spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ດ່ານຈັບ 3 ຜູ້ຖືກຫາ! ພ້ອມຢຶດເງິນ 1,5 ຕື້ກີບທີ່ກຽມຂົນອອກໄປນອກປະເທດ

ເຈົ້າໜ້າທີ່ດ່ານຈັບ 3 ຜູ້ຖືກຫາ! ພ້ອມຢຶດເງິນ 1,5 ຕື້ກີບທີ່ກຽມຂົນອອກໄປນອກປະເທດ

Published on

ອີງຕາມການລາຍງານຂອງ ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ໃຫ້ຮູ້ວ່າ ໃນເວລາ 10:25 ໂມງ ຂອງວັນທີ 31 ຕຸລາ 2018 , ເຈົ້າໜ້າພາສີ ໄດ້ຮັບແຫຼ່ງຂ່າວວ່າຈະມີການລັກລອບເງິນຕາອອກນອກປະເທດ.

ຈຸງານກວດກາພາຫະນະ-ຜູ້ໂດຍສານ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ກຽມພ້ອມກວດກາ, ພໍມາຮອດ ເວລາ 11:37 ໂມງ ໄດ້ພົບເຫັນລົດເປົ້າໝາຍ, ຈຶ່ງຂໍອະນຸຍາດກວດກາລະອຽດ ພົບເຫັນເງິນໂດລາສະຫະລັດຈໍານວນ 170.000 ໂດລາ, ໂດລາອົດສະຕຣາລີ 7.470 ໂດລາ, ເງິນເອີໂຣ 3.145 ເອີໂຣ ທີ່ຊຸກເຊື່ອງໃນກະເປົາເປ້ສີດຳໃນລົດກະບະໝາຍເລກທະບຽນ ຂກ 6633 ກໍາແພງນະຄອນ, ກຽມນຳເງິນຕາອອກນອກປະເທດ, ຕີເປັນມູນຄ່າເງິນກີບຫລາຍກວ່າ 1,5 ຕື້ກີບ, ຊຶ່ງປັດຈຸບັນ ເງິນຈໍານວນດັ່ງກ່າວ ແລະ ພາຫະນະເຈົ້າໜ້າທີ່ພາສີໄດ້ຢຶດໄວ້ເປັນຂອງກາງ ເພື່ອດຳເນີນການຕາມລະບຽບພາສີ ແລະ ລະບຽບການຕ່າງໆ, ສ່ວນຜູ້ຖືກຫາຈຳນວນ 3 ຄົນ (ຊາຍ 1, ຍິງ 2) ໄດ້ມອບໃຫ້ເຈົ້າໜ້າທີ່ ຕມ ປະຈຳດ່ານ ສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບການ ແລະ ກົດໝາຍຂັ້ນຕໍ່ໄປ.

ທ່ານ ບຸນແອງ ພັນທະວົງ ໄດ້ໃຫ້ຮູ້ຕື່ມວ່າ ນັບແຕ່ເດືອນມັງກອນຫາເດືອນຕຸລາ 2018 ທີ່ດ່ານພາສີສາກົນຂົວມິດຕະພາບ 1 ໄດ້ມີປະກົດການຫຍໍ້ທໍ້ ກ່ຽວກັບຄະດີເງິນ 7 ຄະດີ ຕີເປັນມູນຄ່າເງິນກີບຫລາຍກວ່າ 6 ຕື້ກວ່າກີບ. ໃນນັ້ນ, ວັນທີ 17 ມັງກອນ 2018 ສາມາດຢຶດໄດ້ 602.000 ບາດ, ວັນທີ 9 ເມສາ 2018 ຢຶດໄດ້ 2.050.000 ບາດ, ວັນທີ 18 ພຶດສະພາ 2018 ຢຶດໄດ້ 4.000.000 ບາດ, ວັນທີ 4 ກັນຍາ 2018 ຢຶດໄດ້ 230.000 ໂດລາສະຫະລັດ, ວັນທີ 20 ກັນຍາ 2018 ຢຶດໄດ້ 2.000.000 ບາດ, ວັນທີ 29 ຕຸລາ 2018 ຢຶດໄດ້ 1.400.000 ບາດ ແລະ ວັນທີ 31 ຕຸລາ 2018 ຢຶດໄດ້ 170.000 ໂດລາສະຫະລັດ, 7.470 ໂດລາອົດສະຕຣາລີ ແລະ 3.145 ເອີໂຣ.

ສຳລັບຄະດີດັ່ງກ່າວ, ໄດ້ສະສາງໄປແລ້ວ 5 ຄະດີ ມີມູນຄ່າທັງໝົດ 2,66 ຕື້ກວ່າກີບ, ໄດ້ປັບໄໝເງິນເຂົ້າງົບປະມານ 576 ລ້ານກວ່າກີບ, ຍັງຄ້າງສະສາງ 2 ຄະດີ, ຊຶ່ງປັດຈຸບັນກໍາລັງລາຍງານຂັ້ນເທິງ ເພື່ອຂໍທິດຊີ້ນຳໃນການແກ້ໄຂຄະດີດັ່ງກ່າວ ລວມມູນຄ່າ 3,49 ຕື້ກວ່າກີບ, ຖ້າສະສາງແລ້ວຈະໄດ້ເງິນເຂົ້າງົບປະມານ 1,6 ຕື້ກວ່າກີບ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ສຳນັກຂ່າວສານປະເທດລາວ.

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...