Homeຂ່າວທ້ອງຖິ່ນໄຊຍະບູລີ ວາງແຜນລຶບລ້າງຄວາມທຸກຍາກໃຫ້ເຫຼືອບໍ່ເກີນ 1,5% ພາຍໃນປີນີ້!

ໄຊຍະບູລີ ວາງແຜນລຶບລ້າງຄວາມທຸກຍາກໃຫ້ເຫຼືອບໍ່ເກີນ 1,5% ພາຍໃນປີນີ້!

Published on

ແຂວງໄຊຍະບູລີວາງຄາດໝາຍສູ້ຊົນລຶບລ້າງຄວາມທຸກຍາກຂອງປະຊາຊົນ ໃຫ້ຍັງເຫຼືອບໍ່ເກີນ 1,5% ຂອງຄອບຄົວທັງໝົດໃນທົ່ວແຂວງ, ບ້ານທຸກຍາກຍັງເຫຼືອບໍ່ເກີນ 2% ຂອງຈຳນວນບ້ານທັງໝົດ ແລະ ສູ້ຊົນສ້າງຄອບຄົວພັດທະນາໃຫ້ໄດ້ 85%, ສ້າງບ້ານພັດທະນາໃຫ້ໄດ້ຫຼາຍກວ່າ 66,75% ຂອງບ້ານທັງໝົດ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ບັນລຸ 3 ຈຸດ.

ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ທ່ານ ຄຳຫຼ້າ ຜິວວັນນາ ໄດ້ເປີດເຜີຍວ່າ: ເພື່ອໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ໄດ້ສຸມໃສ່ການສ້າງໃຫ້ມີສະມາຊິກພັກຮາກຖານບ້ານທີ່ມີຄວາມເຂັ້ມແຂງ, ສີ່ງສຳຄັນຕ້ອງເອົາໃຈໃສ່ຕິດຕາມ ຄຸ້ມຄອງທຶນບ້ວງພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ບ້ວງຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ ທີ່ໄດ້ຮັບອະນຸມັດໃນປີ 2018 ທີ່ກວມເອົາ 78 ບ້ານ ຂອງໄຊຍະບູລີ.

ໂດຍໄດ້ຮັບທຶນໂຄງການສະເໜີໃໝ່ມີ 5 ໂຄງການ ມູນຄ່າ 5,62 ຕື້ກວ່າກີບ, ປີ 2018 ໄດ້ຮັບອະນຸມັດ 530 ລ້ານກີບ ເທົ່າກັບ 11,32% ເຊິ່ງໄດ້ສຸມໃສ່ຈຸດຫ້ວຍສະແງມ ໂດຍສະເພາະແມ່ນການຍົກຍ້າຍປະຊາຊົນອອກຈາກເຂດສ່ຽງໄພແຄມນໍ້າບ້ານຫ້ວຍເພາະ, ເມືອງໄຊຍະບູລີ. ສຳລັບແຜນການລົງທຶນປີ 2018 ໄດ້ທຶນ 370,44 ລ້ານກີບ ເທົ່າກັບ 11,79% ຂອງໂຕເລກອະນຸມັດ.

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫຼ່ງຂ່າວຈາກ: ເສດຖະກິດສັງຄົມ ແລະ ໜັງສືພິມປະຊາຊົນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...