spot_img
Homeຂ່າວທ້ອງຖິ່ນພຽງ 3 ເດືອນ ເຂດເສດຖະກິດໃໝ່ສີທັນດອນ ສຳເລັດໄປໄດ້ຫຼາຍໜ້າວຽກ

ພຽງ 3 ເດືອນ ເຂດເສດຖະກິດໃໝ່ສີທັນດອນ ສຳເລັດໄປໄດ້ຫຼາຍໜ້າວຽກ

Published on

ໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ, ເມືອງໂຂງ ແຂວງຈຳປາສັກ ເປັນໂຄງການຮ່ວມທຶນລະຫວ່າງນັກລົງທຶນຈາກ ສປ.ຈີນ ແລະ ນັກທຸລະກິດພາຍໃນ ເຊິ່ງໄດ້ສຳເລັດການສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ນັບແຕ່ເດືອນ ມິຖຸນາ 2017 ຜ່ານມາ. ເຂດເສດຖະກິດດັ່ງກ່າວມີເນື້ອທີ່ທັງໝົດ 9.846 ເຮັກຕາ ດ້ວຍມູນຄ່າການລົງທຶນປະມານ 9 ຕື້ໂດລາ, ລົງທຶນໃສ່ວຽກງານກໍ່ສ້າງພື້ນຖານໂຄງລ່າງ 1.3 ຕື້ໂດລາ, ສ່ວນອີກ 7.7 ຕື້ໂດລາ ແມ່ນດຶງດູດຜູ້ລົງທຶນລາຍຍ່ອຍເຂົ້າມາລົງທຶນ ເຊິ່ງຈະສຸມໃສ່ 4 ຂະແໜງການຕົ້ນຕໍຄື: ຂະແໜງການຜະລິດ, ຂະແໜງການຄ້າ, ຂະແໜງບໍລິການ, ຂະແໜງການສົ່ງເສີມການພັດທະນາຜະລິດກະສິກຳອິນຊີ ແລະ ການປະມົງ.

ໃນທ້າຍເດືອນກັນຍາ 2018 ທີ່ຜ່ານມາ ທ່ານ ລາຕີ ສີສຸພັນນະວົງ, ຮອງປະທານບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ລາຍງານຕໍ່ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ກ່ຽວກັບຄວາມຄືບໜ້າເບື້ອງຕົ້ນຂອງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ໃນໄລຍະ 3 ເດືອນ ນັບແຕ່ໄດ້ເຊັນສັນຍາໃນທ້າຍເດືອນ ມິຖຸນາ 2018 ທີ່ຜ່ານມາ ສຳເລັດຫຼາຍໜ້າວຽກເປັນຕົ້ນແມ່ນ:

  1. ສຳເລັດພິທີເຊັນສັນຍາມອບ-ຮັບຣີສອດຄອນພະເພັງ ພ້ອມທັງປັບປຸງຈຳນວນ 25 ຫ້ອງ.
  2. ສຳເລັດການສຳຫຼວດທີ່ຕັ້ງສຳນັກງານ,​ອອກແບບເຮືອນຮັບແຂກ ແລະ ທີ່ຢູ່ອາໃສຂອງພະນັກງານທັງໝົດ 200 ຫ້ອງ.
  3. ສຳເລັດການຈົດທະບຽນສ້າງຕັ້ງບໍລິສັດໃນເຂດພັດທະນາຈຳນວນ 6 ບໍລິສັດ.
  4. ສຳເລັດການສຳຫຼວດ-ອອກແບບທາງອ້ອມດອນໂຂງທີ່ມີຄວາມຍາວ 43 ກິໂລແມັດ ແລະ ທາງແຄມຂອງຈາກຄອນພະເພັງ ຫາ ບ້ານ ຂີ້ນາກ.
  5. ສຳເລັດການແຕ່ງຕັ້ງຄະນະກຳມະການຊົດເຊີຍຄ່າເສຍຫາຍ, ຈັດສັນຍົກຍ້າຍທັງລະດັບສູນກາງ ແລະ ທ້ອງຖິ່ນ.
  6. ສຳເລັດການສຳຫຼວດແຫຼ່ງທ່ອງທ່ຽວທີ່ສຳຄັນ ໂດຍສະເພາະແມ່ນຄອນພະເພັງ ແລະ ສົມພະມິດ.

ນອກຈາກນີ້, ຍັງໄດ້ປັບປຸງແຜນແມ່ບົດ ແລະ ບົດວິພາກເສດຖະກິດໃໝ່ໃຫ້ແທດເໝາະກັບສະພາບຕົວຈິງ ໂດຍສະເພາະແມ່ນພື້ນຖານໂຄງລ່າງຂອງເຂດ A,B,C,D ເນື້ອທີ່ 7.075 ເຮັກຕາ ປັດຈຸບັນກຳລັງກຽມວາງສີລາລຶກ ແລະ ໂຄສະນາປີທ່ອງທ່ຽວລາວ. ໃນເດືອນ ຕຸລານີ້ ຈະໄດ້ເລີ່ມກໍ່ສ້າງເສັ້ນທາງອ້ອມດອນໂຂງ ວຽກງານອອກແບບສຳຫຼວດຣີສອດ, ອອກແບບຕຶກອາຄານໂຮງແຮມ ແລະ ວຽກງານທີ່ສຳຄັນອື່ນໆ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ

ແຫຼ່ງຂ່າວ ແລະ ຮູບປະກອບ: laoedaily.com.la

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...