Homeຂ່າວທ້ອງຖິ່ນລາຍງານສະພາບອາກາດປະຈຳອາທິດ ແຕ່ວັນທີ 1-7 ຕຸລາ 2018

ລາຍງານສະພາບອາກາດປະຈຳອາທິດ ແຕ່ວັນທີ 1-7 ຕຸລາ 2018

Published on

ອີງຕາມບົດລາຍງານສະພາບອາກາດຈາກກົມອຸຕຸນິຍົມ ເລກທີ 1079/ກອຄທ ລົງວັນທີ 01 ຕຸລາ 2018 ລາຍງານວ່າ: ໃນຕົ້ນອາທິດ ເລີ່ມແຕ່ວັນທີ 1-3 ຕຸລາ 2018 ຄວາມກົດດັນອາກາດສູງຢູ່ທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງ ຂອງປະເທດລາວດ້ວຍກຳລັງອ່ອນ-ປານກາງ, ພາກເໜືອ ອາກາດຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມລົມພັດແຮງຢູ່ບາງທ້ອງຖີ່ນ.

ສ່ວນວັນທີ 4-7 ຕຸລາ 2018 ຄວາມກົດດັນອາກາດສູງຍັງສືບຕໍ່ ແລະ ຈະມີກຳລັງແຮງເພີ່ມຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຈະເຮັດໃຫ້ອາກາດເຢັນລົງພ້ອມທັງມີໝອກປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ທົ່ວໄປໃນແຕ່ລະພາກ. ເຂດແຂວງພາກເໜືອດ້ານຕາເວັນອອກເຊັ່ນ: ເຂດໄຊສົມບູນ, ເມືອງນາກາຍ, ຫຼັກ 20, ເຂດພູພຽງບໍລະເວນ ອາກາດຈະໜາວເຢັນ ມີໝອກໜາປົກຄຸມ ໃນຕອນກາງຄືນ-ຕອນເຊົ້າ.

ທ່ານສາມາດອ່ານຂໍ້ມູນສະພາບອາກາດ ແລະ ສະພາບລະດັບນໍ້າຢ່າງລະອຽດຂອງອາທິດທີ່ຜ່ານມາ ແລະ ການຄາດຄະເນສະພາບອາກາດ ແລະ ລະດັບນໍ້າຂອງອາທິດນີ້ໄດ້ຕາມບົດລາຍງານລຸ່ມນີ້:

 

 

 

 

 

ຮຽບຮຽງໂດຍ: ບຸນມີ ຄໍາມີໄຊ

ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...