Homeຂ່າວທ້ອງຖິ່ນລາຍງານສະພາບອາກາດປະຈຳອາທິດ ແຕ່ວັນທີ 8-10 ຕຸລາ 2018

ລາຍງານສະພາບອາກາດປະຈຳອາທິດ ແຕ່ວັນທີ 8-10 ຕຸລາ 2018

Published on

ອີງຕາມບົດລາຍງານສະພາບອາກາດຈາກກົມອຸຕຸນິຍົມ ເລກທີ 1141/ກອຕທ, ລົງວັນທີ 08 ຕຸລາ 2018 ລາຍງານວ່າ: ໃນຕົ້ນອາທິດ ເລີ່ມແຕ່ວັນທີ 8-10 ຕຸລາ 2018 ຄວາມກົດດັນອາກາດສູງທີ່ມີກຳລັງອ່ອນ-ປານກາງ ປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງ ຂອງປະເທດລາວ ພ້ອມ ລົມຕາເວັນອອກສຽງເໜືອພັດປົກຄຖມເປັນສວ່ນໃຫຍ່, ຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປໃນຕອນເຊົ້າຂອງແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມ ໂດຍສະເພາະຢູ່ແຂວງພາກເໜືອ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖີ່ນ.

ສ່ວນວັນທີ 11-14 ຕຸລາ 2018 ຄວາມກົດດັນຂອງອາກາດເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຈະເຮັດໃຫ້ອາກາດເຢັນ-ໜາວລົງຕື່ມ ໂດຍສະເພາະຢູ່ເຂດແຂວງພາກເໜືອດ້ານຕາເວັນອອກເຊັ່ນ: ເຂດໄຊສົມບູນ, ເມືອງນາກາຍ, ຫຼັກ 20, ເຂດພູພຽງບໍລະເວນ ພ້ອມມີໝອກບາງ ແລະ ລົມພັດແຮງເປັນບາງໂອກາດ.

ສຳລັບພາກກາງ-ໃຕ້ ອາກາດເຢັນໃນຕອນກາງຄືນ-ຕອນເຊົ້າ, ສ່ວນຕອນກາງເວັນອາກາດຮ້ອນ.

ທ່ານສາມາດອ່ານຂໍ້ມູນສະພາບອາກາດ ແລະ ສະພາບລະດັບນໍ້າຢ່າງລະອຽດຂອງອາທິດທີ່ຜ່ານມາ ແລະ ການຄາດຄະເນສະພາບອາກາດ ແລະ ລະດັບນໍ້າຂອງອາທິດນີ້ໄດ້ຕາມບົດລາຍງານລຸ່ມນີ້:

 

 

 

 

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...