spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ສັນຍານປວດຫລັງ ເຕືອນພະຍາດອັນຕະລາຍ

5 ສັນຍານປວດຫລັງ ເຕືອນພະຍາດອັນຕະລາຍ

Published on

aec0001718

ໜຸ່ມ​ສາວ​ຫລາຍ​ຄົນ​ມີ​ອາການ​ປວດ​ຫລັງ ບາງ​ຄົນ​ຄິດວ່າ​ອາດ​ເກີດ​ຈາກ​ສາ​ຍເຫດ​ນັ່ງ​ຫລາຍ​ເກີນ​ໄປ ຫລື​ໄປ​ເຮັດຫຍັງ​ຜິດ​ທ່າ​ມາ ແຕ່​ຮູ້​ບໍ່​ວ່າ​ ອາການ​ປວດ​ຫລັງ​ກໍ​ບໍ່​ໄດ້   ​ໝາຍ​ເຖິງ​ພຽງແຕ່​ອາການ​ຜິດ​ປົກກະຕິ​ຂອງ​ກະດູກ​ເທົ່າ​ນັ້ນ​

     ມີ​ຄົນ​ຈຳນວນ​ຫລາຍ​ທີ່​ມີ​ອາການ​ປວດ​ຫລັງ​ແລ້ວ​ຄິດວ່າ ​ເປັນ​ອາການ​ທີ່​ເກີດ​ກັບ​ກະດູກ ຖາມວ່າ​ ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ເກີດ​ຄວາມ​ຜິດ​ປົກກະຕິ​ຂອງ​ກະດູກ ຂອງ​ກ້າມ​ຊີ້ນ ກໍ​ເປັນ​ໄປ​ໄດ້ ແຕ່​ໃນ​ບາງ​ຄົນ​ກໍ​ຫາ​ເປັນ​ເຊັ່ນ​ນັ້ນ​ບໍ່

ອາການ​ປວດ​ຫລັງ​ໂດຍ​ທົ່ວ​ໄປ​ອາດ​ເປັນ​ອາການ​ປວດ​ຫລັງ​ຈາກ​ການ​ນັ່ງ​ຫລາຍ​ເກີນ​ໄປ ຍົກ​ຂອງ​ໜັກ ຫລື ​ອອກ​ກຳ​ລັງ​ກາຍ​ຫລາຍ​ເກີນ​ໄປ ໂດຍ​ອາການ​ທີ່​ຮູ້ສຶກ​ໄດ້​ຄື ປວດ​ເມື່ອຍ ກ້າມ​ຊິ້ນ​ເຄັ່ງ ແຕ່​ຖ້າ​ຫາກ​ເປັນ​ໜັກ​ຈົນ​ຮູ້ສຶກ​ວ່າ ​ຫລັງ​ຍັບບໍ່​ໄດ້ ຫລື    ​ປວດ​​ໄປ​ຈົນ​ເຖິງ​ຂາ​ຂ້າງ​ໃດ​ຂ້າງ​ໜຶ່ງ ອາດ​ເກີດ​ຈາກ​ໝອນ​ຮອງ​ກະດູກ​ເຄື່ອນ​​ໄປ​ກົດ​ທັບ​ເສັ້ນ​ປະສາດ ເຊິ່ງ​ຈະ​ຕ້ອງ​ໄປ​ພົບ​ແພດ ແລະ ​ການ​ປິ່ນປົວ​ຈະ​ຕ້ອງ​ໃຫ້​ນຸ່ງເສື້ອ​​ທາງຫລັງ ແລະ ​ໃຫ້​ເຂົ້າ​ຮັບ​ການເຮັດ​ກາຍຍ​ະພາບ​ບຳ​ບັດ ສ່ວນ​ໃນ​ຄົນ​ທີ່​ອາການ​ໜັກ​ຫລາຍ​ອາດ​ຕ້ອງ​ຜ່າ​ຕັດ

ແຕ່​ບາງ​ເທື່ອ​ອາການ​ປວດ​ທີ່​ເຮົາ​ຄິດວ່າ​ ປວດ​ຫລັງ ຫລື​ ບາງ​ອາການ​ທີ່​ປວດ​ຫລັງ​ຊຳເຮື້ອ ກໍ​ບໍ່​ໄດ້​ເປັນ​ເພາະ​ກ້າມ​ຊິ້ນ​ ແລະ ​ກະດູກ​ສະເໝີ​ໄປ ມີ​ລັກສະນະ​ອາການ​ປວດ​ຫລັງ​ບາງ​ອາການ​ທີ່​ເປັນ​ສັນ​ຍານ​ເຕືອນ​ໄພ​ຈາກ​ພະຍາດ​ທີ່​ເກີດ​ກັບ​ອະໄວຍະວະ​ພາຍ​ໃນ ແລະ ​ຈຳ​ເປັນ​ຕ້ອງ​ຮີບ​ເຂົ້າ​ຮັບ​ການ​ປິ່ນປົວ​ຢ່າງ​ທັນ​ເວລາ

5 ອາການ​ປວດ​ຫລັງ ທີ່​ບົ່ງ​ບອກ​ພະຍາດ

1. ອາການ​ປວດ​ຫລັງ​ຮ່ວມ​ກັບ​ແຂນ​ຂາ​ຊາ​ບໍ່​ມີ​ແຮ

ກັ້ນ​ຖ່າຍເບົາ ​ແລະ ​ຖ່າຍໜັກ​ບໍ່​ໄດ້ ເຊິ່ງ​ລັກສະນະ​ອາການ​ດັ່ງ​ກ່າວ​ ເປັນ​ໄປ​ໄດ້​ວ່າ​ ໄຂ​ສັນ​ຫລັງ​ໄດ້ຮັບ​ບາດ​ເຈັບ ທາງ​ທີ່​ດີ​ຄວນ​ຮີບ​ປຶກ​ສາ​ແພດໝໍ​ໂດຍ​ດ່ວນ ເພື່ອ​ມີການ​ເອກ​ເຊີ​ເລ ​ກວດ​ເບິ່ງ​ກະດູກ​ສັນ​ຫລັງ​ ແລະ ​ຫາ​ຕຳແໜ່ງ​ທີ່​ບາດ​ເຈັບ ບາງ​ຄົນ​ພຽງ​ໃຫ້​ນອນ​ພັກ​ປິ່ນປົວ​ໂຕກໍ​ອາດ​ຫາຍ​ຈາກ​ອາການ​ດັ່ງ​ກ່າວ​ໄດ້ ແຕ່​ບາງ​ຄົນ​ອາດ​ຈຳ​ເປັນ​ຕ້ອງ​ເຂົ້າ​ຮັບ​ການ​ຜ່າ​ຕັດ

 2. ປວດ​ຫລັງ​ບໍລິເວນ​ແອວ ​ແລະ ​ມີ​ໄຂ້​ໜາວ​ສັ່ນ

          ສາ​ເຫດ​ຂອງ​ອາການ​ອາດ​ເກີດ​ຈາກ​ການ​ຕິດ​ເຊື້ອ​ອັກ​ເສບ​ຂອງ​ຫມາກໄຂ່ຫລັງ ຫລື​ອາດ​ເປັນ​ພະຍາດ​ ກວຍ​ຫມາກໄຂ່ຫລັງ​ອັກ​ເສບ ໂດຍ​ສາ​ເຫດ​ເຫລົ່າ​ນີ້​ເກີດ​ໄດ້​ຈາກ​ການ​ກິນ​ນ້ຳ​ໃນ​ແຕ່​ລະ​ມື້​ນ້ອຍ​ເກີນ​ໄປ ການ​ອົດ​ຍ່ຽວ

          ໂດຍ​ການ​ປິ່ນປົວ​ແພດ​ຈະ​ໃຊ້​ໃຫ້​ຢາ​ຂ້າ​ເຊື້ອ ​ແລະ ​ຢາ​ອື່ນໆ ຕາມ​ແຕ່​ການ​ພິຈາລະນາ​ພະຍາດ ລວມ​ເຖິງ​ແນະ​ໃຫ້​ກິນນ້ຳ​ຫລາຍ​ໆ ປ່ຽນ​ພຶດຕິກຳ​ການ​ອົດ​ຍ່ຽວ ແລະ​ເມື່ອ​ປິ່ນປົວ​ຫມາກໄຂ່ຫລັງ​ຈົນ​ເປັນ​ປົກກະຕິ​ດີ​ແລ້ວ ອາການ​ປວດ​ດັ່ງ​ກ່າວ​ກໍ​ຈະ​ຫາຍ​ໄປ

 3. ປວດ​ເທິງບັ້ນ​ແອວ​ທັງ​ສອງ​ຂ້າງ

ຫາກ​ມີ​ອາການ​ປວດ​ເທິງ​ບັ້ນ​ແອວ​ທັງ​ສອງ​ຂ້າງ ແລະ ​ເມື່ອ​ພົບ​ແພດ​ແລ້ວ ແພດ​ອາດ​ຄຳ​ພົບ​ກ້ອນ​ບໍລິເວນ​ຫມາກໄຂ່ຫລັງ ລວມ​ເຖິງ​ມີ​ເລືອດ​ປົນ​ໃນ​ຍ່ຽວ ມີ​ຄວາມ​ດັນ​ເລືອດ​ສູງ ແລະ ​ມີ​ພາ​ວະ​ເລືອດ​ຈາງ​ຮ່ວມ​ນໍາ ໃນ​ກໍລະນີ​ນີ້​ເປັນ​ສັນ​ຍານ​ບອກ​ພະຍາດ​ຖົງ​ນ້ຳ​ໃນ​ຫມາກໄຂ່ຫລັງ ເຊິ່ງ​ພະຍາດ​ນີ້​ເປັນ​ພະຍາດ​ທີ່​ສາມາດ​ຖ່າຍ​ທອດ​ທາງ​ກໍາມະພັນ​ໄດ້

   ເມື່ອ​ມີ​ຖົງ​ນ້ຳ​ໃນ​ຫມາກໄຂ່ຫລັງ ກໍ​ຈະ​ເຮັດໃຫ້​ຫມາກໄຂ່ຫລັງ​ເຮັດວຽກ​ໄດ້​ໜ້ອຍ​ລົງ ເມື່ອ​ຫມາກໄຂ່ຫລັງ​ເຮັດວຽກ​ໄດ້​ຫລຸດລົງ​ສົ່ງ​ຜົນ​ເສຍ​ຕໍ່​ຮ່າງກາຍ​ເກີດ​ພະຍາດ​ຄວາມ​ດັນ​ເລືອດ​ສູງ ຫມາກໄຂ່ຫລັງ​ອາດ​ຕິດ​ເຊື້ອ​ໄດ້​ງ່າຍ ​ແລະ ​ຫມາກໄຂ່ຫລັງ​ຊຳເຮື້ອ​ຈົນ ຮອດ​ຫມາກໄຂ່ຫລັງ​ຢຸດ​ເຮັດວຽກ​ຖາວອນ ແລະ ​ນອກ​ຈາກ​ບັນຫາ​ທີ່​ຫມາກໄຂ່ຫລັງ​ ແລ້ວ​ຍັງ​ເຮັດໃຫ້​ເກີດ​ຖົງ​ນ້ຳ​ບ່ອນ​ອື່ນ​ໄດ້​ນໍາ​ເຊັ່ນ ຕັບ ຕັບ​ອ່ອນ ຮວຍໄຂ່ ອັນ​ທະ ແລະ​ ເກີດ​ຫລອດ​ເລືອດ​ສະຫມອງ​​ໄດ້​ດ້ວຍ

4. ອາການ​ປວດ​ຫລັງ​ທີ່​ເກີດ​ໃນ​ແມ່ຍິງຖືພາ

ອາດ​ເປັນ​ຜົນ​ມາ​ຈາກ​ປັດ​ໄຈ​ຫລາຍ​ຢ່າງ ເຊັ່ນ ຮໍ​ໂມນ ​ໃນ​ຮ່າງກາຍ​ເກີດ​ການ​ປ່ຽນ​ແປງ​ເຮັດໃຫ້​ເສັ້ນ​ເອັນ ​ແລະ ​ກ້າມ​ຊີ້ນ​ຢຶດ ​ກະດູກ​ຢ່ອນຍານ ການ​ແບກ​ຮັບ​ນ້ຳ​ໜັກ​ທີ່​ເພີ່ມ​ຂຶ້ນ​ຂອງ​ເດັກນ້ອຍ ຫລື​ ມົດລູກ​ທີ່​ໃຫຍ່​ຂຶ້ນ ກົດ​ທັບ​ເສັ້ນ​ປະສາດ​ເຮັດໃຫ້​ປວດ​ຫລັງ​ຈົນ​​ໄປ​ເຖິງ​ຂາ​ໄດ້

5. ປວດ​ຫລັງ​ຊຳເຮື້ອ​ດົນ​ເປັນ​​ເດືອນ ​ແລະ ​ປວດ​ຫລາຍ​ຂຶ້ນ​ເລື່ອຍ​ໆ

ຫາກ​ເປັນ​ໃນ​ຄົນ​ຕຸ້ຍ ຫລື ​ຜູ້​ທີ່​ມີ​ອາ​ຍຸ​ຫລາຍກວ່າ 45 ປີ ອາດ​ເກີດ​ຂຶ້ນ​ເນື່ອງ​ຈາກ​ພະຍາດ​ໄຂ​ຂໍ້​ອັກ​ເສບ ຫລື​ ກະດູກ​ສັນ​ຫລັງ​ສຶກ​ຝົນ ການ​ປິ່ນປົວ​ໃນ​ກໍລະນີ​ນີ້​ແພດ​ຈະໃຫ້​ຢາ​ແກ້​ປວດ​ມາ​ກິນ ໃຫ້​ຮັບ​ການເຮັດ​ກາຍ​ຍະພາບ​ບຳ​ບັດ ແນະ​ນຳ​ໃຫ້​ຮັບປະທານ​ອາຫານ​ທີ່​ມີ​ແຄ​ຊຽມ​ເພີ່ມ​ຂຶ້ນ ຖ້າ​ເປັນ​ຄົນ​ຕຸ້ຍ​ຫລາຍ​ກໍ​ຈະ​ຕ້ອງ​ໃຫ້​ຫລຸດ​ນ້ຳ​ໜັກ

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...