Homeຂ່າວພາຍ​ໃນຮ້ານນາງເຕົ່າ ຮ້ານເຂົ້າປຽກດັງຫຼວງພະບາງ

ຮ້ານນາງເຕົ່າ ຮ້ານເຂົ້າປຽກດັງຫຼວງພະບາງ

Published on

ເວົ້າເຖິງຂອງດີເມືອງຫຼວງພະບາງ ກໍຄົງຈະບໍ່ພົ້ນ ແຈ່ວບອງ, ເຂົ້າໜົມຂີ້ແມວ, ໄຄແຜ່ນ ແລະ ທີ່ພາດບໍ່ໄດ້ ສຳລັບຄົນທີ່ເດີນທາງໄປມາ ຫຼວງພະບາງ ກໍຄືເຂົ້າຊອຍ. ເຖິງແມ່ນວ່າ ເຮົາຈະສາມາດຫາເຂົ້າຊອຍກິນໄດ້ຢູ່ທຸກແຂວງ, ແຕ່ຕົ້ນຕໍາລັບເຂົ້າຊອຍແຊບກໍແມ່ນຢູ່ຫຼວງພະບາງ.

ມື້ນີ້ທີມງານລາວໂພສ ຂໍແນະນໍາຮ້ານເຂົ້າປຽກດັງຢູ່ຫຼວງພະບາງ ຮ້ານນາງເຕົ່າ ເຊິ່ງເປີດມາໄດ້ 14 ປີແລ້ວ, ຮ້ານນາງເຕົ່າຂາຍທັງເຂົ້າປຽກ, ເຂົ້າຊອຍ ແລະ ອາຫານຕາມສັ່ງທຸກຢ່າງລ້ວນເປັນຈານເດັ່ນຂອງຮ້ານ ເປັນທີ່ຕິດໃຈຂອງຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ຈົນໄດ້ລົງເວັບໄຊສ໌ Trip Advisor ເຊິ່ງເປັນເວັບໄຊສ໌ແນະນໍາສະຖານທີ່ພັກ,​ ຮ້ານອາຫານ ລະດັບໂລກ ໃນນັ້ນ ຮ້ານນາງເຕົ່າ ເປັນອີກຈຸດໝາຍໜື່ງທີ່ໄດ້ຮັບຄວາມໄວ້ວາງໃຈໃນລະດັບຣີວິວ 5 ດາວ. ນັກທ່ອງທ່ຽວກໍເຂົ້າມາຍ້ອງຍໍວ່າ ຮ້ານນີ້ບໍລິການດີ, ອາຫານແຊບ ແລະ ລາຄາເປັນກັນເອງ.

ບາງຄອມເມັ້ນ ຫຼື ຂໍ້ຄິດເຫັນ ໄດ້ຍ້ອງວ່າ: ” ຄົນຫຼວງພະບາງ ມັກມາກິນອາຫານຢູ່ຮ້ານນີ້…ນາງ ເຕົ່າ ເຈົ້າຂອງຮ້ານເປັນກັນເອງ, ອາຫານຂອງລາວລາຄາສະບາຍກະເປົາ ຂໍແນະນໍາຮ້ານນີ້“, ”ພວກເຮົາສັ່ງອາຫານແບບເກົ່າ 2 ເທື່ອເພາະມັນແຊບຫຼາຍ. ເຫັນຄົນທ້ອງຖິ່ນເຂົ້າມາກິນຮ້ານນີ້ຫຼາຍຄົນ. ນາງເຕົ່າອັດທະນາໄສດີຫຼາຍ ແລະ ເວົ້າອັງກິດໄດ້ດີພ້ອມ“, ”ຮ້ານນີ້ດັງຫຼາຍສຳລັບຄົນທ້ອງຖິ່ນ, ພະນັກງານໂຮງແຮມແນະນໍາໃຫ້ເຮົາມາກິນຮ້ານນີ້, ລາຄາແມ່ນເປັນກັນເອງ ອາຫານສົດມີຄຸນນະພາບ…“, ແລະ ອີກຫຼາກຫຼາຍຄວາມຄິດເຫັນທີ່ຕ່າງກໍເທໃຈໃຫ້ຣີວິວ ຮ້ານອາຫານແຫ່ງນີ້ 5 ດາວ.

ຖ້າຫາກທ່ານໄດ້ເດີນທາງໄປຫຼວງພະບາງ ຢ່າລືມແວ່ພັກກິນອາຫານທີ່ຮ້ານນາງເຕົ່າ ເຊິ່ງຕັ້ງຢູ່ບ້ານ ໂພນເຮືອງ ນະຄອນຫຼວງພະບາງ, ເດີນທາງໄປຖະໜົນສັກກະລິນ ແລ້ວລ້ຽວເຂົ້າຮ່ອມພະຍາເມືອງຈັນ ຮ້ານຈະຕັ້ງຢູ່ຕໍ່ໜ້າ  ຫຼື ເດີນທາງຕາມລິ້ງນີ້ໄດ້ເລີຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...