Homeຄວາມງາມຮີມສົບດຳ ເຮັດ​ແນວໃດດີ

ຮີມສົບດຳ ເຮັດ​ແນວໃດດີ

Published on

8

ສາວ​ທີ່​ກຳ​ລັງ​ປະ​ສົບ​ບັນຫາຮີມສົບ​ດຳກ່ຳບໍ່​ວ່າ​ຈະ​ດ້ວຍ​ເພາະ​ຖືກ​ແສງ​ແດດ ຫລື ​ບັງ​ເອີນ​ໄປ​ໃຊ້​ຜະລິດຕະພັນ​ທີ່​ບໍ່​ຖືກ​ກັບ​ຮີມສົບ​​ກໍ​ຕາມ​ ທາງ​ອອກ​ນັ້ນ​ເຮັດ​ໄດ້​ບໍ່​ຍາກ ພຽງ​ແຕ່​ໃສ່​ໃຈ​ກັບ​ຮີມສົບ​ຫລາຍ​ຂຶ້ນ ແລະ ​ປະຕິບັດ​ຕາມ​ຂັ້ນ​ຕອນ​ຕໍ່ໄປນີ້

 

  1. ສູດ​ຄວາມ​ງາມ​ແບບ​ງ່າຍໆ ໃຊ້​ໝາກນາວ ແລະ​ ນໍ້າເຜິ້ງ​ແນວລະເຄິ່ງບ່ວງກະເຟ  ປະສົມ​ໃຫ້​ເຂົ້າ​ກັນ​ແລ້ວ​ທາ​ບໍລິເວນ​​ຮີມສົບ ສາມາດ​ເຮັດໃຫ້​ຮີມສົບຂອງທ່ານຄ່ອຍ​ໆປ່ຽນ​ກັບ​ມາ​ເປັນ​ສີ​ເກົ່າ​ໄດ້ ແຕ່​ຕ້ອງ​ເຮັດ​ທຸກ​ມື້
  2.  ທາ​ລິບກ໋ອດຕະຫລອດ ເພື່ອ​ເພີ່ມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ຮີມສົບ ໂດຍຍທ່ານອາດຈະ​ໃຊ້​ລິບກ໋ອດ​ທີ່​ປະສົມ​ສີ​ໜ້ອຍໜື່ງ ເພື່ອ​ເພີ່ມ​ສີ​ສັນ​ຂອງ​ລິບກ໋ອດ​ຢ່າ​ລືມ​ທາ​ລິບ​ລິບກ໋ອດ ​ກ່ອນ​ນອນ ແລະ​ ຢ່າ​ປ່ອຍ​ໃຫ້ຮີມສົບ ​​ຂາດ​ການ​ເບິ່ງແຍງ
  3. ຢຸດ​ໃຊ້​ຜະລິດຕະພັນ​ທີ່​ເປັນ​ສາ​ເຫດ​ເຮັດໃຫ້​​​ຮີມສົບດຳໂດຍ​ເດັດ​ຂາດ ບໍ່​ວ່າ​ລິ​ປຕິກ​ແທ່ງ​ ເຖິງສີນັ້ນສີຈະງາມຊໍ່າໃດກໍ່ຕາມ ເພາະ​ມັນ​ບໍ່​ຄຸ້ມ​ຫາກ​ທ່ານ ​ຈະ​ໃຊ້​ມັນ​ຕໍ່ໄປ​ເພື່ອ​ຄວາມ​ງາມ​ລະຫວ່າງ​ມື້ ແຕ່​ກັບ​ມາ​ເຮືອນ​ລ້າງ​ໜ້າອອກ​ ກໍ່ກາຍ​ເປັນ​ສາວ​ປາກກ່ຳດຳ
  4. ບໍ່​ວ່າ​ທ່ານຈະ​ບຳ​ລຸງ​ຮີມສົບດ້ວຍ​ວິທີ​ໃດ ເມື່ອ​ອອກ​ແດດ​ແລ້ວ​ ຢ່າ​ລືມ​ທາ​ລິບ​ທີ່​ມີ​ສ່ວນ​ປະສົມ​ຂອງ​ສານ​ປ້ອງ​ກັນ​ແດດ ເພາະ​ແສງ​ແດດ​ນີ້​ແຫລະ ​ເປັນ​ອີກ​ສາ​ເຫດ​ໜຶ່ງ​ ທີ່​ເຮັດໃຫ້​ຮີມສົບ​ຂອງ​ທ່ານ​ດຳຄ້ຳໄດ້​
  5.  ນວດຮີມສົບ​​ດ້ວຍ​ແປງ​ສີ​ແຂ້ວ​ຂົນ​ນຸ່ມ ເຜື່ອ​ເປັນ​ໃຫ້​ຮີມສົບ ມີ​ການ​ຜັດ​ປ່ຽນ​ເຊນລ໌​ຜິວ​ທີ່​ຕາຍ​ແລ້ວ​ອອກ​ໄປ ເຜີຍ​ຜິວ​ຮີມສົບ​ໃໝ່​ທີ່​ສົດ​ໃສ​ນຸ່ມ​ນວນ​ກວ່າເກົ່າ
  6. ຢຸດ​ທຳ​ຮ້າຍ​ສົບເຊັ່ນ ການ​ສູບຢາ, ຊາ, ກາ​ແຟ , ພຶດຕິກຳ​ເຫລົ່າ​ນີ້​ແຫລະ​ຕົວ​ການເຮັດໃຫ້​ຮີມສົບ​ດຳ​ໄດ້​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...