Homeຂ່າວພາຍ​ໃນນັກທ່ອງທ່ຽວທີ່ເດີນທາງເຂົ້າມາ ສປປ ລາວ ຕ້ອງຊໍາລະ 1 ໂດລາ ເພື່ອເຂົ້າກອງທຶນ

ນັກທ່ອງທ່ຽວທີ່ເດີນທາງເຂົ້າມາ ສປປ ລາວ ຕ້ອງຊໍາລະ 1 ໂດລາ ເພື່ອເຂົ້າກອງທຶນ

Published on

ເລີ່ມແຕ່ວັນທີ 1 ຕຸລາ ເປັນຕົ້ນໄປ ລັດຈະດຳເນີນໜ້າທີ່ກ່ຽວກັບການເກັບພັນທະຈາກນັກທ່ອງທ່ຽວ ຈຳນວນ 1 ໂດລາສະຫະລັດ/ຄົນ ທີ່ເດີນທາງເຂົ້າມາຍັງ ສປປ ລາວ ໃນພາກພື້ນທົ່ວປະເທດ ເພື່ອລະດົມທຶນເຂົ້າໃນກອງທຶນການທ່ອງທ່ຽວ ແລະ ນໍາໃຊ້ເຂົ້າໃນການພັດທະນາແຫຼ່ງທ່ອງທ່ຽວ.

ໃນວັນພະຫັດ ທີ່ຜ່ານມາ, ຮອງຫົວໜ້າກົມແຜນການ-ການເງິນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ທ່ານ ນາງ ຄຳໄມ ເພັງສະຫວັດ ກ່າວວ່າ ກອງທຶນທ່ອງທ່ຽວໄດ້ຮັບການຈັດຕັ້ງຂື້ນຕາມໜັງສືແຈ້ງການຂອງລັດຖະບານ ສະບັບເລກທີ 119, ໃນເດືອນ ເມສາ 2017, ໂດຍໄດ້ຮັບການຮ່ວມມືລະຫວ່າງ ກົມແຜນການ-ການເງີນ ແລະ ກະຊວງການເງິນໃນການເປັນເຈົ້າການຕໍ່ການດຳເນີນງານ ພ້ອມເຜີຍແຜ່ຂໍ້ມູນໄປຍັງພະແນກທີ່ກ່ຽວຂ້ອງທົ່ວປະເທດໃຫ້ໄດ້ຮັບຮູ້ຕໍ່ສິດ ແລະ ໜ້າທີ່.

ຫົວໜ້າພະແນກຂໍ້ມູນຂ່າວສານ, ວັດທະນະທຳ ແລະ ການທ່ອງທ່ຽວ ທ່ານ ເຄນ ລໍມະນີ ໃຫ້ຂໍ້ມູນຕື່ມວ່າ ນີ້ເປັນການດີທີ່ຈະລະດົມທຶນເຂົ້າໃນການພັດທະນາດ້ານການທ່ອງທ່ຽວ ແລະ ເພື່ອໃຫ້ເກີດຄວາມໂປ່ງໃສໃນຂະນະທີ່ເກັບການບໍລິການ ຈາກນັກທ່ອງທ່ຽວທີ່ຜ່ານດ່ານເຂົ້າມາ ພວກເຮົາຈະນຳໃຊ້ມາຕະການທີ່ຄຸມເຂັ້ມ, ສັງລວມລາຍລະອຽດຢ່າງຖີ່ຖ້ວນ ຕໍ່ກັບຈຳນວນນັກທ່ອງທ່ຽວທີ່ເຂົ້າມາໃນປະເທດ ແລະ ຄ່າບໍລິການໃຫ້ມີຄວາມສົມດຸນ.

ຕໍ່ກຳນົດການດັ່ງກ່າວ ເຮັດໃຫ້ມີຫາງສຽງຈາກຄົນຕ່າງປະເທດ ຫຼື ນັກທ່ອງທ່ຽວທີ່ເດີນທາງເຂົ້າມາຍັງ ສປປ ລາວ ດັ່ງຮູບການສະແດງຄວາມຄິດເຫັນໃນ Facebook Page ຂອງເວັບໄຊສ໌ຂ່າວ laotiantimes.com ລຸ່ມນີ້:

ຫຼາຍຄົນວ່າ ເປັນຫຍັງຈື່ງເກັບ 1 ໂດລາສະຫະລັດ ເພີ່ມຂື້ນ ? ແລ້ວຄ່າວີຊ່າທີ່ເກັບຈາກດ່ານ 30 ໂດລາສະຫະລັດ ແມ່ນບໍ່ໄດ້ນຳໃຊ້ເຂົ້າໃນກອງທຶນສະສົມບໍ? ນີ້ຈະເປັນການເພີ່ມຂັ້ນຕອນເຂົ້າໃນການມາທ່ອງທ່ຽວ ທີ່ຈະເຮັດໃຫ້ຫຍຸ້ງຍາກ ເພາະຈາກເດີມແມ່ນຄ່ອນຂ້າງຈະໃຊ້ເວລາພໍສົມຄວນ ເປັນໄປໄດ້ບໍທີ່ຈະປັບປ່ຽນໃຫ້ສະດວກວ່ອງໄວ ແລະ ງ່າຍສຳລັບນັກທ່ອງທ່ຽວ ເພາະປີນີ້ກໍແມ່ນປີແຫ່ງການທ່ອງທ່ຽວ ຈະດີກວ່າບໍຖ້າໃຫ້ຄວາມສະດວກສະບາຍແກ່ຜູ້ເຂົ້າມາຢ້ຽມຢາມປະເທດລາວ. ນອກຈາກຈະເປັນການດີຕໍ່ເສດຖະກິດຂອງປະເທດແລ້ວ ຍັງເຮັດໃຫ້ປະເທດອື່ນໄດ້ຮັບຮູ້ເຖີງ ສປປ ລາວ ອີກດ້ວຍ, ການເພີ່ມມາຕະການຂຶ້ນຕື່ມ ຈະບໍ່ເຮັດໃຫ້ນັກທ່ອງທ່ຽວຫັນໄປທ່ຽວປະເທດອ້ອມຂ້າງແທນບໍ? ປະເທດທີ່ບໍ່ເສຍຄ່າວີຊ່າ ແລະ ຄ່າບໍລິການເສີມອື່ນໆ.

 

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫຼ່ງຂໍ້ມູນ: The Laotian Times & Vientiane Times

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...