spot_img
Homeຂ່າວທ້ອງຖິ່ນຂໍທານເດັກນ້ອຍໃນເຂດຕົວເມືອງ! ປະກົດການຫຍໍ້ທໍ້ໃນສັງຄົມທີ່ຄວນແກ້ໄຂດ່ວນ

ຂໍທານເດັກນ້ອຍໃນເຂດຕົວເມືອງ! ປະກົດການຫຍໍ້ທໍ້ໃນສັງຄົມທີ່ຄວນແກ້ໄຂດ່ວນ

Published on

ປະກົດການຄົນຂໍທານໃນຕົວເມືອງນະຄອນຫຼວງວຽງຈັນປັດຈຸບັນແມ່ນພົບເຫັນຫຼາຍຂຶ້ນ ໂດຍສະເພາະຢູ່ເຂດຊຸມຊົນ ຫຼື ເຂດແຫຼ່ງທ່ອງທ່ຽວ ສະພາບດັ່ງກ່າວ ​ເຫັນວ່ານັບມື້ແຜ່​ຫຼາຍ​ ແລະ ໄດ້ສ້າງພາບພົດບໍ່ຈົບງາມໃຫ້ແກ່ຕົວເມືອງ ​ແລະ ພວມກາຍເປັນບັນຫາແກ້ໄຂຍາກ; ເຊິ່ງຂໍທານເຫຼົ່ານີ້ແມ່ນສ່ວນຫຼາຍມາຈາກຕ່າງແຂວງ ເຊິ່ງເລີ່ແຕ່ເດັກນ້ອຍຍິງຊາຍໄປເຖິງຄົນເຖົ້າແກ່ຊະລາ, ຄົນພິການ, ບາງກໍລະນີກໍພາກັນມາເປັນ​ແບບຄອບຄົວ​.

ໃນໄລຍະທີ່ຜ່ານມີຫາງສຽງຈາກທາງສັງຄົມກ່ຽວກັບຂໍທານເດັກນ້ອຍທີ່ຂໍເງິນບໍ່ໄດ້ແລ້ວຮ້າຍ ຫຼື ເວົ້າຄຳບໍ່ມ່ວນໃສ່ຄົນທີ່ພວກເຂົາໄປຂໍເງິນນຳ ປະກົດການດັ່ງກ່າວແມ່ນພົບເຫັນຫຼາຍໃນເຂດສີຫອມ ໄປຫາ ເຂດສວນເຈົ້າອານຸວົງ. ດັ່ງນັ້ນ, ທາງທີມງານລາວໂພສຈິ່ງໄດ້ລົງພື້ນທີ່ໄປສອບຖາມຄວາມຈິງກ່ຽວກັບເລື່ອງນີ້ນຳພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍທີ່ຢູ່ໃນສວນເຈົ້າອານຸວົງ ເຊິ່ງຕາມການບອກເລົ່າຂອງແມ່ຄ້າບໍລິເວນນັ້ນຕ່າງກໍ່ພາກັນໃຫ້ຂໍ້ມູນກັບພວກເຮົາວ່າ

“ໃນໄລຍະຜ່ານມາມີປະກົດການຂໍທານເດັກອອກຂໍທານກັບຄົນທີ່ມາຍ່າງເລາະທີ່ສວນເຈົ້າອານຸວົງ ໂດຍຈະມາເປັນແບບຄອບຄົວພໍ່ແມ່ລູກ, ເດັກນ້ອຍຈະມາຂໍທານໃນຮູບແບບຊູຊີ ຫາກຂໍເງິນບໍ່ໄດ້ກໍ່ຈະຈົ່ມ ຫຼື ເວົ້າໃຫ້ ແລະ ເດັກນ້ອຍບາງກຸ່ມຄົນແມ່ນມາເລາະຂາຍຂະໜົມອົມ ຫຼື ໝາກຝຣັ່ງ ແບບຊູຊີໃຫ້ຄົນຊື້ ໂດຍການເອົາຂະໜົມໄປຍັດໃສ່ຖົງໂສ້ງຂອງເຂົາຈົ້າໂດຍບໍ່ໄດ້ຮັບອະນຸຍາດ ຈາກນັ້ນກໍ່ຖາມເອົາເງິນຄ່າຂະໜົມຈາກຄົນທີ່ຕົນໄປຍັດຂະໜົມໃຫ້ ຫາກຜູ້ນັ້ນປະຕິເສດກໍ່ຈະຖືກເວົ້າໃຫ້ແບບບໍ່ພໍໃຈ ຊໍ້າບໍ່ໜຳພໍ່ແມ່ຂອງເດັກນ້ອຍນັ້ນກໍ່ພາກັນມາປ້ອຍດ່າຄົນທີ່ບໍ່ຍອມຊື້ໝາກຝຣັ່ງ ຫຼື ຂະໜົມຊ່ວຍລູກຂອງພວກເຂົາ”.

ຕໍ່ສະພາບດັ່ງກ່າວພວກເຮົາເຫັນວ່າ ນອກຈາກມັນຈະສ້າງຄວາມລຳຄານແລ້ວ ມັນຍັງສົ່ງຜົນຕໍ່ພາບພົດອັນຈົບງາມຂອງບ້ານເມືອງ ທີ່ສຳຄັນເດັກນ້ອຍຂໍທານກຳລັງເຮັດໃນສິ່ງທີ່ບໍ່ຖືກຕ້ອງໂດຍມີຜູ້ປົກຄອງຄອຍສະໜັບສະໜູນຢູ່ເບື້ອງຫຼັງ ຫາກເລື່ອງນີ້ບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ມັນອາດສົ່ງຜົນເສຍໃນອານາຄົດ ເນື່ອງຈາກວ່າເດັກນ້ອຍໃນວັນນີ້ຄືອານາຄົດຂອງຊາດໃນວັນໜ້າ ຫາກມີເດັກນ້ອຍກຸ່ມນີ້ເຕີບໃຫຍ່ໄປຕາມແນວທາງການດຳລົງຊີວິດທີ່ບໍ່ຖືກຕ້ອງ ພວກເຂົາໃຫຍ່ຂຶ້ນມາກໍ່ຈະເປັນຜູ້ໃຫຍ່ທີ່ບໍ່ຮູ້ຈັກຜິດຊອບຊົ່ວດີ ພວກເຂົາຈະກາຍເປັນຄົນຂີ້ຄ້ານ ຕິດນິໄສຂໍຢ່າງດຽວ ເມື່ອຂໍບໍ່ໄດ້ກໍ່ຈະກາຍເປັນຂີ້ລັກ ປຸ້ນຈີ້ ເຊິ່ງມັນຈະສ້າງຄວາມວຸ້ນວາຍໃຫ້ສັງຄົມ.

 

 

 

 

ຂຽນໂດຍ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...