ​ອາຫານ​ສູງ​ຊ່ວຍຫ​ລຸດ​ລະ​ດັບ​ ຄໍ​ເລສ​ເຕີ​ລໍ ແລະ​ ການ​ຍ່ອຍ​ມີ​ປະ​ສິດ​ທິ​ພາບ ອີກ​ທັງ​ຍັງມີ​ວິ​ຕາ​ມິນ​ບີ 5 ທີ່​ຊ່ວຍ​ກະຕຸ້ນ​ພູ​ມ​ຄຸ້ມ​ກັນ ແລະ ​ວິ​ຕາ​ມິນ​ຊີ​ຕ້າ​ນອາ​ນຸ​ມູນ​ອິດ​ຫລະ
  3. ເມັດ​ໝາກມ່ວງ​ຫີນມະພານ
    ເປັນ​ແຫລ່ງ​ຂອງ​ວິ​ຕາ​ມິນບີ ທີ່​ຊ່ວຍ​ປິ່ນປົວ​ເສັ້ນ​ປະສາດ ​ແລະ ​ເນື້ອ​ເຍື່ອ​ກ້າມ​ຊີ້ນ​ຂອງ​ຮ່າງ​ກາຍ ຕະຫລອດ​ຈົນ​ເສີມ​ຄວາມ​ຕ້ານ​ທານ​ຕໍ່​ຄວາມ​ຄຽດ ແລະ ​ຍັງມີ​ແຮ່ທາດ​ສຳຄັນ​ສຳລັບ​ສຸຂະພາບ​ພູ​ມ​ຄຸ້ມ​ກັນ ລວມ​ທັງ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ ຊີ​ລີ​ນຽມ​ ທີ່​ຈຳ​ເປັນ​ຕໍ່​ການ​ຜະລິດ​ ແອນ​ຕິບໍດີ ແລະ ​ສັງ​ກະ​ສີ ​ເຊິ່ງ​ໃຊ້​ຕໍ່ສູ້​ກັບ​ ໄວ​ຣັສ ຍັບ​ຍັ້ງ​ເຊລມະເຮັງ ແຖມ​ຍັງ​ຊ່ວຍ​ຫລຸດ​ຄໍ​ເລດ​ເຕີ​ລໍ​ໄດ້​ນໍາອີກ​
  • ຖົ່ວ​ມີ​ຜົນດີີ​ຕໍ່​ພະຍາດ​ຫົວ​ໃຈ
    ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບ ມີ​ສາ​ເຫດ​ຈາກ​ກໍາມະພັນ ​ແລະ ພຶດຕິກຳ​ທີ່​ສຳຄັນ​ໄດ້​ແກ່ ການ​ອອກ​ກຳ​ລັງ​ກາຍ ຕຸ້ຍ ແລະ ​ການ​ຮັບປະທານ​ອາ​ຫານ ໂດຍ​ສະເພາະ​ອາຫານ​ຫວານ ມັນ ເຄັມ ແຕ່​ອາຫານ​ທີ່​ສາມາດ​ປ້ອງ​ກັນ​ພະຍາດ​ຫົວ​ໃຈ​ໂດຍ​ສະເພາະ​ຖົ່ວ ເຊັ່ນ ຖົ່ວ almonds, walnuts, hazelnuts ແລະ macadamias ຫາກ​ຮັບປະທານ​ປະຈຳ​ຈະຫ​ລຸດ   ​ຂອງພະຍາດ​ຫົວ​ໃຈ​ໄດ້​ຮ້ອຍ​ລະ 30-50
  • ຖົ່ວ​ກັບ​ໂລ​ຄ້ອວນ
    ເຖິງວ່າ​ຖົ່ວ​ຈະ​ມີ​ສ່ວນ​ປະກອບ​ສຳຄັນ​ຄື​ ໄຂ​ມັນ ແຕ່​ການ​ຮັບປະທານ​ຖົ່ວ​ໂດຍ​ຢຶດ​ຫລັກ​ການ​ຮັບປະທານ​ອາຫານ​ໃຫ້​ຄົບ 5 ຫມູ່ ແລະ ​ກຳນົດ​   ໃຫ້​ໄດ້ຮັບ​ພະລັງ​ງານ​ເກີນ​ຄວາມ​ຈຳ​ເປັນ ທັງ​ນີ້ ປະລິມານ​ໄຂ​ມັນ​ທີ່​ມີ​ໃນ​ຖົ່ວ fiber ທີ່​ຢູ່ໃນ​ຖົ່ວ​ຈະ​ເຮັດໃຫ້​ຄົົນທີ່​ຮັບກິນ​ອາຫານ​ອີ່ມ ບໍ່​ຢາກ​ຮັບປະທານ​ອາຫານ​ອື່ນ ໂດຍ​ມີ​ການສຶກສາ​ເຖິງ​ຜົນ​ການ​ຮັບປະທານ​ຖົ່ວ Almond ພົບ​ວ່າ ​ການ​ກິນ​ຖົ່ວ​ນີ້ ​ບໍ່​ເຮັດໃຫ້​ນ້ຳ​ໜັກ​ ຫລື ​ລະ​ດັບ​ຄໍ​ເລສ​ເຕີ​ລໍ​ໃນ​ເລືອດ​ເ​ພີ່ມຂຶ້ນ ເນື່ອງ​ຈາກ​ໄຂ​ມັນ​ບາງ​ສ່ວນ​ບໍ່​ຖືກ​ດູດ​ຊຶມ
  • ເຮົາ​ຈະ​ເພີ່ມ​ການກິນ​ຖົ່ວ​ໄດ້​ແບບໃດ
    ການ​ກິນ​ຖົ່ວ​ຫລາຍ​ພໍ​ປະ​ມານ​ຈະ​ຊ່ວຍ​ປ້ອງ​ກັນ​ພະຍາດ​ດັ່ງ​ກ່າວ ດັ່ງ​ນັ້ນ​ການ​ວາງ​ແຜນ​ຮັບປະທານ​ອາຫານ​ຈຳ​ພວກ​ຖົ່ວ ​ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ທັງ​ນີ້​ ເພື່ອປ້ອງ​ກັນ​ບໍ່​ໃຫ້​ຕຸ້ຍ ໂດຍ​ເຮົາ​ອາດຈະ​ກິນຖົ່ວ​ເປັນ​ອາຫານ​ວ່າງ ເຮົາ​ຈັດ​ຖົ່ວ​ເປັນ​ອາຫານ​ໝວດ​ທີ່​ໃຫ້​ໂປ​ຕີນ ດັ່ງ​ນັ້ນ​ຖ້າຫາກ​ຮັບປະທານ​ອາຫານ​ພວກ​ຖົ່ວ​ຈະ​ຕ້ອງຫ​ລຸດ​ພວກ​ເນື້ອ​ສັດ​ລົງ​ຕາມ​ສັດສ່ວນ ຫລຸດ​ໄຂ​ມັນ​ອື່ນ​ທີ່​ບໍ່​ຈຳ​ເປັນ ເຊັ່ນ ນ້ຳ​ສະ​ຫລັດ​ໃຊ້​ແບບໃສ​ທີ່​ມີ​ໄຂ​ມັນຕ່ຳ ຫລີກ​ລ້ຽງ​ຂອງ​ຈືນ ຫລີກ​ລ້ຽງ​ກະທິ
    ນັ້ນກໍ​ໝາຍ​ຄວາມ​ວ່າ ການ​ກິນ​ຖົ່ວ? ຫລື​ແມ່ນແຕ່​ການ​ກິນທຸກ​ຢ່າງ ຢູ່​ທີ່​ຄວາມ​ພໍ​ດີ​ຂອງ​ການ​ກິນ​ ກິນ​ໃນ​ປະລິມານ​ທີ່​ເໝາະ​ສົມ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ແຕ່​ຖ້າຫາກ​ກິນ​ຫລາຍ​ເກີນ​ໄປ​ກໍ​ຈະ​ກາຍ​ເປັນ​ໂທດ​ນັ້ນ​ເອງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...