spot_img
Homeຂ່າວທ້ອງຖິ່ນການເງິນ ແລະ ເສດຖະກິດຈີນລົງທຶນໃນລາວ ພຽງເຄິ່ງປີມີມູນຄ່າ 6 ພັນຕື້ກີບ

ຈີນລົງທຶນໃນລາວ ພຽງເຄິ່ງປີມີມູນຄ່າ 6 ພັນຕື້ກີບ

Published on

          ອີງຕາມຂໍ້ມູນລາຍງນໃນພິທີສະເຫຼີມສະຫຼອງ ສປ.ຈີນ ຄົບຮອບ 69 ປີ ທີ່ນະຄອນຫຼວງວຽງຈັນວ່າ: “ການຮ່ວມມືລະຫວ່າງລາວ-ຈີນ ໄດ້ບັນລຸຜົນສຳເລັດໃໝ່ ຄືໃນ 6 ເດືອນຕົ້ນປີ 2018 ການລົງທຶນບັນລຸ 6,32 ພັນຕື້ກີບ ແລະ ການຄ້າຂ້າເຂົ້າຂາອອກລະຫວ່າງຈີນ-ລາວໄດ້ບັນລຸ 13,6 ພັນຕື້ກີບ”.

          ປັດຈຸບັນ, ສປ.ຈີນ ເປັນປະເທດທີ່ລົງທຶນການຄ້າຫຼາຍທີ່ສຸດ ແລະ ຄູ່ການຄ້າອັນດັບສອງຕໍ່ປະເທດລາວ ເນື່ອງຈາກນັກທຸລະກິດໄດ້ເຫັນເຖິງທ່າແຮງຫຼາຍດ້ານໃນລາວ ໂຄງການທີ່ນັກທຸລະກິດຈີນລົງທຶນໃສ່ມີຫຼາຍຂະແໜງການ ໂດຍສະເພາະສູນການຄ້າ, ຫ້າງສັບພະສິນຄ້າ, ອະສັງຫາລິມະຊັບ, ເຂດເສດຖະກິດ, ໂຮງຈັກໂຮງງານ, ເຂື່ອນໄຟຟ້າ ແລະ ອື່ນໆອີກ ເຊິ່ງໃນ 6 ເດືອນຕົ້ນປີ 2018 ການລົງທຶນບັນລຸ 6,32 ພັນຕື້ກີບ ຫຼື ປະມານ 790 ລ້ານໂດລາ ແລະ ການຄ້າຂ້າເຂົ້າຂາອອກລະຫວ່າງຈີນ-ລາວໄດ້ບັນລຸ 13,6 ພັນຕື້ກີບ ຫຼື ປະມານ 1,7 ຕື້ໂດລາ.

          ສຳລັບການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ສຳເລັດ 20% ຂອງມູນຄ່າການລົງທຶນ, ເຂື່ອນໄຟຟ້ານ້ຳຕົກທີ່ລົງທຶນຈາກວິສາຫະກິດຈີນໄດ້ສຳເລັດການກໍ່ສ້າງ ແລະ ເລີ່ມຜະລິດໄຟຟ້າຕາມລຳດັບ, ສາຍສົ່ງໄຟຟ້າຫຼາຍສາຍທີ່ລົງທຶນຈາກຈີນໄດ້ເລີ່ມນຳໃຊ້ ໃນພາກສ່ວນເສດຖະກິດລາວ-ຈີນໄດ້ດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງ ແລະ ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງກໍໄດ້ປະກອບກຳລັງແຮງເຂົ້າໃນການຮ່ວມມືລາວ-ຈີນ. ອີກທັງໂຄງການຈີນຊ່ວຍເຫຼືອສ້າງຕຶກຮຽນສະຖາບັນຂົງຈື ຢູ່ມະຫາວິທະຍາໄລແຫ່ງຊາດ ກໍໄດ້ມີຄວາມຄືບໜ້າຕາມໝາຍ ແລະ ດ້ານອື່ນໆອີກດ້ວຍ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສັດຖະກິດ-ສັງຄົມ

ຮຸບພາບຈາກ: https://pixabay.com/en/afternoon-lao-cai-the-city-3291992/

 

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...