Homeຂ່າວທ້ອງຖິ່ນໜີ້ໄຟເຍືອງທາງ ນວ 40 ຕື້ກີບໃຜຈະຮັບຈ່າຍ?

ໜີ້ໄຟເຍືອງທາງ ນວ 40 ຕື້ກີບໃຜຈະຮັບຈ່າຍ?

Published on

ບັນຫາໜີ້ຄ້າງຈ່າຍຄ່າໄຟຟ້າເຍືອງທາງທີ່ສູງເຖິງ 40 ຕື້ກີບ ຍັງເປັນເລື່ອງທີ່ສັງຄົມໃຫ້ຄວາມສົນໃຈ ເນື່ອງຈາກປະຈຸບັນຍັງບໍ່ສາມາດສະຫຼຸບໄດ້ວ່າໜີ້ໃນຮ້ວງດັ່ງກ່າວ ພາກສ່ວນໃດຈະຮັບຊຳລະ ຫຼື ຈະມີວິທີທາງແກ້ໄຂແນວໃດແທ້.

ທ້າຍອາທິດທີ່ຜ່ານມາ, ຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ ໄດ້ເປີດເຜີຍຂໍ້ມູນກ່ຽວກັບປະເດັນໄຟຟ້າເຍືອງທາງ ທີ່ຄ້າງຈ່າຍໃຫ້ກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ປະມານ 40 ຕື້ກີບ ບັນຫາດັ່ງກ່າວຍັງບໍ່ມີພາກສ່ວນໃດເຂົ້າມາແກ້ໄຂພິຈາລະນາຫາທາງອອກຮ່ວມກັນຢ່າງເໝາະສົມເທື່ອ.

ນັບຕັ້ງແຕ່ປີ 2002 ເປັນຕົ້ນມາເບື້ອງຕົ້ນແມ່ນຢູ່ໃນຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອວຽງຈັນ; ແຕ່ມາຮອດປີ 2012 ອົງການປົກຄອງນະຄອນຫຼວງວຽງຈັນໄດ້ມອບໃຫ້ ຟຟລ ເປັນຜູ້ຄຸ້ມຄອງບຳລຸງຮັກສາ ເນື່ອງຈາກມີເຄື່ອງມີຄົບຊຸດ ແລະ ຮູ້ຈັກເຕັກນິກໄຟຟ້າດີກວ່າພາກສ່ວນອື່ນ.

ທ່ານ ຈັນສົມ ພິລາລົມ, ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນລວງ ໃຫ້ຮູ້ວ່າ ນັບແຕ່ປີ 2012 ເປັນຕົ້ນມາ ຟຟລ ໄດ້ຮັບຜິດຊອບພຽງການສ້ອມແປງ ແລະ ບຳລຸງຮັກສາແບບສຸກເສີນເທົ່ານັ້ນ ແຕ່ບໍ່ແມ່ນການເສຍຄ່າໄຟຟ້າເຍືອງທາງໃນແຕ່ລະເດືອນ ເພາະຄ່າໄຟຟ້າເຍືອງທາງທີ່ຕ້ອງຈ່າຍແຕ່ລະເດືອນແມ່ນ 500-600ລ້ານກີບ. ດັ່ງນັ້ນ, ຈື່ງບໍ່ມີພາກສ່ວນໃດຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະຄ່າໄຟຟ້າເຍືອງທາງໃນແຕ່ລະເດືອນ.

ທ່ານ ຈັນສົມ ຍັງກ່າວຕື່ມອີກວ່າ ນັບແຕ່ປີ 2012 ຮອດເດືອນ ພຶດສະພາ 2018 ນີ້ ໜີ້ຄ່າໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນທີ່ຄ້າງຈ່າຍແມ່ນເພີ່ມຂຶ້ນເປັນ 40 ຕື້ກີບ ເນື່ອງຈາກໄຟຟ້າເຍືອງທາງເປັນໄຟສາທາລະນະ. ດັ່ງນັ້ນ, ຖ້າຫາກຈະອາໄສແຕ່ ຟຟລ ສ້ອມແປງ ແລະ ບຳລຸງຮັກສາພຽງຝ່າຍດຽວນັ້ນແມ່ນຄົງເປັນໄປໄດ້ຍາກ; ສ່ວນວິທີທີ່ດີທີ່ສຸດກໍ່ຄືພາກສ່ວນທີ່ກ່ຽວຂ້ອງຕ້ອງເຂົ້າມາມີສ່ວນຮ່ວມນຳກັນ, ປຶກສາຫາລືຊອກຫາວິທີແກ້ໄຂເພື່ອຮັບປະກັນບໍ່ໃຫ້ໜີ້ສິນຄ່າໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນເພີ່ມຂຶ້ນອີກໃນຕໍ່ໜ້າ.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ໜັງສືພິມເສດຖະກິດ-ການຄ້າ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...